ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ວັນຄົບຮອບຂີດໝາຍ 73 ປີ ຂອງການຖີ້ມ ລະເບີດປະລະມານູ ໃສ່ນະຄອນ ຮີໂຣຊິມາ


ພາບຖ່າຍໃນວັນທີ 7 ກັນຍາ ປີ 1945 ທີ່ມີຜູ້ຊາຍຄົນນຶ່ງຢືນຢູ່ ໃກ້ເຕົາໄຟເຮືອນ ທີ່ເຄີຍຕັ້ງຢູ່ໃນເມືອງຮີໂຣຊິມາ ປະເທດຍີ່ປຸ່ນ.
ພາບຖ່າຍໃນວັນທີ 7 ກັນຍາ ປີ 1945 ທີ່ມີຜູ້ຊາຍຄົນນຶ່ງຢືນຢູ່ ໃກ້ເຕົາໄຟເຮືອນ ທີ່ເຄີຍຕັ້ງຢູ່ໃນເມືອງຮີໂຣຊິມາ ປະເທດຍີ່ປຸ່ນ.

ເຈົ້າ​ເມືອງ​ ​ເມືອງຮີ​ໂຣ​ຊິ​ມາ ປະ​ເທດ​ຍີ່ປຸ່ນ​ໄດ້​ເຕືອນ​ໃນ​ວັນ​ຈັນ​ມື້​ນີວ່າ ການ​ລຸກ​ ຮື​ຂຶ້ນ
​ຂອງຄວາມ​ເປັນ​ຊາດນິຍົມ ພວມຂົ່ມຂູ່​ຕໍ່​ສັນຕິພາບ​ໂລກ ເວລາທ່ານກ່າວ​ຢູ່​ໃນ​ພິທີ​ຄົບ
ຮອບຂີດ​ໝາຍ 73 ປີ ຂອງ​ການ​ຖີ້ມລະ​ເບີດ​ໃສ່​ເມືອງ​ຂອງ​ທ່ານ​ໂດຍ​ສະຫະລັດ.

ຢູ່ໃນ​ຄຳ​ປາ​ໄສ​ຂອງ​ທ່ານ​ທີ່ອະນຸສາ​ວາລີໄວ້ອາ​ໄລ​ສັນຕິພາບ​ຮີ​ໂຣ​ຊິ​ມາ ​ເຈົ້າ​ເ​ມື​ອງ
ກາ​ຊຸ​ມິ ມັຕຊຸຍ ກ່າວ​ວ່າ ບັນດາ​ປະ​ເທດ​ຈຳນວນ​ນຶ່ງ​ “ກຳລັງຟື້ນ​ຟູຄວາມ​ເຄັ່ງ​ຕືງ ທີ່​ໄດ້​
ຜ່ອນ​ເບົາ​ລົງ​ ໃນ​ຕອນ​ທ້າຍຂອງ​ສົງຄາມ​ໂລກ​ຄັ້ງ​ທີ່​ສອງ” ​ເຖິງ​ແມ່ນ​ວ່າ​ທ່ານ​ບໍ່​ໄດ້ເອີ່ຍ
​ເຖິງ​ບັນດາ​ປະ​ເທດ​ເຫລົ່າ​ນັ້ນກຕາມ. ທ່ານ​ມັຕຊຸຍ ກ່າວ​ວ່າ ບັນ​ດາ​ປະ​ເທດ​ເຫລົ່າ​ນີ້
“ກຳລັງສະ​ແດງຕົນ​ເອງ​ອອກ​ມາ​ຢ່າ​ງຈະ​ແຈ້ງຢູ່​ໃຈກາງ

ຄວາມ​ເປັນ​ຊາດ​ນິຍົມ” ​ໃນ​ຂະນະ​ທີ່​ພັດທະນາ​ອາວຸດ​ນິວ​ເຄຼຍຂອງ​ເຂົາ​ເຈົ້າຢູ່.

​ແຕ່​ທ່ານ​ມັຕຊຸຍ​ ກໍໄດ້​ຮຽກຮ້ອງ​ໃຫ້​ຍີ່ປຸ່ນ​ເອງ​ນຳພາ​ໃນ​ການ​ເຮັດ​ວຽກ​ໄປ​ສູ່​ການ​ລົບ​ລ້າ​ງອາວຸດນິວ​ເຄລຍ. ​ໂຕ​ກຽວແມ່ນ​ຢູ່​ພາຍ​ໃຕ້​ການ​ປົກປ້ອງຄຸ້ມຄອງຂອງ​ສະຫະລັດ ອັນ
​ທີ່​ຮ້ອງ​ວ່່າ “ຂັ່ນຮົມ​ນິວ​ເຄລຍ” ​ແລະ​ບໍ່​ໄດ້​ຢູ່​ໃນ​ສົນທິສັນຍາ​ລົງ​ນາມ​ເກືອດ​ຫ້າມ​ອາວຸດ​
ນິວ​ເຄລຍ.

ການ​ຖີ້ມລະ​ເບີດ​ໃສ່ເມືອງ​ຮີ​ໂຣຊິ​ມາ ​ໃນວັນ​ທີ 6 ​ເ​ດືອນສິງຫາ ປີ 1945 ທີ່​ໄດ້ເຮັ​ດ​ໃຫ້​ມີ
​ຜູ້​ເສຍ​ຊີວິດ 170,000 ຄົນ ທີ່​ເປັນ​ການ​ໃຊ້​ອາວຸດ​ນິວຄເລຍ​ຂອງ​ໂລກ​ເທື່ອທຳ​ອິດ ຕິດ
ຕາມ​ມາ​ດ້ວຍ​ອີກ​ສາມ​ວັນ​ຕໍ່​ມາ ​ໂດຍ​ການ​ຖີ້ມລະ​ເບີດໃສ່​ເມືອງ​ນາ​ກາ​ຊາ​ກີ ຊຶ່ງ​ໄດ້​ເຮັດ
​ໃຫ້​ຫຼາຍກ​ວ່າ 70,000 ​ກວ່າ​ຄົນ​ເສ​ຍຊີວິດ ​ແລະ​ນຳ​ໄປ​ສູ່​ການ​ຍອມ​ຈຳນົນ​ຂອງ​ຍີ່​ປຸ່ນ
​ໂດຍ​ບໍ່​ມີ​ເງື່ອນ​ໄຂ ແລະສິ້ນ​ສຸດ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ.

ຮູບພາບໃນວັນທີ່ 8 ເດືອນສິງຫາ 1945 ທີ່ເຫັນບັນດາຜູ້ລອດຊີວິດ ຍ່າງຜ່ານເຮືອນທີເພພັງ ສອງມື້ຫຼັງຈາກສະຫະລັດຖີ້ມລະເບີດນິວເຄລຍໃສ່ ເມືອງຮີໂຣຊິມາ ປະເທດບີ່ປຸ່ນ.
ຮູບພາບໃນວັນທີ່ 8 ເດືອນສິງຫາ 1945 ທີ່ເຫັນບັນດາຜູ້ລອດຊີວິດ ຍ່າງຜ່ານເຮືອນທີເພພັງ ສອງມື້ຫຼັງຈາກສະຫະລັດຖີ້ມລະເບີດນິວເຄລຍໃສ່ ເມືອງຮີໂຣຊິມາ ປະເທດບີ່ປຸ່ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG