ປະທານາທິບໍດີ ສະຫະລັດ ແລະ ບຣາຊີລ ກ່າວວ່າ ຕົນເຫັນພ້ອມ
ເຖິງຄວາມສຳຄັນໃນການດຳເນີນຄວາມພະຍາຍາມຮ່ວມກັນເພື່ອ
ຮັບມືກັບການແຜ່ລະບາດ ຂອງເຊື້ອໄວຣັສ Zika.
ຫລັງຈາກ ພວກຜູ້ນຳທັງສອງ ໄດ້ກ່າວໃນວັນສຸກວານນີ້ແລ້ວ ທຳ
ນຽບຂາວກໍໄດ້ອອກຖະແຫຼງການສະບັບນຶ່ງ ກ່າວວ່າ ປະທານາທິ
ບໍດີບາຣັກ ໂອບາມາ ແລະ ປະທານາທິບໍດີ Dilma Rouseff ໄດ້
ຮັບຮູ້ເຖິງຄວາມສຳຄັນໃນການດຳເນີນງານຮ່ວມກັນ ເພື່ອລົງເລິກ
ໃນດ້ານຄວາມຮູ້ ຄວາມກ້າວໜ້າໃນການຄົ້ນຄວ້າແລະເລັ່ງລັດໃນ
ການດຳເນີນງານເພື່ອພັດທະນາຢາວັກຊີນທີ່ດີຂຶ້ນ ແລະເທັກໂນ ໂລຈີອື່ນໆ ເພື່ອຄວບຄຸມເຊື້ອໄວຣັສດັ່ງກ່າວ.
ອົງການອະນາໄມໂລກເຕືອນວ່າ ເຊື້ອໄວຣັສ Zika ກຳລັງແຜ່ລະບາດຢ່າງວ່ອງໄວໃນທະ
ວີບອາເມຣິກາ ແລະອາດມີຜົນກະທົບຕໍ່ຜູ້ຄົນຫຼາຍເຖິງ 4 ລ້ານຄົນ.
ເຊື້ອໄວຣັສ Zika ອາດມີການພົວພັນກັບ 4,000 ກໍລະນີທີ່ສົງໄສວ່າ ເປັນໂຣກ microce-
phaly ຢູ່ໃນ Brazil ຄືສະພາບການ ທີ່ເປັນຜົນພາໃຫ້ພວກທາລົກທີ່ເກີດໃໝ່ ມີຫົວ ແລະ
ສະໝອງນ້ອຍ ຜິດປົກກະຕິ. ໃນເວລານີ້ ຍັງບໍ່ສາມາດປິ່ນປົວ ໂຣກ microcephaly ໄດ້
ເທື່ອ.
ທ່ານນາງ Rouseff ໄດ້ປະກາດໃນວັນສຸກວານນີ້ໃຫ້ທຳການປາບປາມຍຸງລາຍທີ່ເປັນພາ
ຫະ ໃນການນຳເອົາເຊື້ອໄວຣັສ Zika ມາສູ່ມະນຸດ ຢູ່ໃນທົ່ວປະເທດ. ປະທານາທິບໍດີບຣາ
ຊີລ ໄດ້ສັ່ງໃຫ້ປະຕິບັດງານກຳຈັດບ່ອນເພາະພັນຂອງຍຸງລາຍ ຢູ່ຕາມສະຖານທີ່ຕ່າງໆ ທີ່
ບໍລິຫານງານໂດຍກອງທັບ ແລະສະຖານທີ່ການສຶກສາ ສາທາລະນະສຸກ ແລະສະຖານທີ່
ອື່ນໆຂອງລັດຖະບານກາງ.