ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈະ​ມີ​ພຽງ 10 ຄົນ ​ໄດ້ເຂົ້າ​ຮ່ວມ​ການ​ໂຕ້​ວາ​ທີ ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ຄັ້ງ​ຕໍ່​ໄປ ເພື່ອ​ຄັດເອົາ​ຜູ້​ຕາງ​ໜ້າ ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງປີ 2020


ທ່ານ​ນາງ Kamala Harris, ​ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ​ຄາ​ລິ​ຟໍ​ເນຍ ແລະ​ເປັນຜູ້​ສະ​ໝັກ​ແຂ່ງ​ຂັນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີທ່ານ​ນຶ່ງ ກ່າວ​ຕໍ່​ຜູ້​ເຂົ້າ​ຮ່ວມ​ການ​ໂຮມຊຸມ​ນຸມ ໃນ​ວັນ​ທີ 12 ສິ​ງ​ຫາ, 2019 ຢູ່​ເມືອງ Davenport ຂອງ​ລັດ​ໄອ​ໂອ​ວາ
ທ່ານ​ນາງ Kamala Harris, ​ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ​ຄາ​ລິ​ຟໍ​ເນຍ ແລະ​ເປັນຜູ້​ສະ​ໝັກ​ແຂ່ງ​ຂັນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີທ່ານ​ນຶ່ງ ກ່າວ​ຕໍ່​ຜູ້​ເຂົ້າ​ຮ່ວມ​ການ​ໂຮມຊຸມ​ນຸມ ໃນ​ວັນ​ທີ 12 ສິ​ງ​ຫາ, 2019 ຢູ່​ເມືອງ Davenport ຂອງ​ລັດ​ໄອ​ໂອ​ວາ

ການ​ແຂ່​ງ​ຂັນ​ເພື່ອ​ຄັດ​ເລືອກ​ເອົາ​ຜູ້​ສະ​ໝັກ​ເລືອກ​ຕັ້ງ​ເພື່ອ​ໄປ​ປະ​ເຊີນ​ໜ້າ​ກັບປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳສຳ​ລັບ​ການ​ເລືອກ​ຕັ້ງ​ປີ​ໜ້ານີ້ ໄດ້​ປາ​ກົດ​ໃຫ້​ເຫັນ​ແຈ້ງ​ຂຶ້ນ​ຫລາຍກວ່າ​ເກົ່າ​ແລ້ວ.

ສິ່ງ​ທີ່​ໃນ​ເມື່ອ​ກ່ອນ​ເປັນ​ການ​ແຂ່ງ​ຂັນ​ທີ່​ປາ​ກົດ​ວ່າມີ​ຜູ້​ເຂົ້າ​ມາ​ໃນ​ສະ​ໜາມທຸກໆ​ມື້ນັ້ນ ມາເປັນ​ສະ​ໜາມ​ແຂ່ງ​ຂັນ​ທີ່​ຫລຸດ​ລົງ​ຈາກສະ​ພາບ​ໃນ​ຕອນ​ນຶ່ງ​ ທີ່ມີຄົນ​ເຂົ້າ​ໄປຫລາຍ​ເຖິງ​ປະ​ມານ 20 ຄົນ​ນັ້ນ​ແລ້ວ.

ສະ​ມາ​ຊິກ​ສະ​ພາ​ສູງ ຄ​ຣິ​ສ​ເທັ​ນ ກິ​ລີ​ແບ​ຣນ (Kirsten Gillibrand) ໄດ້​ປະ​ກາດ​ໃນ​ວັນ​ພຸດ​ວານນີ ວ່າ ທ່ານນາງ​ໄດ້​ອອກຈາກການ​ສະ​ໝັກ​ແຂ່ງ​ຂັນໄປ ທ້າມ​ກາງ​ສະ​ພາບ​ທີ່​ໄດ້​ຮັບ​ຄະ​ແນນຕ່ຳ​ຢູ່​ໃນ​ການ​ຢັ່ງ​ຫາງສຽງ.

ທ່ານ​ນາງ​ເປັນຜູ້​ນຶ່ງ​ທີ່ນອນ​ຢູ່​ໃນ​ຈຳ​ນວນ​ຜູ້​ສະ​ໝັກ​ເລືອກ​ທີ່ບໍ່​ມີ​ຄຸນ​ວຸດ​ທິ​ພຽງ​ພໍທີ່​ຈະ​ໄດ້ເຂົ້າ​ຮ່ວມ​ໃນ​ການ​ໂຕ້​ວາ​ທີ​ໃນ​ຮອບ​ໜ້າ ທີ່​ມີ​ກຳ​ນົດ​ຈັດ​ຂຶ້ນ​ໃນ​ເດືອນ​ກັນ​ຍາ​ຈະ​ມາ​ເຖິງນີ້.
ພັກ​ເດ​ໂມ​ແຄ​ຣັດໄດ້​ຕັ້ງ​ກົດ​ລະ​ບຽບ​ເພື່ອ​ຕັດ​ສິນ​ວ່າ ມີ​ຜູ້​ໃດ​ແດ່​ທີ່​ຈະ​ໄດ້​ຮັບ​ອະ​ນຸ​ຍາດໃຫ້​ເຂົ້າ​ຮ່ວມ​ການ​ໂຕ້​ວາ​ທີ​ດັ່ງ​ກ່າວ ຊຶ່ງ​ໃນ​ນັ້ນ ບັນ​ດາ​ຜູ້​ສະ​ໝັກ​ເລືອກ​ຕັ້ງຈະ ມີ​ໂອ​ກາດ​ທີ່​ຈະໄດ້​ສະ​ແດງ​ໃຫ້​ເຫັນ​ແບບຫົວ-ຊົນ-ຫົວ​ເລີຍ​ວ່າ ​ຕົນ​ເກັ່ງ​ປານ​ໃດ ເມື່ອ​ທຽບ​ກັບ​ຄູ່​ແຂ່ງ​ຂອງ​ຕົນ.

