ພວກນັກລົບປົກປ້ອງຈຸສຸດທ້າຍ ຂອງກຸ່ມກໍ່ການຮ້າຍລັດອິສລາມ ທີ່ໄດ້ປະກາດຕົນເອງ
ເປັນການປົກຄອງລັດອິສລາມ ຫຼື ຄາລີເຟດ ແມ່ນປະຕິເສດ ທີ່ຈະຍອມແພ້ ໂດຍຍຶດຕິດ
ກັບດິນແດນພຽງເຫຼັກນ້ອຍ ແຫ່ງສຸດທາຍ ໃນຂະນະທີ່ລີ້ຊ່ອນຢູ່ພາຍໃນພົນລະເຮືອນ
ຫຼາຍຮ້ອຍຄົນ.
ບັນດາຜູ້ບັນຊາການປະຈຳ ກອງກຳລັງເພື່ອປະຊາທິປະໄຕໃນຊີເຣຍ ຫຼື SDF ໂດຍໄດ້
ຮັບການໜຸນຫຼັງຈາກສະຫະລັດ ບັນດາຜູ້ສັງເກດການ ແລະບັນດາເຈົ້າໜ້າທີ່ປະຈຳ
ກຳລັງປະສົມຕໍ່ຕ້ານກຸ່ມລັດອິສລາມ ຫຼື IS ກ່າວວ່າ ປະມານ 300 ຄົນ ໂດຍສ່ວນໃຫຍ່
ແມ່ນພວກນັກລົບຕ່າງປະເທດ ເຖິງເວລານີ້ ໄດ້ທຳຄວາມພະຍາຍາມເພື່ອເຮັດໃຫ້ທໍ້ໃຈ
ແລະໃຫ້ພວກເຂົາເຈົ້າ ຍອມຈຳນົນພື້ນທີ່ ໃນຄຸ້ມບ້ານ ບາກຮູຊ ຢູ່ທາງພາກຕາເວັນອອກ
ຂອງຊີເຣຍ ທີ່ມີໄລຍະກວ້າງບໍ່ກາຍ 100 ກວ່າຕາລາງແມັດ.
ໂດຍເປັນຄວາມພະຍາຍາມ ທີ່ຫຍຸ້ງຍາກ ທີ່ຈະກຳຈັດການມີຕົນໂຕຂອງການປົກຄອງ
ໂດຍລັດອິສລາມ ຂອງກຸ່ມກໍ່ການຮ້າຍດັ່ງກ່າວ ພວກເຂົາເຈົ້າກ່າວວ່າ ກໍ ເປັນຍ້ອນການ
ມີພົນລະເຮືອນຫຼາຍເຖິງ 1,000 ຄົນ ລວມຢູ່ກັບພວກສະມາຊິກ ຄອບຄົວຂອງກຸ່ມລັດ
ອິສລາມ ທີ່ປະກອບດ້ວຍ ພວກເດັກນ້ອຍແລະເປັນໄປໄດ້ ວ່າ ຖືກຈັບເປັນໂຕປະກັນ
ພ້ອມດ້ວຍຄວາມເປັນຫ່ວງທີ່ມີຢູ່ຕໍ່ເນື່ອງທີ່ວ່າ ພວກ ຫົວຮຸນແຮງລັດອິສລາມ ແລະ
ພົນລະເຮືອນ ອາດຈະຫລົບລີ້ ຢູ່ໃນຂຸມອຸໂມງ ທີ່ມີໂຄງຂ່າຍຍາວຢຽດອອກໄປຈາກ
ເມືອງບາກຮູຊ.
ອົງການສິ້ງຊອມສິດທິມະນຸດຂອງຊີເຣຍ ຫຼື SOHR ທີ່ມີຫ້ອງການຕັ້ງຢູ່ໃນອັງກິດ ຊຶ່ງ
ໄດ້ຕິດຕາມເບິ່ງ ບັນຫາຂັດແຍ້ງຢູ່ໃນຊີເຣຍ ໄດ້ກ່າວໃນເວັບໄຊຂອງຕົນ ໃນວັນຈັນ
ວານນີ້ ວ່າ ບັນດາຜູ້ບັນຊາການ ຂອງ ກຳລັງ SDF ໄດ້ປະຕິ ເສດຮັບເອົາການຮ້ອງຂໍ
ໂດຍພວກນັກລົບຂອງກຸ່ມລັດອິສລາມ ທີ່ຍັງເຫຼືອຢູ່ ໃຫ້ອະນຸຍາດ ພວກເຂົາເຈົ້າຜ່ານ
ເຂົ້າໄປ ອີຣັກ ທີ່ເປັນປະເທດໃກ້ຄຽງຢ່າງປອດໄພ ໃນການແລກປ່ຽນກັບ ການປ່ອຍ
ພວກໂຕປະກັນ ແລະພວກຊະເລີຍຂອງກຳລັງ SDF.
ອົງການ SOHR ແລະ ພວກນັກເຄື່ີອນໄຫວອື່ນໆຍັງໄດ້ກ່າວວ່າ ກຳລັງ SDF ໄດ້ອະ
ນຸຍາດ ໃຫ້ລົດບັນທຸກຫຼາຍຄັນ ທີ່ບັນຈຸອາຫານນຳສົ່ງໄປຍັງພື້ນທີ່ ທີ່ປົກຄອງ ໂດຍກຸ່ມ
IS ອາດເປັນໄປໄດ້ວ່າ ເປັນການແລກປ່ຽນກັບ ການປ່ອຍໂຕພວກນັກລົບຂອງກຳລັງ
SDF 10 ຄົນ.
ສະພາບການທີ່ເຄື່ອນໄຫວຢ່າງຊ້າໆນີ້ ຢູ່ໃນເມືອງບາກຮູຊ໌ ໄດ້ມີຂຶ້ນຂະນະທີ່ ບັນດາ
ຜູ້ບັນຊາການ ລະດັບສູງຂອງສະຫະລັດ ໄດ້ເດີນທາງໄປຢ້ຽມຢາມກັບ ການນຳຂອງ
ກຳລັງ SDF.
ຫົວໜ້າກອງບັນຊາການ ກຳລັງ ສຫລ ໃນພາກຕາເວັນອອກກາງ ນາຍພົນ ໂຈເຊັບ
ໂວແທລ ໄດ້ພົບປະກັບຜູ້ບັນຊາການ ຂອງກຳລັງ SDF ທ່ານ ມາຊລຸມ ໂກບານີ ໃນວັນ
ຈັນວານນີ້ ຢູ່ໃນຊີເຣຍ.
The last defenders of the Islamic State terror group's self-declared caliphate are refusing to surrender, clinging to their last sliver of land while hiding among hundreds of civilians.
Commanders with the U.S.-backed Syrian Democratic Forces, observers and officials with the anti-IS coalition say about 300 mostly foreign fighters have so far rebuffed efforts to get them to give up an area in the eastern Syrian village of Baghuz that spans no more than a few hundred square meters.
Complicating efforts to finish off the terror group's physical caliphate, they say, is the presence of up to 1,000 civilians, including IS family members, children and possible hostages, as well as ongoing concerns that more IS militants and civilians may be hidden in a network of tunnels extending from Baghuz.
The Britain-based Syrian Observatory for Human Rights, which has been monitoring the conflict in Syria, said on its website Monday that SDF commanders had rejected a request by the remaining IS fighters to allow them safe passage into neighboring Iraq in exchange for the release of hostages and SDF prisoners.
SOHR and other activists also said that the SDF did allow several truckloads of food to be delivered to the IS-held area, possibly in return for the release of 10 SDF fighters.
The slow-moving developments in Baghuz came as a top U.S. commander visited with SDF leadership.
The head of U.S. Central Command, Gen. Joseph Votel, met Monday with SDF commander-in-chief Mazloum Kobani in Syria, Monday.