ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ນຳ ສະ​ຫະ​ລັດ ກາ​ນາ​ດາ ເຈ​ລະ​ຈາ ກ່ຽວ​ກັບ ການ​ຄ້າ ຫຼັງ​ຈາກ ເມັກ​ຊິ​ໂກ ໃຫ້​ສັດ​ຕ​ຕະ​ຍາ​ບັນ ຂໍ້​ຕົກ​ລົງ ສະ​ບັບ​ໃໝ່


ກຳ​ມະ​ກອນ​ຄົນ​ນຶ່ງ ຊ້ອນ​ກ່ອງ​ໝາກ​ກ້ວຍ ທີ່​ຫາ​ກໍ່​ເກັບ​ກ່ຽວ​ມາ​ໃໝ່ໆ ເພື່ອ​ສົ່ງ​ອອກ, ຢູ່​ສວນ​ແຫ່ງ​ນຶ່ງ ໃນ​ເມືອງ ຊີ​ອູ​ແດັດ ຮິ​ດາ​ລ​ໂກ, ລັດ ຈີ​ອາ​ປາ​ສ, ປະ​ເທດ ເມັກ​ຊິ​ໂກ. 31 ພຶດ​ສະ​ພາ 2019.
ກຳ​ມະ​ກອນ​ຄົນ​ນຶ່ງ ຊ້ອນ​ກ່ອງ​ໝາກ​ກ້ວຍ ທີ່​ຫາ​ກໍ່​ເກັບ​ກ່ຽວ​ມາ​ໃໝ່ໆ ເພື່ອ​ສົ່ງ​ອອກ, ຢູ່​ສວນ​ແຫ່ງ​ນຶ່ງ ໃນ​ເມືອງ ຊີ​ອູ​ແດັດ ຮິ​ດາ​ລ​ໂກ, ລັດ ຈີ​ອາ​ປາ​ສ, ປະ​ເທດ ເມັກ​ຊິ​ໂກ. 31 ພຶດ​ສະ​ພາ 2019.

ນຶ່ງວັນຫຼັງ​ຈາກ​ສະ​ພາ​ສູງ ເມັກ​ຊິ​ໂກ ໄດ້​ໃຫ້​ສັດ​ຕະ​ຍາ​ບັນ ຕໍ່ຂໍ້​ຕົກ​ລົງ​ການ​ຄ້າ​ສະ​ບັບ​
ໃໝ່ ກັບປະເທດ ການາດາ ແລະ ສະຫະລັດ, ນາຍົກລັດຖະມົນຕີ ການາດາ ທ່ານ ຈັສ
ຕິນ ທຣູໂດ ກໍຈະມາຢ້ຽມຢາມນະຄອນຫຼວງ ວໍຊິງຕັນ ໃນວັນພະຫັດມື້ນີ້ ເພື່ອປຶກສາ
ຫາລື ກ່ຽວກັບ ຂໍ້ຕົກລົງ ແລະ ບັນຫາການຄ້າອື່ນໆກັບປະທານາທິບໍດີ ສະຫະລັດ ທ່ານ
ດໍໂນລ ທຣຳ.

ການ​ລົງ​ຄະ​ແນນ​ສຽງ 114 ຕໍ່ 4 ໃນ​ ເມັກ​ຊິ​ໂກ ເມື່ອ​ວັນ​ພຸດ​ວານນີ້ ແມ່ນ​ໄດ້​ສະ​ໜັບ​ສະ
ໜູນຂໍ້ຕົກລົງ ສະຫະລັດ-ເມັກຊິໂກ-ການາດາ ຢ່າງຖ້ວມລົ້ນ, ເຖິງແມ່ນຈະມີຄວາມສົງ
ໄສຈາກຝ່າຍເສລີນິຍົມຢູ່ທີ່ນັ້ນ ແລະ ຄວາມເຄັ່ງຕຶງກັບ ສະຫະລັດ ກ່ຽວກັບ ຄົນເຂົ້າ
ເມືອງກໍຕາມ.

ເມັກ​ຊິ​ໂກ ເປັນ​ປະ​ເທດ​ທຳ​ອິດ​ທີ່​ໄດ້​ຮັບ​ຮອງ​ເອົາ​ຂໍ້​ຕົກ​ລົງ USMCA, ເປັນ​ຂໍ້​ຕົກ​ລົງ​ ທີ່​
ມາແທນຂໍ້ຕົກລົງການຄ້າເສລີ ໃນອາເມຣິກາເໜືອ ປີ 1994.

ທ່ານ ທ​ຣຳ ໄດ້​ເອີ້ນ NAFTA ວ່າ​ແມ່ນ​ນຶ່ງ “ໃນ​ຂໍ້​ຕົກ​ລົງ​ການ​ຄ້າ​ທີ່ຂີ້​ຮ້າຍ​ທີ່​ສຸດ​ເທົ່າ​ທີ່​
ເຄີຍເຮັດມາ,” ໂດຍເວົ້າວ່າ ມັນໄດ້ທຳລາຍວຽກງານ ຂອງ ສະຫະລັດ ແລະ ມອບ
ຄວາມໄດ້ປຽບທັງໝົດໃຫ້ ເມັກຊິໂກ.

ຂໍ້​ຕົກ​ລົງ​ສະ​ບັບ​ໃໝ່ ແມ່ນ​ເກືອບ​ວ່າ ​ຄ້າຍ​ຄື​ກັບ​ສະ​ບັບ​ເກົ່າ​ທັງ​ໝົດ. ຄວາມ​ແຕກ​ຕ່າງ
ຫຼັກຂອງມັນລວມມີ ເງື່ອນໄຂທີ່ລົດທີ່ຖືກສົ່ງເຂົ້າມາ ສະຫະລັດ ຕ້ອງປະກອບມີອາ
ໄຫຼ່ທີ່ເຮັດໃນ ສະຫະລັດ ຫຼາຍຂຶ້ນ, ແລະ ເຈົ້າຂອງຟາມຜະລິດຕະພັນນົມ ສະຫະລັດ
ຈະສາມາດຂາຍສິນຄ້າໃນ ການາດາ ໄດ້.

ສະ​ມາ​ຊິກ​ສະ​ພາ ເມັກ​ຊິ​ໂກ ບາງ​ຄົນ​ເວົ້າ​ວ່າ ເຂົາ​ເຈົ້າ​ຮູ້​ສຶກວ່າ ທ່ານ ທ​ຣຳ ໄດ້​ບັງ​ຄັບ
ໃຫ້ ເມັກຊິໂກ ຮັບເອົາຂໍ້ຕົກລົງການຄ້າສະບັບໃໝ່, ແຕ່ເຂົາເຈົ້າໄດ້ລົງຄະແນນສະ
ໜັບສະໜູນມັນຍ້ອນວ່າ ເຂົາເຈົ້າໄດ້ເວົ້າວ່າ ມັນບໍ່ມີທາງເລືອກອື່ນ.

ສະ​ພາ​ແຫ່ງ​ຊາດ ກາ​ນາ​ດາ ບໍ່​ໄດ້​ລົງ​ຄະ​ແນນ​ສຽງກ່ຽວ​ກັບ​ຂໍ້​ຕົກ​ລົງ​ນີ້ເທື່ອ ແລະ ຂໍ້​ຕົກ​
ລົງດັ່ງກ່າວ ໄດ້ປະເຊີນກັບການຄັດຄ້ານ ໃນສະພາຕ່ຳ ສະຫະລັດ ທີ່ນຳພາໂດຍພັກ
ເດໂມແຄຣັດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG