ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນະຄອນຫຼວງຂອງສະຫະລັດ ຍິນດີຕ້ອນຮັບ ໝີແພນດາສອງໂຕ ຈາກ ຈີນ


ໃນພາບລວມນີ້, ໃຫ້ເຫັນໝີໃຫຍ່ແພນດາ ໂຕຜູ້ ອາຍຸສອງປີ ຊື່ວ່າ ບາວ ຫຼີ່ ຢູ່ໃນທີ່ຢູ່ອາໄສຂອງມັນ Shenshuping Base ໃນເມືອງໂວລອງ ຂອງຈີນ, ວັນທີ 16 ພຶດສະພາ 2024, ຊ້າຍ, ແລະໂຕແມ່ອາຍຸ 2 ປີ ຊື່ວ່າ ກິ່ງ ບາວ ຢູ່ໃນທີ່ຢູ່ອາໄສຂອງມັນ Dujiangyan Base ວນເມືອງຊີຊວນ ຂອງຈີນ, ວັນທີ 17 ພຶດສະພາ 2024, ຂວາ.
ໃນພາບລວມນີ້, ໃຫ້ເຫັນໝີໃຫຍ່ແພນດາ ໂຕຜູ້ ອາຍຸສອງປີ ຊື່ວ່າ ບາວ ຫຼີ່ ຢູ່ໃນທີ່ຢູ່ອາໄສຂອງມັນ Shenshuping Base ໃນເມືອງໂວລອງ ຂອງຈີນ, ວັນທີ 16 ພຶດສະພາ 2024, ຊ້າຍ, ແລະໂຕແມ່ອາຍຸ 2 ປີ ຊື່ວ່າ ກິ່ງ ບາວ ຢູ່ໃນທີ່ຢູ່ອາໄສຂອງມັນ Dujiangyan Base ວນເມືອງຊີຊວນ ຂອງຈີນ, ວັນທີ 17 ພຶດສະພາ 2024, ຂວາ.

ນະຄອນຫຼວງຂອງສະຫະລັດ ຈະໄດ້ເຫັນສອງຜູ້ມາຢ້ຽມຢາມໃໝ່ທີ່ໂດດເດັ່ນ ພາຍໃນທ້າຍປີນີ້. ປັກກິ່ງ ຈະໃຫ້ຢືມໝີແພນດາໃຫຍ່ສອງໂຕ ແກ່ສ່ວນສັດແຫ່ງຊາດ Smithsonian ຂອງວໍຊິງຕັນ.

ການກັບຄືນມາທີ່ສວນສັດຂອງໝີແພນດາດັ່ງກ່າວ ໄດ້ຖືກປະກາດອອກມາໃນພຸດວານນີ້ ໃນວີດີໂອອັນນຶ່ງ ຢູ່ເວັບໄຊຂອງ ຫໍພິພິທະພັນ ສມິດໂຊນຽນ. ວີດີໂອດັ່ງກ່າວ ປະກອບດ້ວຍສະຕີໝາຍເລກນຶ່ງ ທ່ານນາງ ຈີລ ໄບເດັນ, ທ່ານ ລອນນີ ບັ້ນຈ໌ ປະທານຂອງສມິດໂຊນຽນ ແລະ ຜູ້ອຳນວຍການຂອງສະຖາບັນອານຸລັກຊີວະວິທະຍາຂອງສວນສັດ ຈອນ ແລະ ເອດຣຽນ ມາຣສ໌, ທ່ານນາງ ແບລນດີ ສມິດຕ໌.

ທ່ານນາງ ໄບເດັນ ໄດ້ກ່າວຢູ່ໃນວີດີໂອ ວ່າ “ພວກເຮົາບໍ່ສາມາດທີ່ຈະຄອຍຖ້າເພື່ອສະເຫຼີມສະຫຼອງ ຊ່ວງເວລາປະຫວັດສາດນີ້ ໃນນະຄອນຫຼວງຂອງປະເທດຊາດຂອງພວກເຮົາ.”

ບາວ ຫຼີ່ ແລະ ຊິງ ບາວ ຄູ່ໝີແພນດານີ້ ທີ່ຈະຖືກສົ່ງມານັ້ນ ແມ່ນເປັນສ່ວນນຶ່ງຂອງໂຄງການເພາະພັນ ແລະວຽກງານຂອງການຄົ້ນຄວ້າ ໄລຍະ 10 ປີ, ສ່ວນສັດແຫ່ງຊາດ ໄດ້ກ່າວ.

ບາວ ຫຼີ່ ເຊິ່ງຊື່ຂອງມັນ ໝາຍຄວາມວ່າ “ສົມບັດ” ແລະ “ພະລັງວັງຊາ” ໄດ້ກຳເນີດໃນວັນທີ 4 ສິງຫາ 2021 ຢູ່ໃນສູນອານຸລັກ ແລະ ຄົ້ນຄວ້າໝີໃຫຍ່ແພນດາຂອງຈີນ, ສ່ວນ ຊິງ ບາວ ຊື່ຂອງມັນ ໝາຍຄວາມວ່າ “ສີຂຽວ” ແລະ “ສົມບັດ” ໄດ້ກຳເນີດໃນວັນທີ 12 ກັນຍາ 2021.

ພວກໝີແພນດານີ້ ກຳລັງຈະກັບຄືນມາຢູ່ສ່ວນສັດໃນນະຄອນຫຼວງວໍຊິງຕັນ ນຶ່ງປີເຄິ່ງ ຫຼັງຈາກທີ່ ສ່ວນສັດແຫ່ງຊາດ ໄດ້ສົ່ງໝີແພນດາ ສາມໂຕ ກັບຄືນໄປໃຫ້ຈີນ.

The U.S. capital city will see two prominent new visitors by the end of the year. Beijing will loan giant pandas to Washington’s Smithsonian National Zoo.

The return of the pandas to the zoo was announced Wednesday in a video on the Smithsonian Museum’s website. The video features first lady Jill Biden, Smithsonian Secretary Lonnie Bunch, and Brandie Smith, who is the John and Adrienne Mars Director of the Smithsonian's National Zoo and Conservation Biology Institute.

“We can’t wait to celebrate this historic moment here in our nation’s capital,” Biden said in the video.

Bao Li and Qing Bao, the pair of pandas being sent, are part of a 10-year breeding and research assignment, the National Zoo said.

Bao Li, whose name means “treasure” and “energetic” was born on Aug. 4, 2021, in the China Conservation and Research Center for the Giant Panda. Qing Bao, whose name means “green” and “treasure,” was born Sept. 12, 2021.

Pandas are coming back to the zoo in Washington a year-and-a-half after the National Zoo sent its three pandas back to China.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG