ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດ ຫ້າມນຳ​ເຂົ້າ ນໍ້າມັນຈາກຣັດເຊຍ ທ່າມກາງການຮຸກຮານ​ ຕໍ່ຢູເຄຣນ


ກຳປ່ັ່ນບັນທຸກນໍ້າມັນຣັດເຊຍ ທີ່ເຫັນຢູ່ທະເລ ທາງຕາເວັນອອກຂອງ ເມືອງວີອາດີໂວສຕັອກ ຣັດເຊຍ ວັນທີ 9 ຕຸລາ 2017.
ກຳປ່ັ່ນບັນທຸກນໍ້າມັນຣັດເຊຍ ທີ່ເຫັນຢູ່ທະເລ ທາງຕາເວັນອອກຂອງ ເມືອງວີອາດີໂວສຕັອກ ຣັດເຊຍ ວັນທີ 9 ຕຸລາ 2017.

ສະຫະລັດ ໄດ້​ຫ້າມການນຳເຂົ້ານໍ້າມັນແລະແກັສທັງ​ໝົດຂອງຣັດເຊຍ ​ອີງ​ຕາມການ​ປະ​ກາດ ​ຂອງປະທານາທິບໍດີໂຈ ໄບເດັນ ໃນວັນອັງຄານວານນີ້ ຊຶ່ງ​ເປັນການເຄື່ອນໄຫວ ທີ່ທ່ານກ່າວວ່າ “ຈະເປັນການສ້າງ​ຄວາມ​ເສຍ​ຫາຍທີ່ຮ້າຍແຮງອີກຢ່າງນຶ່ງ ຕໍ່​ກົງ​ຈັກສົງຄາມຂອງປູຕິນ” ໃນຂະນະທີ່ກຳລັງຣັດເຊຍ​ທີ່ຢູ່ພາຍໃຕ້​ການບັງຄັບບັນຊາຂອງປະທານາທິບໍດີວລາດີເມຍ ປູຕິນ ຍັງ​ສືບ​ຕໍ່ການ​ບຸກໂຈມຕີ​ໃນຢູເຄຣນ ຢູ່ນັ້ນ.

“ນີ້ແມ່ນບາດກ້າວທີ່ພວກເຮົາກຳລັງເຮັດເພື່ອສ້າງຄວາມເຈັບປວດ​ຕື່ມ​ຂຶ້ນ​ໃຫ້ແກ່ ປູຕິນ” ​ປະ​ທາ​ນາທິ​ບໍ​ດີ​ໄບ​ເດັນ​ໄດ້​ກ່າວ “ແຕ່​ກໍຈະມີລາຄາແພງຄືກັນ​ຢູ່ທີ່ນີ້ ໃນສະຫະລັດ.”

ລາຄານໍ້າມັນໄດ້ສູງຂຶ້ນຢູ່ແລ້ວກາຍ 4 ໂດລາສະຫະລັດ ຕໍ່ນຶ່ງກາລອນ ສູງທີ່ ສຸດເທົ່າທີ່ໄດ້ເຫັນມາຢູ່ໃນສະຫະລັດ ນັບແຕ່ປີ 2008. ໂຄສົກທຳນຽບຂາວ ທ່ານນາງເ​ຈັນ ຊາກິ ກ່າວວ່າ ລາຄາແພງເຫຼົ່ານີ້ ສາມາດຖີິ້ມໂທດ ໃສ່ຜູ້ຊາຍ​ພຽງຄົນດຽວ.

ທ່ານນາງກ່າວວ່າ “ຊາວອາເມຣິກັນພາກັນຈ່າຍເງິນ​ຫຼາຍຂຶ້ນຢູ່ປໍ້ານໍ້າມັນ ເພາະ ການກະທຳຂອງປະທານາທິບໍດີິປູຕິນ. ນີ້ແມ່ນການກະ​ທຳ​ຂອງ​ປູ​ຕິນ​ທີ່ເຮັດໃຫ້​ລາ​ຄາ​ນ້ຳ​ມັນ ຢູ່ຕາມປໍ້າ​ແພງ​ຂຶ້ນ ບໍ່ແມ່ນເກີດ​ຈາກການລົງໂທດຂອງພວກເຮົາ.”

ແຕ່ວ່າ ສະມາຊິກສະພາຕໍ່າພັກຣີພັບບລິກັນ ທ່ານແຄວິນ ແມັກຄາທີ ຈາກ ລັດຄາລີຟໍເນຍ ໄດ້ຕຳນິ ທ່ານໄບເດັນ ທີ່​ບໍ່​ຊຸກ​ຍູ້ໃຫ້​ມີ​ການຜະລິດນໍ້າມັນ​ຂອງອາເມ ຣິກັນຫຼາຍຂຶ້ນ.

ທ່ານກ່າວວ່າ “ພັກເດໂມແຄຣັດຢາກຖີ້ມໂທດລາຄານໍ້າມັນແພງໃສ່ຣັດເຊຍ. ແຕ່ ຄວາມຈິງແລ້ວແມ່ນ ເຂົາເຈົ້າບໍ່ເຂົ້າໃຈ​ກ່ຽວ​ກັບນະໂຍບາຍວ່າ ແຕ່ກ່ອນອື່ນເປັນຫຍັງພວກເຮົາຢູ່ທີ່ນີ້. ຕັ້ງແຕ່ມື້ທຳອິດ ປະທານາທິບໍດີໄດ້ຍົກ​ເລີກ ທໍ່ສົ່ງນໍ້າມັນຄີສະໂຕນ ແລະໄດ້ຢຸດສັນຍາໃໝ່ ​ໃນ​ການເຊົ່າ​ດິນຂຸດນໍ້າມັນ ແລະແກັສ ຢູ່ດິນ ຂອງລັດຖະບານກາງແລະເຂດ​ແຄມ​ທະ​ເລ. ຫຼັງຈາກນັ້ນ ທ່ານກໍ​ໄດ້​ເປີດໄຟຂຽວ​ໃຫ້ທໍ່​ສົ່ງນໍ້າມັນແກ່ປູຕິນ. ການຕັດສິນໃຈເຫຼົ່ານີ້ເຮັດໃຫ້ເກີດປະ​ຕິ​ກິ​ລ​ຍາ​ເປັນຜົນກະທົບທີ່​ສ້າງ​ຄວາມ​ເສຍ​ຫາຍ ຕໍ່​ຕ່ອງ​ໂສ້​ອຸບ​ປະ​ທານ.”

As Ukraine Conflict Rages, US Looks to New Oil Sources
please wait

No media source currently available

0:00 0:02:55 0:00

ການຫ້າມນຳ​ເຂົ້ານໍ້າມັນ ໄດ້ວາງອອກຢູ່​ໃນດຳລັດ​ຝ່າຍ​ບໍ​ລິ​ຫານນັ້ນ ເປັນການ ເຄື່ອນໄຫວຫລ້າສຸດາຂອງວໍຊິງຕັນ ເພື່ອບີບປູຕິນ ແລະຈຳກັດຄວາມສາມາດຂອງທ່ານ ໃນການໃຫ້ທຶນ​ເພື່ອໂຈມຕີຕໍ່​ຢູເຄຣນທີ່​ເປັນເພື່ອນບ້ານ ປູຕິນ ແມ່ນນຶ່ງໃນບັນດາສ່ວນບຸກຄົນທີ່ຮັ່ງສຸດຂອງໂລກ ໄດ້ຖືກກ່າວຫາໂດຍພວກຕຳນິໃນການເອົາເງິນເຂົ້າຖົງຕົນເອງ ດ້ວຍການກະທຳຜິດຈາກການສົ່ງພະລັງງານອອກ​ໄປ​ຂາຍ​ຢູ່​ຕ່າງປະເທດຂອງທ່ານ.

ພາຍໃຕ້ດຳລັດ​ຝ່າຍ​ບໍ​ລິ​ຫານ​ສະ​ບັບ​ນີ້ ສະຫະລັດຍັງ​ໄດ້ຫ້າມການ​ນຳ​ເຂົ້ານໍ້າມັນດິບ ຜະລິດຕະພັນເປໂຕຣລຽມ ແກັສທຳມະຊາດ ແລະຜະລິດຕະພັນຖ່ານຫີນ ແລະຫ້າມຊາວ ອາເມຣິກັນໃດໆລົງທຶນ ຢູ່ໃນຂະແໜງພະລັງງານຂອງຣັດເຊຍ. ການຫ້າມແມ່ນ ມີ​ຜົນ​ບັງ​ຄັບໃນທັນທີ ​ຕໍ່ສັນຍາທີ່ມີຢູ່ນັ້ນຈະໃຊ້ເວລາ 45 ມື້ໃນການເຮັດໃຫ້ເສັດສິ້ນ ​ອີງ​ຕາມ​ຄຳ​ເວົ້າ​ຂອງທຳນຽບຂາວ​ທີ່ໄດ້ກ່າວ​ໄວ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG