ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ ສະຫະລັດ ແລະ ກຸ່ມຕາລີບານ ຕົກລົງ ທີ່ຈະສືບຕໍ່ ເຈລະຈານຳກັນ


ແຟ້ມພາບ - ລັດຖະມົນຕີການຕ່າງປະເທດຂອງກຸ່ມຕາລີບານ ທ່ານອາເມຍ ຄານ ມຸຕຕາກີ (Amir Khan Muttaqi) ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງກາບູລ, ອັຟການິສຖານ, ວັນທີ 14 ກັນຍາ 2021.
ແຟ້ມພາບ - ລັດຖະມົນຕີການຕ່າງປະເທດຂອງກຸ່ມຕາລີບານ ທ່ານອາເມຍ ຄານ ມຸຕຕາກີ (Amir Khan Muttaqi) ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງກາບູລ, ອັຟການິສຖານ, ວັນທີ 14 ກັນຍາ 2021.

ສະຫະລັດ ແລະກຸ່ມຕາລີບານ ທີ່ປົກຄອງອັຟການິສຖານ ໃນປັດຈຸບັນ ໄດ້ສະຫລຸບກອງປະຊຸມໄລຍະສອງວັນ ຢູ່ໃນນະຄອນຫຼວງໂດຮາ ຂອງປະເທດກາຕ້າ ໃນວັນພະຫັດວານນີ້ ຊຶ່ງເປັນການເຈລະຈາແບບ​ເຊິ່ງໜ້າຄັ້ງທຳອິດ ລະຫວ່າງທັງສອງຝ່າຍ ໃນ​ໄລ​ຍະຫຼາຍກວ່າສາມເດືອນທີ່ຜ່ານມາ.

ຜູ້ຕາງໜ້າພິເສດ ຮັບ​ຜິດ​ຊອບ​ກ່ຽວ​ກັບ​ເລື້ອງອັຟການິສຖານ ທ່ານທອມມັສ ແວັສ (Thomas West) ແລະລັດຖະມົນຕີການຕ່າງປະເທດຂອງກຸ່ມຕາລີບານ ທ່ານອາເມຍ ຄານ ມຸຕຕາກີ (Amir Khan Muttaqi) ໄດ້ນຳພາຄະ ນະຜູ້ແທນຂອງຕົນ ເຂົ້າ​ຮ່ວມການເຈລະຈາ.

ສະຫະລັດ ໄດ້ຢຸດການເຈລະຈາ ໃນເດືອນມີນາຜ່ານມາ ເມື່ອກຸ່ມອິສລາມຫົວຮຸນແຮງນີ້ ໄດ້ຕັດສິນໃຈຢ່າງກະທັນຫັນ ຕໍ່ຕ້ານໃນການອະນຸຍາດໃຫ້ພວກເດັກນ້ອຍແມ່ຍິງອັຟການິສຖານ ກັບຄືນໄປຮ່ຳຮຽນໃນໂຮງຮຽນປະຖົມ.

ໂຄສົກຂອງທ່ານມຸຕຕາກີ ທ່ານອັບດູລ ກາຮາຣ ບາລຄີ ໄດ້ຂຽນລົງໃນທວີດເຕີ້ ຫຼັງຈາກກອງປະຊຸມໃນໂດຮາ ວ່າ ປະເທດຕາເວັນຕົກ ໂດຍມີເຈົ້າໜ້າທີ່ອະວຸໂສຈາກກະຊວງການເງິນ ແລະບັນດາຜູ້ຕາງໜ້າຂອງທຳນຽບຂາວ ຕິດຕາມມາດ້ວຍ.

ຝ່າຍສະຫະລັດ ໄດ້ສົນ​ທະ​ນາຫາລື ຫຼາຍໆເລື້ອງ ຮວມ​ທັງສະຖານະພາບຂອງທຶນສຳຮອງອັຟການິສຖານ ທີ່ໄດ້ຖືກກັກໄວ້ນັ້ນ ກັບທີມງານຂອງກຸ່ມຕາລີບານ ຊຶ່ງລວມທັງເຈົ້າໜ້າທີ່ກະຊວງການເງິນ ແລະບັນດາເຈົ້າໜ້າທີ່ຈາກທະນະຄານກາງຂອງອັຟການິສຖານ.

ຂໍ້ຄວາມໃນທວີດເຕີ້ ຂອງທ່ານບາລຄີ ໄດ້ກ່າວວ່າ “ລັດຖະມົນຕີການຕ່າງປະ ເທດ ມຸຕຕາກີ ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ສະຫະລັດ ທີ່ປະກາດການຊ່ອຍເຫຼືອດ້ານມະນຸດສະທຳ ມູນຄ່າ 55 ລ້ານໂດລາ ແກ່ພວກຜູ້ເຄາະຮ້າຍຈາກແຜ່ນດິນໄຫວ, ໂດຍກ່າວຢ້ຳເຖິງການປ່ອຍຊັບສິນຂອງອັຟການິສຖານ ແລະຍົກເລີກມາດຕະການລົງງໂທດຕ່າງໆ.”

ທ່ານບາລຄີ ໄດ້ກ່າວວ່າ ລັດຖະມົນຕີການຕ່າງປະເທດ ໄດ້ເນັ້ນໜັກວ່າ ການພົວພັນຮ່ວມກັບລັດຖະບານຂອງທ່ານ “ຄວນເປັນການຮ່ວມໄມ້ຮ່ວມມືກັນ ແລະໃນແບບທາງບວກ ແທນທີ່ວ່າ ໃຊ້ຍຸດທະວິທີການກົດດັນ ເພື່ອບັນລຸຄວາມກ້າວໜ້າ.”

ຖະແຫລງການຂອງກຸ່ມຕາລີບານ ທີ່ໄດ້ອ້າງເຖິງຄຳເວົ້າຂອງປະເທດຕາເວັນຕົກ ດັ່ງທີ່ກ່າວວ່າ ວໍຊິງຕັນ “ຢາກຈະພົວພັນ ແລະຫາທາງເຮັດໃຫ້ອັຟການິສຖານມີສະຖຽນລະພາບ.” ທູດພິເສດຂອງສະຫະລັດ ໄດ້ກ່າວວ່າ ປະເທດຂອງທ່ານ “ບໍ່ໄດ້ສະໜັບສະໜຸນ ກຸ່ມຕໍ່​ຕ້ານຕິດອາວຸດ ໃນອັຟການິສຖານ ໃດໆເລີຍ” ແລະໄດ້ເອີ້ນການກະທຳເຊັ່ນນັ້ນ ວ່າ “ເປັນ​ອັນ​ຕະ​ລາຍຢ່າງຍິ່ງ” ຕໍ່ປະເທດນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG