ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ສະຫະລັດ ເຈລະຈາ ເລື່ອງສິດທິມະນຸດ ກັບມຽນມາ


Snowboarder Sven Thorgren of Sweden trains on the slopestyle snowboard course during practice for the 2014 Sochi Winter Olympics in Rosa Khutor, Russia.
Snowboarder Sven Thorgren of Sweden trains on the slopestyle snowboard course during practice for the 2014 Sochi Winter Olympics in Rosa Khutor, Russia.
ສະຫະລັດໄດ້ທໍາການໂອ້ລົມສົນທະນາເລື່ອງສິດທິມະນຸດເປັນ
ເທື່ອທໍາອິດ ກັບມຽນມາ ແລະກ່າວວ່າ ການສົນທະນາກັນແມ່ນ
ເປັນໄປໃນທາງບວກຫຼາຍ ແລະວ່າ ບັດນີ້ ຕົນມີຊ່ອງທາງທີ່ເປີດ
ກວ້າງແລ້ວ ສໍາລັບປຶກສາຫາລືເລື່ອງບັນຫາທີ່ຫລໍ່ແຫລມຕ່າງໆ
ກັບບັນດາຜູ້ນໍາມຽນມາ.

ທ່ານນາງ Victoria Nuland ໂຄສົກກະຊວງຕ່າງປະເທດສະຫະ
ລັດ ເວົ້າເມື່ອວັນພຸດວານນີ້ວ່າບັນຫາສິດທິມະນຸດຮອບດ້ານ
ໄດ້ຖືກນໍາມາ ປຶກສາຫາລືກັນ ໃນລະຫວ່າງການເຈລະຈາກັນ
ທີ່ນະຄອນຫຼວງເນປິດໍ. ທ່ານນາງ ນູລັນ ກ່າວວ່າ “ພວກເຮົາ
ໝັ້ນໃຈວ່າ ບັດນີ້ ພວກເຮົາມີຊ່ອງ ທາງທີ່ເປີດກວ້າງແລ້ວ
ກັບລັດຖະບານມຽນມາ ເພື່ອປຶກສາຫາລືກັນເລື່ອງສິດທິ
ມະນຸດ ແລະເພື່ອສືບຕໍ່ປະຕິບັດງານເພື່ອນໍາພາພວກເຂົາ
ເຈົ້າຂຶ້ນມາຢູ່ໃນຈຸດທີ່ເຂົາເຈົ້າຕ້ອງການ ໃນເລື່ອງມາດ
ຕະຖານດ້ານສິດທິມະນຸດສໍາລັບ ລັດຖະບານຂອງເຂົາເຈົ້ານັ້ນ.”


ທ່ານນາງນູລັນ ກ່າວວ່າ ກ່ອນນີ້ ວໍຊິງຕັນບໍ່ແນ່ໃຈວ່າ ມຽນມາຈະເຕັມໃຈ ທີ່ຈະປຶກສາຫາລື
ກັນເຖິງບັນຫາຫລໍ່ແຫລມຕ່າງໆ ເຊັ່ນເລື່ອງນັກໂທດການເມືອງເປັນຕົ້ນ ແຕ່ດຽວນີ້ ຮູ້ແລ້ວວ່າ
ມຽນມາເຕັມໃຈແລະກໍມີທ່າທີດີຫຼາຍ.

ມຽນມາໄດ້ປ່ອຍຕົວພວກນັກໂທດການເມືອງຈໍານວນນຶ່ງ ແລະໄດ້ທໍາການ ປະຕິຮູບອື່ນໆ
ນັບຕັ້ງແຕ່ລັດຖະບານພົນລະເຮືອນແຕ່ໃນນາມ ໄດ້ເຂົ້າກໍາອໍານາດບໍລິຫານປະເທດເມື່ອ
ປີຜ່ານມາ ໂດຍຂຶ້ນມາແທນຝ່າຍທະຫານທີ່ ປົກຄອງປະເທດແບບຜະເດັດການ ມາເປັນ
ເວລາຫ້າສິບປີນັ້ນ ຊຶ່ງໃນການຕອບສະໜອງຕໍ່ເລຶ່ອງນີ້ ສະຫະລັດໄດ້ຍົກເລີກການລົງໂທດ
ທີ່ມີມາດົນນານຫຼາຍຢ່າງ ທີ່ໄດ້ຊ່ວຍໂດດດ່ຽວ ເສດຖະກິດຂອງມຽນມານັ້ນ.
XS
SM
MD
LG