ເນື່ອງ​ຈາກ​ມີ​ຫລາຍ​ຄົນ ຢາກ​ເປັນ​ຜູ້​ສ​ະໝັກ​ເພື່ອຕາງ​ໜ້າ​ໃຫ້​ພັກເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ປີ 2020, ການ​ໂຕ້​ວາ​ທີ​ຄັ້ງ​ທຳ​ອິດໄດ້ແບ່ງ​ອອກ​ເປັນ​ສອງ​ຄືນ. ແຕ່​ວ່າ ເວ​ທີ​ສຳ​ລັບ​ເດືອນ​ກັນ​ຍານີ້ ຈະ​ຈຳ​ກັດ​ໃຫ້​ມີຜູ້​ສະ​ໝັກ​ເລືອກ​ເຂົ້າ​ຮ່ວ​ມແຕ່ 10 ຄົນ​ເທົ່າ​ນັ້ນ.

ນອກ​ຈາກ ທ່ານ​ນາງ​ກີ​ລີ​ແບ​ຣນ (Gillibrand) ​ແລ້ວ, ກໍ​ຍັງ​ມີສະ​ມາ​ຊິກ​ສະ​ພາ​ສູງ Michael Bennet, ຜູ້​ປົກ​ຄອງ​ລັດ Montana, ທ່ານ Steve Bullock, ສະ​ມາ​ຊິກ​ສະ​ພາ​ຕ່ຳ Tulsi Gabbard, ທ່ານ Tom Steyer ເສດ​ຖີ​ເງິນ​ຕື້ ແລະ ທ່ານ Marianne Williamson, ​ອາ​ຈານ​ໃນ​ການ​ສ້າງ​ເນື້ອ​ສ້າງ​ຕົວດ້ວຍ​ໂຕ​ເອງ ອີກ​ດ້ວຍທີ່ບໍ່​ໄດ້​ຮັບ​ສຽງ​ສະ​ໜັບ​ສະ​ໜຸນ 2 ເປີ​ເຊັນ​ຈາກ​ການ​ຢັ່ງ​ຫາງ​ສຽງ 4 ຄັ້ງ ແລະມີ​ຄົນ​ບໍ​ລິ​ຈາກ​ຫລາຍ​ເຖິງ 130,000 ຄົນ ເພື່ອ​ໃຫ້​ໄດ້​ຖືກ​ເລືອກ​ໃຫ້​ເຂົ້າ​ຮ່ວມ​ການ​ໂຕ້​ວາ​ທີໃນ​ຄັ້ງ​ນີ້.

ບໍ່​ມີ​ຜູ້​ສະ​ໝັກ​ເລືອກ​ຕັ້ງ​ຄົນ​ອື່ນ​ໃດໆ ທີ່​ຖືກ​ຄັດ​ອອກ​ບໍ່​ໃຫ້​ເຂົ້າ​ຮ່ວມ​ການ​ໂຕ້​ວາ​ທີ​ຄັ້ງ​ນີ້ ​ປະ​ກາດ​ການ​ຕັດ​ສິນ​ໃຈ​ຂອງ​ຕົນວ່າ ຈະ​ອອກ​ຈາກ​ການ​ແຂ່ງ​ຂັນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີໄປ ​ເລີຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ຂ້າງ​ລຸ່ມນີ້

The race to pick which Democratic candidate will face U.S. President Donald Trump in next year's election is getting a little more clear.

What once was a contest that seemingly added entrants every day is starting to narrow from a field that at one point featured about 20 candidates.

Senator Kirsten Gillibrand announced Wednesday she was dropping out of the race amid low poll numbers.

She was one of the candidates who did not qualify for the next debate set to take place in September.

The Democratic Party set up rules to determine who would be allowed to participate in the events where candidates have the chance to show head-to-head how they compare to their competitors.

Because so many people want to be the party's candidate in 2020, the first two debates were split over the course of two nights. But the September field will be limited to just 10 candidates.

Besides Gillibrand, Senator Michael Bennet, Montana Governor Steve Bullock, Congresswoman Tulsi Gabbard, billionaire Tom Steyer and self-help guru Marianne Williamson failed to achieve the necessary 2% support in four polls and donations from 130,000 people.

None of the others who were excluded announced decisions to end their presidential runs.

But even before the final polls involved in choosing the next debate field came out Wednesday three candidates had already dropped out. Washington Governor Jay Inslee, Congressman Seth Moulton and former Colorado Governor John Hickenlooper all abandoned their White House hopes.

That leaves the top polling candidates with the opportunity to further distance themselves from those at the bottom of the pack with the help of more time on a nationwide television broadcast.

They include former Vice President Joe Biden, Senators Cory Booker, Kamala Harris, Amy Klobuchar, Bernie Sanders and Elizabeth Warren, former Congressman Beto O'Rourke, former Housing and Urban Development Secretary Julian Castro, entrepreneur Andrew Yang, and the mayor of South Bend, Indiana Pete Buttigieg.

The field is sure to get smaller as the party holds monthly debates the rest of this year ahead of the first nominating contests in February. The Democratic Party will officially choose its nominee at a convention in July 2020 with the presidential election taking place four months later.

XS
SM
MD
LG