ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າ​ໜ້າ​ທີ່​ ລາດ​ຕະ​ເວນ ​ຊາຍ​ແດນ​ ສ​ຫລ ຈັບ​ຊາວ​ອາ​ຟ​ຣິ​ກາ 153 ຄົນ ຢູ່​​ລັດ​ເທັກ​ຊັ​ສ


ບັນ​ດາ​ຄອບ​ຄົວ​ຄົນ​ເຂົ້າ​ເມືອງ ກຳ​ລັງ​ຂ້າມ​ແມ່​ນ້ຳ Rio Grande ​ເຂົ້າ​ມາ​ສະ​ຫະ​ລັດ​ຢ່າງ​ຜິດ​ກົດ​ໝາຍ ໃກ້​ກັບ​ເມືອງ El Paso ລັດ​ເທັກ​ຊັ​ສ ວັນ​ທີ 31 ພຶດ​ສະ​ພາ 2019.
ບັນ​ດາ​ຄອບ​ຄົວ​ຄົນ​ເຂົ້າ​ເມືອງ ກຳ​ລັງ​ຂ້າມ​ແມ່​ນ້ຳ Rio Grande ​ເຂົ້າ​ມາ​ສະ​ຫະ​ລັດ​ຢ່າງ​ຜິດ​ກົດ​ໝາຍ ໃກ້​ກັບ​ເມືອງ El Paso ລັດ​ເທັກ​ຊັ​ສ ວັນ​ທີ 31 ພຶດ​ສະ​ພາ 2019.

ພວກ​ເຈົ້າ​ໜ້າ​ທີ່​ລາດ​ຕະ​ເວນ​ຊາຍ​ແດນ​ສະ​ຫະ​ລັດ ໄດ້​ຈັບ​ຄົນ​ເຂົ້າ​ເມືອງ​ຊາວ​ອາຟ​ຣິ​ກາ
​ຫຼາຍກວ່າ 150 ຄົນ ທີ່​ພ​ະ​ຍາ​ຍາມ​ຂ້າມ​ຊາຍ​ແດນ ​ໂດຍ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ ເຂົ້າ​ມາ​ສູ່​ລັດ​
ເທັກ​ຊັ​ສ ຊຶ່ງ​ເປັນຊາຍ​ແດນ​ສະ​ຫະ​ລັດ​ທາງ​ພາກ​ໃຕ້​ລະ​ຫວ່າງ​ອາ​ທິດ​ທີ່​ຜ່ານ​ມາ ອີງ​ຕາມ
​ພວກ​ເຈົ້າ​ໜ້າ​ທີ່​ພາ​ສີແລະ​ປ້ອ​ງ​ກັນ​ຊາຍ​ແດນ ຫຼື CBP.

ໃນ​ວັນ​ເສົາ​ທີ່​ຜ່ານ​ມາ ພວກ​ເຈົ້າ​ໜ້າ​ທີ່​ໄດ້​ຈັບ​ກຸ່ມ​ນຶ່ງ ມີ 37 ຄົນ ທີ່ເປັນ​ຄົນ​ເຂົ້າ​ເມືອງບໍ່​ມີ​
ເອກ​ກະ​ສານ​ຈາກ​ອາ​ຟ​ຣິ​ກາ​ກາງ ຜູ້​ທີ່​ໄດ້​ຂ້າມ​ແມ່​ນ້ຳ Rio Grande ເຂົ້າ​ສູ່​ດິນ​ແດນ​ສ
​ຫະ​ລັດ ທີ່​ພວກ​ເຈົ້າ​ໜ້າ​ທີ່ CBP ກ່າ​ວ​ຢູ່​ໃນ​ຖະ​ແຫຼງ​ຂ່າວໃນ​ວັນ​ອັງ​ຄານ​ວານ​ນີ້. ອົງ​ການ
​ດັ່ງກ່າວເວົ້າ​ວ່າ ພວກ​ຄົນ​ເຂົ້າ​ເມືອງ​ປະ​ກອບ​ດ້ວຍ ກຸ່ມ​ຄອບ​ຄົວ ຮວມ​ທັງພວກເດັກ​ນ້ອຍ
ຈາກ​ສາ​ທາ​ລະ​ນະ​ລັດປະ​ຊາ​ທິ​ປະ​ໄຕຄອງ​ໂກ ແລະ​ສາ​ທາ​ລະ​ນະ​ລັດ​ຄອງ​ໂກ.

ໃນ​ຕອ​ນ​ແລງວັນ​ພະ​ຫັດ​ແລ້ວ​ນີ້ ພວກ​ເຈົ້າ​ໜ້າ​ທີ່​ໄດ້​ຈັບ​ຄົນ​ເຂົ້າ​ເມືອງ​ທີ່​ເປັນ​ຊາວ ອາ​ຟ​ຣິ
​ກາ​ກຸ່ມ​ນຶ່ງ 116 ຄົນ ຂ້າມ​ແມ່​ນ້ຳ​ໃນ​ເຂດ Del Rio ທີ່​ເຈົ້າ​ໜ້າ​ທີ່ CBP ກ່າວຢູ່​ໃນ​ຖະ​
ແຫຼງ​ຂ່າວ​ເມື່ອ​ວັນ​ທີ 31 ພຶດ​ສະ​ພາ. ຮູບ​ພາບ​ຈາກ​ອົງ​ການ CBP ສະ​ແດງ​ໃຫ້​ເຫັນ​ວ່າ
​ພວກ​ຜູ້​ຊາຍແລະ​ແມ່​ຍິງ ພາ​ກັນ​ຍ່າງ​ຂ້າມ​ນ້ຳ​ເລິກ​ພຽງ​ແອວ ຫຼາ​ຍ​ຄົນ​ພາ​ກັນ​ອູ້ມ​ພວກ​
ເດັກ​ນ້ອຍ ແລະ​ເຄື່ອງ​ຂອງ. ຖະ​ແຫຼງ​ຂ່າວ​ກ່າວຕື່ມວ່າ ພວກ​ຄົນ​ເຂົ້າ​ເມືອງ​ ຮວມ​ທັງ
ຊາວອັງ​ໂກ​ລາ ກາ​ເມ​ຣູນ ແລະ​ຄອງ​ໂກ ປະ​ກອບ​ເປັນ​ຄົນກຸ່ມ​ໃຫຍ່​ຈຸ​ທຳ​ອິດ​ຈາກ​ອາ​ຟ​ຣິ
​ກາ ທີ່​ຖືກ​ຈັບ​ຢູ່​ຊາຍ​ແດນ​ພາກ​ໃຕ້ ​ໃນ​ປີ​ນີ້.

ນອກນັ້ນ ພວກເຂົາ​ເຈົ້າ​ຍັງເປັນຄົນ​ກຸ່ມ​ໃຫຍ່​ ຈຸ​ທຳ​ອິດ ທີ່ຖືກ​ຈັບ​ຢູ່​ໃນ​ເຂດ Del Rio
ອີງ​ຕາມ​ຄຳ​ຖະ​ແຫຼງ​ຂອງອົງ​ການ​ດັ່ງ​ກ່າວ. ​ເຂດ Del Rio-Acuna ຕັ້ງ​ຢູ່​ເກືອບ 260
ກິ​ໂລ​ແ​ມັດ ຫ່າງ​ຈາກ​ເມືອງ San Antonio ​ໃນລັດ​ເທັກ​ຊັ​ສ ໄປທາງ​ກ້ຳ​ຕາ​ເວັນ​ຕົກ.

ອີງ​ຕາມ​ຫົວ​ໜ້າ​ເຂດ ທ່ານ​ຣອ​ລ ໂອ​ຣ​ຕິ​ສ ກ່າວ​ວ່າ “ກຸ່ມ​ໃຫຍ່​ດັ່ງ​ກ່າວ​ ຈາກ​ອາຟ​ຣິ​ກາ
ຍັງສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາ​ມສະລັບຊັບ​ຊ້ອນແລະ​ຄວາມ​ຮ້າຍ​ແຮງ​ດ້ານ​ຄວາມ​
ປອດໄພ​ຊາຍ​ແດນ ແລະ​ວິ​ກິດ​ການ​ມະ​ນຸດ​ສະ​ທຳ​ຢູ່​ໃນເຂດ​ຊາຍ​ແດນທາງ ພາກ​ຕາ​

ເວັນ​ຕົກ​ສຽງ​ໃຕ້​ຂອງ​ພວກ​ເຮົາ."

ພວກ​ຄົນ​ເຂົ້າ​ເມືອງ​ທີ່​ຖືກ​ຈັບ​ໃນ​ວັນ​ເສົາ​ໄດ້​ຖືກ​ນຳ​ໂຕໄປ​ປ້ອມ Eagle Pass ຢູ່​ ​ພາກ​
ໃຕ້​ຂອງ​ຊາຍ​ແດນ ປະ​ມານ 240 ກິ​ໂລ​ແມັດ ​ຫ່າງ​ຈາກ​ເມືອງ San Antonio ໄປ​ທາງ​
ຕາ​ເວັນ​ຕົກ​ສຽງ​ໃຕ້ ໃກ້​ກັບ​ເມືອງ Piedras Negras ​ຂອງ​ເມັກ​ຊິ​ໂກ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG