ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດວ່າ ຕົນບໍ່ມີ ຄວາມປາດຖະໜາ ທີ່ຈະຕັ້ງ ຖານທັບໃໝ່ ຢູ່ໃນເອເຊຍປາຊິຟິກ


ພົນເຮືອເອກ Robert Willard, ຜູ້ບັນຊາການກຳລັງສະຫະລັດປະຈໍາເຂດປາຊີຟິກກ່າວຕໍ່ພວກນັກຂ່າວທີ່ ນະຄອນຫລວງວໍຊິງຕັນ ໃນວັນສຸກວານນີ້ວ່າ ສະຫະລັດບໍ່ມີຄວາມປາດຖະໜາໃນການຕັ້ງຖານທັບໃໝ່ ຢູ່ໃນພາກພື້ນ ເອເຊຍ-ປາຊິຟິກ
ພົນເຮືອເອກ Robert Willard, ຜູ້ບັນຊາການກຳລັງສະຫະລັດປະຈໍາເຂດປາຊີຟິກກ່າວຕໍ່ພວກນັກຂ່າວທີ່ ນະຄອນຫລວງວໍຊິງຕັນ ໃນວັນສຸກວານນີ້ວ່າ ສະຫະລັດບໍ່ມີຄວາມປາດຖະໜາໃນການຕັ້ງຖານທັບໃໝ່ ຢູ່ໃນພາກພື້ນ ເອເຊຍ-ປາຊິຟິກ

ຜູ້ບັນຊາການທະຫານຂອງສະຫະລັດປະຈໍາພາກພື້ນເອເຊຍ ແລະປາຊິຟິກເວົ້າວ່າ ສະຫະລັດບໍ່ມີຄວາມປາດຖະໜາ ໃນການຕັ້ງຖານທັບ​ໃໝ່ ຢູ່ໃນພາກພື້ນດັ່ງກ່າວ.

ພົນເຮືອເອກ Robert Willard, ຜູ້ບັນຊາການກຳລັງສະຫະລັດປະຈໍາເຂດປາຊີຟິກ ໄດ້ກ່າວຕໍ່ພວກນັກຂ່າວທີ່ນະຄອນຫລວງວໍຊິງຕັນ ໃນວັນສຸກວານນີ້ວ່າ ເປົ້າໝາຍ
ທາງທະຫານກໍຄື ໃຫ້ມີເຄືອຂ່າຍຂອງບ່ອນທີ່ກໍາລັງທະຫານອາເມຣິກັນ ສາມາດແວະ
ຢ້ຽມຢາມ​ແບບ​ໝູນວຽນໄດ້. ແຕ່ທ່ານກໍໄດ້ເວົ້າວ່າ ທາງກອງທັບ ຢາກຫລີກລ້ຽງການ
ບຳລຸງ​ຮັກສາຖານທັບທີ່ມີຄ່າໃຊ້ຈ່າຍແພງ.

ນອກນັ້ນທ່ານ Willard ຍັງໄດ້ເວົ້າວ່າສະຫະລັດ ມີຜົນປະໂຫຍດແຫ່ງຊາດ ໃນພາກ
ພື້ນເອເຊຍປາຟິກ ແລະມີພາຄີທາງຍຸດທະສາດຫລາຍປະເທດຢູ່ແຫ່ງນັ້ນ. ແຕ່ວ່າທ່ານ ໄດ້ຮຽກຮ້ອງໃຫ້ມີການປັບປຸງສາຍພົວພັນທາງທະຫານກັບຈີນ.

ຈີນໄດ້ຢຸດຕິການແລກປ່ຽນທາງທະຫານກັບລັດຖະບານກຸງວໍຊິງຕັນ ເພື່ອເປັນການປະ
ທ້ວງ ຕໍ່ການທີ່ສະຫະລັດຂາຍອາວຸດໃຫ້ແກ່ໄຕ້ຫວັນ. ກົດໝາຍຂອງສະຫະລັດຮຽກ
ຮ້ອງ ສະຫະລັດສະໜອງອຸປະກອນໃຫ້ແກ່ໄຕ້ຫວັນ ເພື່ອໃຫ້ປະເທດດັ່ງກ່າວສາມາດ
ປ້ອງກັນຕົວເອງໄດ້. ຈີນກ່າວອ້າງວ່າ ເກາະໄຕ້ຫວັນແມ່ນ ສ່ວນນຶ່ງຂອງຜືນແຜ່ນດິນຈີນ
ແລະປະນາມການການ​ຕົກລົງຊື້ຂາຍອາວຸດ ລະຫວ່າງສະຫະລັດ ແລະໄຕ້ຫວັນ.

ໃນປີກາຍນີ້ ກຸງປັກກິ່ງໄດ້ເຮັດໃຫ້ປະເທດເພື່ອນບ້ານຫລາຍໆປະເທດ ມີຄວາມບໍ່ພໍໃຈ
ຊຶ່ງລວມມີ ມາເລເຊຍ, ຫວຽດນາມ ແລະຟີລິບປິນ ໂດຍການອ້າງເອົາ ກໍາມະສິດແຕ່ພຽງ
ຜູ້ດຽວ ​ໃນເຂດແດນທີ່ສໍາຄັນເຂດນຶ່ງ ຢູ່ທະເລຈີນໃຕ້. ຟີລິບປິນໄດ້ຮ້ອງຂໍໃຫ້ສະຫະລັດ ຊ່ວຍສະໜັບສະໜຸນໃນການແກ້ໄຂ ຂໍ້ຂັດແຍ້ງດັ່ງກ່າວ. ຈີນໄດ້ຢືນຢັດວ່າໃຫ້ມີການເຈລະ
ຈາ ເລື້ອງນີ້ແບບສອງຝ່າຍ ກັບປະເທດເພື່ອນບ້ານຂອງຕົນ.

ພົນເຮືອເອກ Willard ກ່າວວ່າ ສະຫະລັດຢາກຊ່ວຍຟີລິບປິນໃຫ້ເປັນປະເທດ ທີ່ມີອໍາ ນາດທາງທະເລແບບເພິ່ງຕົນເອງ.

ສະຫະລັດໄດ້ຮຽກຮ້ອງຊໍ້າແລ້ວຊໍ້າອີກວ່າ ໃຫ້ມີການຮ່ວມມືທາງດ້ານປ້ອງກັນປະເທດ
ກັບຈີນ ຢ່າງໃກ້ສິດຂຶ້ນກວ່າເກົ່າ ເພື່ອປ້ອງກັນບໍ່ໃຫ້ເກີດເຫດການປະທະກັນແບບບໍ່ຕັ້ງໃຈ ໃນເຂດນ່ານນໍ້າຢູ່ໃນມະຫາສະມຸດປາຊີຟິກ.

XS
SM
MD
LG