ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄອບຄົວອາເມຣິກັນ ການາດາ ກັບຄືນປະເທດ ຫຼັງຈາກ ຖືກຄຸມຂັງ 5 ປີ ຢູ່ ອັຟການິສຖານ


ທ້າວ Joshua Boyle ກ່າວຕໍ່ບັນດານັກຂ່າວ ຫລັງຈາກ ເດີນທາງໄປເຖິງການາດາ ພ້ອມດ້ວຍພັນລະຍາ ແລະລູກສາມຄົນ ທີ່ສະໜາມບິນນະຄອນ Toronto ປະເທດການາດາ.
ທ້າວ Joshua Boyle ກ່າວຕໍ່ບັນດານັກຂ່າວ ຫລັງຈາກ ເດີນທາງໄປເຖິງການາດາ ພ້ອມດ້ວຍພັນລະຍາ ແລະລູກສາມຄົນ ທີ່ສະໜາມບິນນະຄອນ Toronto ປະເທດການາດາ.

ຜົວ​ເມຍຄູ່​ນຶ່ງ ​ທີ່​ເປັນ​ຊາວ​ອາ​ເມຣິກັນ​ ກາ​ນາດາ ​ແລະ​ລູກນ້ອຍ​ເຂົາ​ເຈົ້າ​ສາມ​ຄົນ ​ໄດ້​ກັບ
​ຄືນ​ໄປປະ​ເທດກາ​ນາ​ດາແລ້ວ ຫລັງ​ຈາກ​ໄດ້​ທົນ​ທຸກ​ທໍລະມານມາ​ເປັນ​ເວລາ​ຫ້າ​ປີ ​ຈາກ​
ການ​ກັກ​ຂັງຂອງຕາໜ່າງ Haqqani ທີ່ເປັນເຄືອຂ່າຍກຸ່ມ​ກໍ່ການ​ຮ້າຍ​ຕາລີບານ ໃນ​ປາ
​ກິ​ສຖານ.

ຄອບ​ຄົວ​ດັ່ງກ່າວ ໄດ້​ເດີນທາງ​ໄປເຖິງ​ນະຄອນ Toronto ​ໃນ​ຕອ​ນ​ແລງ​ວັນ​ສຸກວານນີ້
ໂດຍ​ສາຍ​ການບິນ​ກາ​ນາ​ດາ ຈາກ​ນະຄອນ​ລອ​ນດອນ.

ນາງ Caitlan Coleman ຊຶ່ງເປັນສັນຊາດ​ອາ​ເມຣິກັນ ​ແລະ​ສາມີ​ຂອງ​ນາງ ເປັນຄົນ
ການາ​ດາ​ ທ້າວ Joshua Boyle ​ໄດ້​ຖືກ​ລັກພາ​ໂຕ​ໃນ​ຂະນະ​ທີ່​ເປ້ຖົງ​ຍ່າງ​ ຢູ່​ໃນ​ອັຟ
ກາ​ນິສຖານ ​ໃນ​ປີ 2012. ນາງ Coleman ​ໄດ້​ຖືພາ​ຢູ່​ໃນ​ເວລາ​ນັ້ນ. ນາງ​ໄດ້​ອອກລູກ
​ສີ່​ຄົນ​ໃນ​ຂະນະ​ທີ່​ຖືກ​ກັກ​ຂັງ.

ການທີ່ພວກ​ເຂົາ​ເຈົ້າຖືກຊ່ວຍອອກມາ ​ພາໃຫ້ມີການ​ສ​ະ​ແດງຄວາມ​ໂລ່ງ​ໃຈໂດຍ ບັນດາ​
ເຈົ້າ​ໜ້າ​ທີ່​ສະຫະລັດ ​ແລະ​ກາ​ນາ​ດາ. ຢູ່​ໃນ​ຖະ​ແຫລ​ງການສະບັບນຶ່ງ ລັດ ຖະບານ​ກາ​ນາ​ດາກ່າວ​ວ່າ ​ຕົນໄດ້​ເປັນ “ທີ່​ຊື່ນ​ຊົມ​ ໃນການກັບຄືນມາຂອງຄອບຄົວດັ່ງກ່າວ ທີ່ມີ​ການ
ລໍຖ້າ​ມາ​ເປັນ​ເວລາດົນ​ນານແລ້ວນັ້ນ.​”

​ແຕ່​ວ່າ​ບັດ​ນີ້ ລາຍ​ລະອຽດກຳລັງປາກົດ​ໂຕ​ອອກ​ມາໃຫ້ເຫັນກ່ຽວກັບ​ກັບສິ່ງທີ່ທາງຄອບ
ຄົວ ທີ່​ໄດ້​ປະ​ສົບພົບພໍ້ ​ໃນ​ລະຫວ່າງ​ທີ່​ຖືກ​ກັກ​ຂັງ​ ໂດຍສະມາຊິກ ຂອງຕາໜ່າງ Haqqani.
ຢູ່​ໃນຖະ​ແຫຼ​ງການຢູ່ທີ່​ສະໜາມ​ບິນ​ນະຄອນ Toronto ແລະ ລາຍ​ງານ​ໂດຍ​ອົງການ​ຂ່າວ
AP ​ໃນ​ຕອນ​ແລງ​ວັນ​ສຸກວານນີ້ ທ້າວ Joshua Boyle ເວົ້າ​ວ່າ ​ພວກ​ສະມາຊິກ​ຕາໜ່າງ Haqqani ​ໄດ້​ສັງ ຫານ​ລູກເຂົາ​ເຈົ້າຄົນ​ນຶ່ງ ​ທີ່​ເປັນເດັກ​ນ້ອຍ​ແມ່ຍິງ ​ແລະ​ຂົ່ມຂືນ​ພັນ​ລະ​
ຍາຂອງ​ລາວ ລະຫວ່າງ​ທີ່​ເຂົາ​ເຈົ້າ​ໄດ້​ຖືກ​ກັກ​ຂັງ.

ຮູບພາບທີນຳອອກເຜີຍແຜ່ທາງວີດີໂອ ປີ 2016 ໂດຍ ຕາລິບານໃນອັຟການິສຖານ.
ຮູບພາບທີນຳອອກເຜີຍແຜ່ທາງວີດີໂອ ປີ 2016 ໂດຍ ຕາລິບານໃນອັຟການິສຖານ.

ທ້າວ Boyle ກ່າວຢູ່​ໃນ​ຖະ​ແຫລ​ງການ​ທີ່ລາຍ​ງານ​ຈາກ​ອົງການ​ຂ່າ​ວ AP ​ວ່າ “ພະຜູ້​ເປັນ​
ເຈົ້າ​ໄດ້​ໃຫ້​ຄວາ​ມກ້າຫານເປັນພິ​ເສດ ແລະຄວາ​ມອົດທົນ​ແກ່ຄອບຄົວ ​ຂອງ​ຂ້າພະ​ເຈົ້າ.”
ທ້າວ Boyle ກ່າວ​ວ່າ “ຄວາມ​ຊົ່ວ​ຊ້າ ​ແລະ​ຜີ​ມ​ານຂອງ​ຕາໜ່າງ Haqqani ​ໃນການ​ລັກ
ພາ​ໂຕ​ຜູ້​ສະ​ແຫວ​ງບຸນ ​ແລະ​ພັນ​ລະ​ຍາ​ຂອງ​ລາວ​ທີ່​ຖືພາ​ມານ​ ທີ່ໄດ້​ພົວພັນກັບ​ການ​ຊ່ວຍ
​ເຫລືອ​ພວກ​ຊາວບ້ານ​ທຳ​ມະ​ດາ​ສາ​ມັນ ຢູ່​ໃນເຂ​ດຄວບ​ຄຸມ​ຂອງພວກ​ຕາ​ລິ​ບານ​ ຂອງ​ອັຟການິສຖານ​ນັ້ນ ​ໄດ້​ບົດບັງ​ພຽງ​ແຕ່​ຄວາມ​ຊົ່ວ​ຊ້າ ​ແລະ​ຜີ​ມານ ທີ່​ອະນຸຍາ​ດ​ໃຫ້​ຂ້າ​ລູກ
​ສາວ​ນ້ອຍ​ຂອງ​ຂ້າພະ​ເຈົ້າ.”

ໜັງສືສະບັບນຶ່ງຈາກ ທ່ານ Jim ແລະຍານາງ Lyn Coleman ທີ່ເຜີຍແຜ່ຢູ່ເມືອງ Stewartstown ລັດ Pensylvania. ວັນທີ 12 ຕຸລາ 2017.
ໜັງສືສະບັບນຶ່ງຈາກ ທ່ານ Jim ແລະຍານາງ Lyn Coleman ທີ່ເຜີຍແຜ່ຢູ່ເມືອງ Stewartstown ລັດ Pensylvania. ວັນທີ 12 ຕຸລາ 2017.

​ກ່ອນ​ກາ​ນ​ເດີນທາງ​ໄປ​ເຖິງ​ກາ​ນາດາ​ຂອງ​ເຂົາ​ເຈົ້າ​ໃນ​ວັນ​ສຸກ​ວານ​ນີ້ ຄວາມ​ເວົ້າ​ກ່ຽວ​ກັບ
​ການ​ເກີດ​ລູກ​ຜູ້ທີ່​ສີ່​ບໍ່​ໄດ້​ມີການປະກາດໃຫ້ຮູ້. ລາວ​ກ່າວ​ວ່າ​ ລູກ​ຄົນ​ນຶ່ງ​ທີ່ລອດ​ຊີວິດຂອງ
ລາວ ​ມີສຸຂະພາບ​ບໍ່​ດີ ​ແລະ​ຕ້ອງ​ໄດ້​ຖືກປ້ອນ​ເຂົ້າ​ໂດຍ​ພວກ​ກູ້​ໄພ​ປາ​ກິ​ສຖານ​.

​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ ໂດຍປະຕິບັດ​ຕາມ​ລາຍ​ງານ​ທີ່​ເຊື່ອ​ຖືໄດ້ຈາກ​ໜ່ວຍ​ສືບ​ລັບ​ສະຫະລັດ ພວກ​ເຈົ້າ​ໜ້າ​ທີ່​ປາ​ກິ​ສຖານ​ກ່າວ​ວ່າ ກອງ​ທະຫານຂອງ​ຕົນ ​ໄດ້ບຸກ ເຂົ້າ​ໄປຊ່ວຍຄອບຄົວ
ດັ່ງກ່າວ ບໍ່ເທົ່າໃດ​ຊົ່ວ​ໂມງ​ຫຼັງ​ຈາກ​ພວກ​ກັກ​ໂຕໄດ້​ສົ່ງເຂົາ ​ເຈົ້າ​ໂດຍທາງລົດ ຂ້າມຊາຍ
ແດນອັຟການິສຖານ ເຂົ້າໄປໃນປາ​ກິ​ສຖານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Pakistan US Hostages
please wait
Embed

No media source currently available

0:00 0:02:03 0:00

XS
SM
MD
LG