ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສຫລ ເຮັດໃຫ້ອາຊ່ຽນ ໝັ້ນໃຈວ່າ ເກົາຫຼີເໜືອ ຈະບໍ່ບົດບັງ ການເຈລະຈາ ເລື່ອງທະເລຈີນໃຕ້

ຊາຍຄົນນຶ່ງ ຂີ່ລົດຖີບ ຜ່ານປ້າຍສັນຍາລັກ ຂອງ ASEAN ກ່ອນໜ້າກອງປະຊຸມ ລະດັບລັດຖະມົນຕີ ອາຊ່ຽນ ຄັ້ງທີ 50 ໃນນະຄອນມະນີລາ ປະເທດຟີລິບປິນ, ວັນທີ 2 ສິງຫາ 2017.
ຊາຍຄົນນຶ່ງ ຂີ່ລົດຖີບ ຜ່ານປ້າຍສັນຍາລັກ ຂອງ ASEAN ກ່ອນໜ້າກອງປະຊຸມ ລະດັບລັດຖະມົນຕີ ອາຊ່ຽນ ຄັ້ງທີ 50 ໃນນະຄອນມະນີລາ ປະເທດຟີລິບປິນ, ວັນທີ 2 ສິງຫາ 2017.

ໃນຂະນະທີ່ ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ເດີນທາງ
ໄປຍັງ ເອເຊຍຕາເວັນອອກສຽງໃຕ້ ຢ່າງເປັນທາງການ ຄັ້ງທຳອິດ ໃນສັບປະດານີ້ ຢູ່ນັ້ນ
ສະຫະລັດ ກໍສືບຕໍ່ກົດ​ດັນໃຫ້ມີກົນໄກດ້ານກົດໝາຍ ທີ່ມີຜົນຜູກມັດ ເພື່ອຫລີກເວັ້ນບໍ່​ໃຫ້
ການອ້າງເອົາກຳມະສິດ ທີ່ຂັດແຍ້ງກັນ ໃນທະເລຈີນໃຕ້ ລະເບີດຂຶ້ນ ກາຍເປັນການປະ
ເຊີນໜ້າ ທີ່ຮຸນແຮງ.

ຫຼັງຈາກການເຈລະຈາ ຢ່າງຕໍ່ເນື່ອງ ເປັນເວລາ ຫຼາຍກວ່າ 15 ປີ ລັດຖະມົນຕີການຕ່າງ
ປະເທດ ຂອງສະມາຄົມບັນດາປະເທດ ເອເຊຍຕາເວັນສຽງໃຕ້ ຫຼື ASEAN ແລະ ຈີນ
ແມ່ນຄາດກັນວ່າ ຈະ​ໃຫ້ການ​ສະໜັບສະໜູນ ຕໍ່ໂຄງຮ່າງ ກົດ​ການ​ປະຕິ​ບັດ ຫຼື COC
ທີ່ຈະບັງຄັບໃຫ້ໃຊ້ການຮ່ວມມືແທນທີ່ຈະເປັນການປະເຊີນໜ້າກັນ ໃນການແຍ້ງເລື່ອງ
ເຂດນ້ຳແດນດິນ ໃນລະຫວ່າງ ການຈະລະຈາ ໃນສັບປະດານີ້ ຢູ່ທີ່ປະເທດຟີລິບປິນ.

ທ່ານນາງ Susan Thornton ຮັກສາການລັດຖະມົນຕີຊ່ວຍວ່າການ ​ກະຊວງ​ການຕ່າງ ປະເທດ ຮັບຜິດຊອບກ່ຽວ​ກັບກິດຈະ ການເອເຊຍຕາເວັນອອກ ແລະ ຍ່ານ​ມະຫາ​ສະໝຸດ ປາຊີຟິກ
ທ່ານນາງ Susan Thornton ຮັກສາການລັດຖະມົນຕີຊ່ວຍວ່າການ ​ກະຊວງ​ການຕ່າງ ປະເທດ ຮັບຜິດຊອບກ່ຽວ​ກັບກິດຈະ ການເອເຊຍຕາເວັນອອກ ແລະ ຍ່ານ​ມະຫາ​ສະໝຸດ ປາຊີຟິກ

ທ່ານນາງ Susan Thornton ຮັກສາການລັດຖະມົນຕີຊ່ວຍວ່າການ ​ກະຊວງ​ການຕ່າງ
ປະເທດ ຮັບຜິດຊອບກ່ຽວ​ກັບກິດຈະ ການເອເຊຍຕາເວັນອອກ ແລະ ຍ່ານ​ມະຫາ​ສະໝຸດ
ປາຊີຟິກ ໄດ້ກ່າວ ໃນວັນພຸດວານນີ້ ໃນການລາຍງານ ໂດຍຜ່ານທາງໂທລະສັບ ວ່າ
“ສະຫະລັດ ຍິນດີແທ້ໆກັບ ຂໍ້ຕົກລົງ ກ່ຽວກັບໂຄງຮ່າງ ແຕ່ພວກເຮົາຍັງສືບຕໍ່ ຮຽກ
ຮ້ອງໃຫ້ຮັບຮອງເອົາ COC ທີ່ມີປະສິດທິພາບ ຢ່າງຮີບດ່ວນ.”

ເຖິງແມ່ນວ່າ ສະຫະລັດ ບໍ່ໄດ້ມີ​ສ່ວນ ​ໃນ​ການອ້າງເອົາກຳມະສິດ ກ່ຽວກັບພວກເກາະ
ດອນ ທີ່ມີບັນຫາຂັດແຍ້ງກັນ ໃນທະເລຈີນໃຕ້ ບັນດາເຈົ້າໜ້າທີ່ສະຫະລັດ ໄດ້ສືບຕໍ່
ຮຽກຮ້ອງໃຫ້ ຜູ້ອ້າງເອົາກຳມະສິດ ແຕ່ລະຝ່າຍ ຈົ່ງສະແຫວງຫາທາງອອກທີ່ສັນຕິ
ໃນການອ້າງເອົາກຳມະສິດ ຂອງພວກເຂົາເຈົ້າ ແລະ ສອດຄ້ອງກັບກົດໝາຍສາກົນ.

ທ່ານນາງ Thornton ໄດ້ກ່າວວ່າ “ພວກເຮົາ ຈະເລັ່ງລັດໃຫ້ຄຳໜຶງເຖິງ ຂັ້ນຕອນ
ຕ່າງໆ ດ້ານກົດໝາຍ ກົນໄກການແກ້ໄຂຂໍ້ຂັດແຍ້ງຕ່າງໆ ແລະ ແນ່ນອນ ປະຕິບັດ
ຕາມກົດໝາຍສາກົນ ແລະ ສົນທິສັນຍາ ອົງການສະຫະປະຊາຊາດ ກ່ຽວກັບ
ກົດໝາຍທາງທະເລ.”

ຊາຍຄົນນຶ່ງຢືນເບິ່ງ ຈໍໂທລະພາບ ທີ່ສະແດງໃຫ້ເຫັນ ລາຍການຂ່າວ ທ້ອງຖິ່ນ ທີ່ລາຍງານ ກ່່ຽວກັບ ການຍິງລູກສອນໄຟ ຂອງເກົາຫຼີເໜືອ ໂດຍມີພາບຂອງຜູ້ນຳເກົາຫຼີເໜືອ Kim Jong Un ກຳລັງສ່ອງກ້ອງເບິ່ງ, ຢູ່ທີ່ສະຖານີລົດໄຟ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 5 ກໍລະກົດ 2017.

ໃນລະຫວ່າງ ການຖະແຫລງໃນວັນພຸດວານນີ້ ທ່ານນາງ Thornton ບໍ່ໄດ້ເອີ່ຍເຖິງ
ຄວາມກັງວົນຕ່າງໆ ຈາກພາກພື້ນທີ່ວ່າ ໄພຂົ່ມຂູ່ຂອງເກົາຫຼີເໜືອ ແມ່ນປົກຄຸມເລື່ອງ
ຂໍ້ຂັດແຍ້ງໃນທະເລຈີນໃຕ້.

ລັດຖະມົນຕີການຕ່າງປະເທດ ສຫລ ທ່ານ Rex Tillerson, ຜູ້ທີສອງຈາກຊ້າຍ, ພົບປະກັບ ບັນດາລັດຖະມົນຕີການຕ່າງປະເທດ ຂອງອາຊ່ຽນ, ຈາກຊ້າຍ, ລມຕ ມາເລເຊຍ ທ່ານ Datuk Seri Anifah Aman, ວ່າການລັດຖະມົນຕີການຕ່າງປະເທດ ຂອງຟີລິບປິນ ທ່ານ Enrique Manalo, ແລະ ລມຕ ການຕ່າງປະເທດ ຂອງອິິນໂດເນເຊຍ ທ່ານ Retno Marsudi, ຢູ່ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງວໍຊິງຕັນ, ວັນທີ 4 ພຶດສະພາ 2017.

“ແທ້ຈິງແລ້ວ ມັນບໍ່ໄດ້ຖືກນຳອອກມາຢູ່ໃນແຖວໜ້າຂອງຈິດສຳນຶກຂອງພວກເຮົາ
ແລະ ມັນຈະເປັນຈຸດເພັ່ງເລັງ ຢູ່ທີ່ກອງປະຊຸມ ຈະມາເຖິງນີ້”
ນັ້ນແມ່ນຄຳເວົ້າຂອງ
ທ່ານນາງ Thornton ທີ່ໄດ້ຮັບຮູ້ວ່າ ແນວຄິດເຊັ່ນນັ້ນ ແມ່ນອາດເປັນຍ້ອນ ການສືບຕໍ່
ທົດລອງຍິງລູກສອນໄຟ ແລະ ນິວເຄລຍ ທີ່ເປັນການເກາະຜິດຂອງເກົາຫຼີເໜືອ ນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG