ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ກຸມພາ ໒໐໒໕

ບັນດາພັນທະມິດໃນເຂດເອເຊຍ ຂອງສະຫະລັດ ຕ່າງກໍວິຕົກກັງວົນ ໃນຂະນະລໍຖ້າສະໄໝທີສອງ ຂອງທ່ານ ທຣຳ


ພາບໃນຈໍໂທລະພາບ ສະແດງໃຫ້ເຫັນບັນທຶກພາບຂອງຜູ້ສະໝັກລົງແຂ່ງຂັນເປັນປະທານາທິບໍດີ ຈາກພັກຣີພັບບລີກັນ ອະດີດປະທານາທິບໍດີ ດໍໂນລ ທຣຳ ກ່າວຖະແຫລງ ໃນລະຫວ່າງ ລາຍການຂ່າວໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ເມື່ອວັນທີ 6 ພະຈິກ 2024. (AP Photo/Lee Jin-man)
ພາບໃນຈໍໂທລະພາບ ສະແດງໃຫ້ເຫັນບັນທຶກພາບຂອງຜູ້ສະໝັກລົງແຂ່ງຂັນເປັນປະທານາທິບໍດີ ຈາກພັກຣີພັບບລີກັນ ອະດີດປະທານາທິບໍດີ ດໍໂນລ ທຣຳ ກ່າວຖະແຫລງ ໃນລະຫວ່າງ ລາຍການຂ່າວໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ເມື່ອວັນທີ 6 ພະຈິກ 2024. (AP Photo/Lee Jin-man)

ບັນ​ດາ​ພັນ​ທະ​ມິດ ສະ​ຫະ​ລັດ ໃນ​ເອ​ເຊຍ ໄດ້​ສະ​ແດງ​ຄວາມ​ຍິນ​ດີຕໍ່​ທ່ານ ດໍ​ໂນ​ລ ທ​ຣຳ ສຳ​ລັບ​ໄຊ​ຊະ​ນະ​ຢ່າງ​ເດັດ​ຂາດ​ຂອງ​ທ່ານ​ເມື່ອ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ ໃນ​ການ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ, ແຕ່ຫຼາ​ຍ​ປະ​ເທດ​ໃນ​ເອ​ເຊຍ ຍັງ​ເປັນ​ຫ່ວງ ກ່ຽວ​ກັບ ການ​ກັບ​ຄືນ​ມາ​ຂອງ​ນະ​ໂຍ​ບາຍ​ຕ່າງໆ​ປະ​ເທດ “ອາ​ເມ​ຣິ​ກາ​ມາ​ກ່ອນ​” ວ່າ​ມັນ​ຈະ​ມີ​ຄວາມ​ໝາຍ​ຫຍັງ​ຕໍ່​ປະ​ເທດ​ຂອງ​ເຂົາ​ເຈົ້າ, ເຊິ່ງ ບິ​ລ ກາ​ລ​ໂລ ນັກ​ຂ່າວ​ວີ​ໂອ​ເອ​ລາຍ​ງານ​ຈາກ​ນະ​ຄອນຫຼວງ​ ໂຊ​ລ, ເກົາຫຼີ​ໃຕ້.

ໃນ​ການ​ດຳ​ລົງ​ຕຳ​ແໜ່ງ​ສະ​ໄໝ​ທຳ​ອິດ​ຂອງ​ທ່ານ, ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ປະ​ສົບ​ໄພ​ຂົ່ມ​ຂູ່​ລະ​ດັບ​ສູງ​ກັບດ້ານ​ການ​ທູດ ໃນ​ຂະ​ນະ​ທີ່​ທ່ານ​ດຳ​ເນີນ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ​ທີ່ບໍ່​ສາ​ມາດ​ຄາດ​ເດົາ​ໄດ້.

ດ້ວຍ​ທ່ານ ທ​ຣຳ ກັບ​ຄືນ​ສູ່​ຕຳ​ແໜ່ງ​ໃນ​ຕອນນີ້, ບັນ​ດາ​ພັນ​ທະ​ມິດ ແລະ ຄູ່​ພາຄີທັງຫຼາຍ​ໃນ​ເອ​ເຊຍ ແມ່ນ​ກຳ​ລັງ​ພະ​ຍາ​ຍາມ​ພິ​ຈາ​ລະ​ນາ​ວ່າ “ອາ​ເມ​ຣິ​ກາ​ມາ​ກ່ອນ” ຮອບ​ສອງ​ຈະ​ມີ​ຄວາມ​ໝາຍ​ຫຍັງ​ຕໍ່​ເຂົາ​ເຈົ້າ.

ໃນ​ປະ​ເທດ ເກົາຫຼີ​ໃຕ້, ປະ​ທາ​ນາ​ທິ​ບໍ​ດີ ຢູນ ຊຸກ ໂຢ​ລ ແມ່ນ​ມີ​ຄວາມຄິດ​ໃນ​ແງ່ບວກ​ໃນ​ວັນ​ພະ​ຫັດ​ວານນີ້, ໂດຍ​ກ່າວ​ວ່າ​ທ່ານ ແລະ ທ່າ​ນ ທ​ຣຳ ຈະ​ສ້າງ “ຈຸດ​ຢືນ​ທາງ​ດ້ານ​ຄວ​າມ​ໝັ້ນ​ຄົງ​ທີ່​ສົມ​ບູນ.”

ທ່ານ ຢູນ ຊຸກ ໂຢ​ລ ປະ​ທາ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້ ກ່າວ​ວ່າ “ພວກ​ເຮົາ​ໄດ້​ບລົມກັນ​ກ່ຽວ​ກັບ​ການ​ມີ​ຄວາມ​ສາ​ມັກ​ຄີ​ທີ່​ແຂງ​ແກ່ນ ແລະ ການ​ເປັນ​ຄູ່​ພາຄີ​ໃນ​ເຂດ​ເອ​ເຊຍ-ປາ​ຊີ​ຟິກ ແລະ ພາກ​ພື້ນ​ໃນ​ທົ່ວ​ໂລກ ໂດຍ​ອີງ​ໃສ່​ກາ​ນ​ເປັນ​ພັນ​ທະ​ມິດ​ລະ​ຫວ່າງ ເກົາຫຼີ​ໃຕ້ ແລະ ສະ​ຫະ​ລັດ.”

ຫຼາຍ​ຄົນ​ໃນ​ນະ​ຄອນຫຼວງ ໂຊ​ລ ເປັນ​ຫ່ວງວ່າ ທ່ານ ທ​ຣຳ ອາດ​ເຮັດ​ຂໍ້​ຕົກ​ລົງ​ກັບ ເກົາຫຼີ​ເໜືອ, ເຊິ່ງ​ມີ​ຄວາ​ມ​ເປັນ​ໄປ​ໄດ້​ວ່າ​ໂດຍ​ປາ​ສະ​ຈາກ​ການ​ປຶກ​ສາຫາລື​ກັບ ເກົາຫຼີ​ໃຕ້.

ທ່ານ ທ​ຣຳ ຍັງ​ຈະ​ສືບ​ຕໍ່​ຜັກ​ດັນ ເກົາຫຼີ​ໃຕ້ ໃຫ້​ຈ່າຍ​ເງິນຫຼາຍ​ຂຶ້ນ ເພື່ອ​ທີ່​ຈະ​ມີ​ທະ​ຫານ ສະ​ຫະ​ລັດ ປະ​ຈຳ​ການ​ຢູ່​ໃນ​ປະ​ເທດ, ຈົນ​ນຳ​ໄປ​ສູ່ຫຼາຍ​ຄົນ​ໃນ​ນະ​ຄອນຫຼວງ ໂຊ​ລ ຕັ້ງ​ຄຳ​ຖາມ​ວ່າ ສະ​ຫະ​ລັດ ມີ​ຄວາມ​ມຸ່ງ​ໝັ້ນຫຼາຍ​ຊ່ຳ​ໃດ​ທີ່​ຈະ​ປົກ​ປ້ອງ​ເຂົາ​ເຈົ້າ.

ຍີ່​ປຸ່ນ ກໍ​ມີ​ຄວາມ​ເປັນ​ຫ່ວງ​ທີ່​ຄ້າຍ​ຄື​ກັນ, ແນວ​ໃດ​ກໍ​ຕາມ ນາ​ຍົກ​ລັດ​ຖະ​ມົນ​ຕີ ຊິ​ເກ​ຣຸ ອິ​ຊິ​ບະ ໄດ້​ເອີ້ນ​ການ​ໂອ້ລົມ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ ກັບ​ທ່ານ ທ​ຣຳ ວ່າ “ເປັນ​ມິດຫຼາຍ.”

ພັກ​ລັດ​ຖະ​ບານ​ຂອງ​ທ່ານ ອິ​ຊິ​ບະ ໃນ​ເດືອນ​ແລ້ວນີ້​ ໄດ້​ປະ​ສົບ​ກັບ​ການ​ຜ່າຍ​ແພ້​ຄັ້ງ​ໃຫຍ່. ຖ້າ​ທ່ານ​ຫາກ​ລອດ​ຕົວ​ມາ​ໄດ້​ໃນ​ຖາ​ນະ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ບາງ​ຄົນ​ຢ້ານ​ວ່າ ທ່ານ ອິ​ຊິ​ບະ ທີ່​ອ່ອນ​ແອ​ລົງ ອາດ​ມີ​ບັນ​ຫາ​ໃນ​ການ​ຕ້ານ​ຢັນ​ຄວາມ​ຮຽກ​ຮ້ອງ​ຂອງ​ທ່ານ ທ​ຣຳ.

ທ່ານ​ ໂທ​ໂມ​ຮິ​ໂກະ ຕານິກູສິ, ທີ່​ປຶກ​ສາ​ພິ​ເສດ, ຢູ່​ສູນ​ການ​ສຶກ​ສາ​ອະ​ນາ​ຄົດ ຟູ​ຈິ​ຊຸ ກ່າວ​ວ່າ “ເພື່ອ​ຮັບ​ມື​ຢ່າງ​ປະ​ສົບ​ຄວາມ​ສຳ​ເລັດ​ກັບ​ທ່ານ ທ​ຣຳ, ເຈົ້າ​ຕ້ອງ​ເຂັ້ມ​ແຂງ. ເຈົ້າ​ຕ້ອງມີ​ທຶນ​ທາງ​ການ​ເມືອງ​ທີ່​ພຽງ​ພໍ ແລະ ນັ້ນ​ຄື​ສິ່ງ​ທີ່​ຜູ້​ນຳ​ຍີ່​ປຸ່ນ ບໍ່​ວ່າ​ຈະ​ເປັນ​ທ່ານ ອິ​ຊິ​ບະ ຫຼື​ໃຜ​ກໍ​ຕາມ ບໍ່​ສາ​ມາດ​ສະ​ແດງ​ອອກ​ມາ​ໄດ້ ແລະ ບໍ່​ສາ​ມາດ​ມີ​ມັນ​ໄດ້.”

ໃນ ໄຕ້​ຫວັນ, ລັດ​ຖະ​ບານ​ໄດ້​ຢືນ​ຢັນ​ວ່າ ສາຍພົວ​ພັນຂອງ​ເຂົາ​ເຈົ້າ​ກັບ ສະ​ຫະ​ລັດ ຍັງ​ຄົງ “ໝັ້ນ​ຄົງ​ຢູ່​ຄື​ເກົ່າ.”

ແຕ່​ເຂົາ​ເຈົ້າ​ຍັງ​ໄດ້​ເຕືອນ​ວ່າ​ຈີນ ອາດ​ພະ​ຍາ​ຍາມ​ທົດ​ລອງ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່ ຜ່ານ​ກາ​ນ​ຂົ່ມ​ຂູ່​ທາງ​ທະ​ຫານ​ຕໍ່​ເກາະ​ດັ່ງ​ກ່າວ.

ທ່ານ ທ​ຣຳ ມີ​ຂໍ້​ຄວາມ​ທີ່ບໍ່​ແນ່ນ​ອນ ກ່ຽວ​ກັບ ໄຕ້​ຫວັນ ໂດຍ​ຕຳ​ໜິ​ເຂົາ​ເຈົ້າ​ວ່າ​ລັກ​ເອົາ​ວຽກ​ງານ​ເຊ​ມີ​ຄອນ​ດັກ​ເຕີ​ຂອງ ສະ​ຫະ​ລັດ ແລະ ຄວນ​ຈ່າຍ​ເງິນ ​ຖ້າ​ເຂົາ​ເຈົ້າ​ຕ້ອງ​ການ ການ​ປົກ​ປ້ອງ​ຂອງ ສະ​ຫະ​ລັດ.

ມັນ​ຍັງ​ມີ​ຄວາມ​ເປັນ​ຫ່ວງ​ທີ່ກວ້າງ​ຂວາງ ກ່ຽວ​ກັບ ການ​ເກັບ​ພາ​ສີ​ເພີ່ມ​ເຕີມ​ຂອງ​ທ່ານ ທ​ຣຳ, ແລະ ວິ​ທີ​ທີ່​ສົງ​ຄາມ​ດ້ານ​ການ​ຄ້າ ສະ​ຫະ​ລັດ ແລະ ຈີນ ທີ່ກວ້າງ​ຂວາງ ອາດ​ສົ່ງ​ຜົນ​ກະ​ທົບ​ຕໍ່​ພາກ​ພື້ນ​ນັ້ນ.

ນັກ​ຂ່າວ​ວີ​ໂອ​ເອ ທ່າ​ນ ກາ​ລ​ໂລ ກ່າວ​ວ່າ "ຢູ່​ທີ່ນີ້​ໃນ​ເອ​ເຊຍ ຫຼາຍຄົນ​ຄາດ​ຫວັງ​ວ່າຈະ​ມີການ​ປ່ຽນ​ແປງ​ຈາກ​ນະ​ໂຍ​ບາຍ​ການ​ທູດ​ທີ່​ເນັ້ນ​ຄຸນ​ຄ່າ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ໄປ​ສູ່​ນະ​ໂຍ​ບາຍ​ທີ່​ເນັ້ນ​ການ​ເຮັດ​ທຸ​ລະ​ກຳຫຼາຍ​ຂຶ້ນ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານ ທ​ຣຳ. ແຕ່​ວ່າ​ມັນ​ຈະ​ເປັນ​ຈັ່ງ​ໃດ​ແທ້​ນັ້ນ, ແມ່ນ​ຍັງ​ບໍ່​ທັນ​ຊັດ​ເຈນ."

U.S. allies in Asia are congratulating Donald Trump on his decisive victory in Tuesday’s U.S. presidential election, but many in Asia also worry about what the return of his “America First” foreign policy means for their countries, as VOA’s Bill Gallo reports from Seoul, South Korea.

In his first term as president, Donald Trump mixed high-profile threats with diplomacy as he pursued an unpredictable foreign policy.

With Trump now returning to office, U.S. allies and partners in Asia are trying to figure out what “America First” Round 2 means for them.

In South Korea, President Yoon Suk Yeol was optimistic on Thursday, saying he and Trump will build a “perfect security posture.”

(Yoon Suk Yeol, South Korean President)

“We talked about having strong solidarity and partnership in the Asia-Pacific and global region based on the South Korea-U.S. alliance.”

Many in Seoul are concerned Trump could strike a deal with North Korea, possibly without consulting the South.

Trump has also continued to push South Korea to pay much more to host U.S. troops, leading many in Seoul to question just how committed Washington is to its defense.

Japan has similar worries, although Prime Minister Shigeru Ishiba called his first talks with Trump “very friendly.”

Ishiba’s ruling party last month suffered a major election defeat. If he survives as prime minister, some fear a weakened Ishiba could have trouble pushing back on Trump's demands.

(Tomohiko Taniguchi, Special Adviser, Fujitsu Future Studies Center)

“To deal successfully with Mr. Trump, you need to be strong. You need to be well endowed with your political capital. And that's the thing that the Japanese leader – Ishiba, whoever – cannot show and cannot have.”

In Taiwan, the government insisted its ties with the U.S. remain “rock solid.”

But it also warned China may try to test the new U.S. president through continued military intimidation of the island.

Trump has sent mixed messages on Taiwan, complaining it steals U.S. manufacturing jobs and should pay if it wants U.S. protection.

There are also widespread concerns about more Trump tariffs, and how an expanded U.S.-China trade war would affect the region.

“Here in Asia many expect a transition away from the more values-based diplomacy of President Joe Biden toward something more transactional under Trump. But what exactly that looks like, is not clear.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG