ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຫະລັດ ແລະອີກ 3 ປະເທດ ຕໍາໜິ ການເຄື່ອນໄຫວ ຂອງຈີນທີ່ເຂົ້າໄປຄວບຄຸມຮົງກົງ


ທ່ານ ຫລີ ເກີຈຽງ, ນາຍົກລັດຖະມົນຕີຂອງຈີນ ກ່າວຄໍາປາໄສ ຢູ່ໃນກອງປະຊຸມຫລວງແຫ່ງຊາດຂອງຈີນທີ່ຈັດຜ່ານທາງວີດິໂອຢູ່ນະຄອນຫລວງປັກກິ່ງ ໃນວັນທີ 28 ພຶດສະພາ, 2020
ທ່ານ ຫລີ ເກີຈຽງ, ນາຍົກລັດຖະມົນຕີຂອງຈີນ ກ່າວຄໍາປາໄສ ຢູ່ໃນກອງປະຊຸມຫລວງແຫ່ງຊາດຂອງຈີນທີ່ຈັດຜ່ານທາງວີດິໂອຢູ່ນະຄອນຫລວງປັກກິ່ງ ໃນວັນທີ 28 ພຶດສະພາ, 2020

ສະຫະລັດ, ອັງກິດ, ອອສເຕຣເລຍ ແລະການາດາໃນວັນພະຫັດວານນີ້ ໄດ້ຕໍາ ໜິການຕັດສິນໃຈຂອງຈີນ ໃນການວາງກົດໝາຍດ້ານຄວາມປອດໄພອອກມາຕໍ່ ຮົງກົງ, ໂດຍເວົ້າວ່າ ມັນຈະ “ເຮັດໃຫ້” ສິດການປົກຄອງຕົນເອງຂອງຮົງກົງ “ເສື່ອມໂຊມລົງ” ແລະເປັນໄພຂົ່ມຂູ່ຕໍ່ສະຖຽນລະພາບ ແລະຄວາມອຸດົມຮັ່ງມີ ຂອງດິນແດນດັ່ງກ່າວ.

ຢູ່ໃນຖະແຫງການຮ່ວມສະບັບນຶ່ງນັ້ນ ບັນດາຫົວໜ້ານັກການທູດຂອງ 4 ປະ ເທດເວົ້າວ່າ ພວກເພິ່ນ “ເປັນຫ່ວງທີ່ສຸດ” ກ່ຽວກັບການກະທໍາຂອງປັກກິ່ງໂດຍ ເວົ້າວ່າມັນເປັນໄພຂົ່ມຂູ່ຕໍ່ຖານະຂອງຮົງກົງ “ໃນນາມທີ່ເປັນປ້ອມດ່ານໜ້າແຫ່ງ ເສລີພາບ” ຢູ່ໃນໂລກ.

ບັນດານັກການທູດ ລວມມີ ທ່ານ ໄມຄ໌ ພອມພຽວ, ລັດຖະມົນຕີກະຊວງການ ຕ່າງປະເທດຂອງສະຫະລັດ, ທ່ານ ໂດມີນິກ ແຣບ (Dominic Raab) ລັດ ຖະມົນຕີກະຊວງການຕ່າງປະເທດຂອງອັງກິດ, ທ່ານນາງ ມາຣີຊ ເພນ (Marise Payne) ລັດຖະມົນຕີກະຊວງການຕ່າງປະເທດຂອງອອສເຕຣເລຍ ແລະ ທ່ານ ຟຣັງຊົວ- ຟີລິບ ແຊມເພນ (François-Philippe Champagne) ລັດຖະມົນຕີກະຊວງ ການຕ່າງປະເທດຂອງການາດາ ເວົ້າວ່າ ການວາງກົດຄວບຄຸມອອກມາຕໍ່ດິນແດນດັ່ງກ່າວ “ຈະເຮັດໃຫ້ເສລີພາບຂອງຮົງ ກົງຫລຸດລົງ, ແລະການເຮັດແນວນັ້ນ ຈະເຮັດໃຫ້ສິດໃນການປົກຄອງຕົນເອງ ຂອງຮົງກົງ ແລະລະບົບທີ່ເຮັດໃຫ້ມັນອຸດົມ ຮັ່ງມີນັ້ນ ເສື່ອມໂຊມລົງຢ່າງໃຫຍ່ ຫວງ.”

4 ປະເທດຕາເວັນຕົກດັ່ງກ່າວເວົ້າວ່າ “ການຕັດສິນໃຈຂອງຈີນໃນການ ວາງ ກົດໝາຍຮັກສາຄວາມໝັ້ນຄົງສະບັບໃໝ່ອອກມາຕໍ່ຮົງກົງແມ່ນນອນຢູ່ໃນຈຸດ ທີ່ຂັດແຍ້ງກັບພາລະໜ້າທີ່ຂອງປະເທດດັ່ງກ່າວ ຕໍ່ສາກົນ ຢູ່ພາຍໃຕ້ຫລັກການ ຂອງຂໍ້ຜູກມັດທາງກົດໝາຍ, ຊຶ່ງເປັນການປະກາດຮ່ວມຂອງອັງກິດ ແລະຈີນ ທີ່ໄດ້ລົງທະບຽນຢູ່ໃນອົງການສະຫະປະຊາຊາດນັ້ນ.”

ພວກເພິ່ນໃຫ້ເຫດຜົນວ່າ ການຄຸ້ມຄອງຂອງຈີນຕໍ່ຮົງກົງ “ຍັງຍົກໃຫ້ໂອກາດ ໃນການດໍາເນີນຄະດີກໍ່ອາດຊະຍາກໍາທາງການເມືອງຢູ່ໃນຮົງກົງ ເພີ້ມສູງຂຶ້ນ ແລະບ່ອນທໍາລາຍຂໍ້ຜູກພັນທີ່ມີຢູ່ໃນປັດຈຸບັນໃນການປົກປ້ອງສິດຂອງ ປະຊາ ຊົນຮົງກົງອີກດ້ວຍ.”

ທັງ 4 ປະເທດນີ້ເວົ້າອີກວ່າ “ການສ້າງໃຫ້ມີຄວາມໄວ້ວາງໃຈກັນຄືນອີກຢູ່ ທົ່ວ ຮົງກົງ ໂດຍອະນຸຍາດໃຫ້ປະຊາຊົນຮົງກົງມີສິດ ແລະເສລີພາບທີ່ເຂົາເຈົ້າ ຖືກ ສັນຍາໄວ້ວ່າຈະມີນັ້ນ ສາມາດເປັນວິທີດຽວເທົ່ານັ້ນທີ່ຈະເຮັດໃຫ້ຄວາມ ເຄັ່ງຕຶງ ແລະຄວາມວຸ້ນວາຍທີ່ມີໃນດິນແດນດັ່ງກ່າວໃນປີກາຍນີ້ ຫລຸດໜ້ອຍ ຖອຍລົງ.”

ປະເທດເຫລົ່ານີ້ຮຽກຮ້ອງໃຫ້ຈີນ ເຮັດວຽກຮ່ວມກັບລັດຖະບານຮົງກົງ ແລະ ປະ ຊາຊົນຮົງກົງ 7 ລ້ານຄົນທີ່ອາໄສຢູ່ໃນນັ້ນ ເພື່ອຫາທາງ “ຜ່ອນຜັນຕໍ່ກັນທີ່ເປັນ ທີ່ຍອມຮັບເອົາໄດ້.”

ອີກເລື້ອງນຶ່ງຕ່າງຫາກ, ໂຄສົກກະຊວງການຕ່າງປະເທດສະຫະລັດ ກ່າວຕໍ່ວີ ໂອເອວ່າ ນິຕິກໍາດ້ານຄວາມໝັ້ນຄົງແຫ່ງຊາດຂອງຈີນສະບັບນີ້ ໂດຍພື້ນຖານ ແລ້ວ ແມ່ນໝາຍຫົວພວກປະທ້ວງຢ່າງສັນຕິຢູ່ໃນຮົງກົງວ່າ “ເປັນພວກກໍ່ການຮ້າຍ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG