ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ປະກາດຂາຍ ອາວຸດຮ້າຍແຮງ ຊ່ວຍເຫຼືອແກ່ ຢູເຄຣນ


ທະຫານແອັສໂທເນຍ ເຝິກຊ້ອມຍິງລູກສອນໄຟ ຕໍ່ຕ້ານລົດຖັງ ຈາເວີລິນ ທີ່ເມືອງກູຊາລູ ແອັສໂທເນຍ ວັນທີ 22, ມັງກອນ 2016.
ທະຫານແອັສໂທເນຍ ເຝິກຊ້ອມຍິງລູກສອນໄຟ ຕໍ່ຕ້ານລົດຖັງ ຈາເວີລິນ ທີ່ເມືອງກູຊາລູ ແອັສໂທເນຍ ວັນທີ 22, ມັງກອນ 2016.

ກະຊວງ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ອະນຸມັດ​ການ​ຂາຍ​ລູກ​ສອນ​ໄຟ​ຕໍ່​ຕ້ານ​ລົດ​ຖັງ​ໃຫ້​
ແກ່​ຢູ​ເຄຣນ ຊຶ່ງ​ເປັນອາວຸດຮ້າຍ​ແຮງ​ທີ່​ສະຫະລັດ​ໄດ້​ຂາຍ​ໃຫ້​ແກ່​ຢູ​ເຄຣນ ນັບ​ແຕ່ຣັດ
​ເຊຍ​ໄດ້​ຮຸກ​ຮານ​ແຫລມໄ​ຄຣ​ເມຍ​ໃນ​ປີ 2014.

ກະຊວງ​ຕ່າງ​ປະ​ເທດ​ສະຫະລັດ ໄດ້​ອະນຸມັດ ​ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ພະຫັດ​ວານ​ນີ້ ໃຫ້ຂາຍລູກ​ສອນ​ໄຟຕໍ່ຕ້ານ​ລົດຖັງຈາ​ເວີ​ລິນ ​210 ລູກ ໃຫ້​ແກ່​ຢູ​ເຄຣນ ​ໃນ​ການ​ເຄື່ອນ
​ໄຫວ ​ທີ່​ມີການຄາດໝາຍ​ມາ​ດົນນານແລ້ວ ທີ່​ຈ​ະ​ເຮັດ​ໃຫ້ຣັດ​ເຊຍ​ບໍ່​ພໍ​ໃຈ.

ອົງການໃຫ້​ຄວາມ​ຮ່ວມ​ມື ກ່ຽວກັບ​ຄວາມປອດ​ໄພດ້ານປ້ອງກັນປະເທດ ທີ່​ເປັນ​ສ່ວນ
ນຶ່ງ ​ຂອງກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ກ່າວ​ວ່າ ຢູ​ເຄຣນ​ໄດ້​ຂໍ​ຊື້​ລູກ​ສອນ​ໄຟ ​
ແລະ​ຖານ​ຍິງ 37 ອັນ ໃນ​ລາຄາປະມານ 47 ລ້ານ​ໂດ​ລາ.

ກີ​ອຽຟ ​ໄດ້​ຂໍໃຫ້​ວໍຊິ​ງຕັນຊ່ວຍ​ເຫຼືອ​ອາວຸດ​ທີ່​ຮ້າຍ​ແຮງ ນັບ​ແຕ່ຣັດ​ເຊຍ​ໄດ້​ຮຸກ​ຮານ ​ແຕ່​
ວ່າ​ລັດຖະບານ​ທ່ານ​ໂອ​ບາ​ມາ ​ໄດ້​ສະ​ເໜີ​ພຽງ​ແຕ່ໃຫ້​ການ​ເຝິ​ກ​ແອບ ​ແລະ​ສະ ໜັບສະ
ໜູນດ້ານ​ອຸ​ບປະກອນ ​ແທນ​ທີ່ຈະເຮັດໃຫ້ຄວາມ​ຮຸນ​ແຮງເພີ້ມທະວີຂຶ້ນ.

​ໃນ​ທ້າຍ​ປີ​ກາຍ​ນີ້ ປະທານາທິບໍດີ ດໍ​ໂນ​ລ ທຣໍາ ​ໄດ້​ເນັ້ນ​ໜັກ​ວ່າ ​ທ່ານ​ຈະເຫັນພ້ອມ​ໃນ​
ການ​ເຄື່ອນໄຫວ ກ່ຽວກັບ​ການ​ຂາຍ​ລູກ​ສອນ​ໄຟຈາ​ເວີ​ລີ​ນ​ແກ່​ກີ​ອຽຟ.

ສະມາຊິກ ​ສະພາ​ສູງ​ ພັກຣີພັບບລິກັນ ຈາກລັດໄອ​ໂອວາ ທ່ານນາງ​ໂຈ​ນີ ​ເອີນ​ສ໌ ຕອບຄຳຖາມ ຢູ່ກອງປະຊຸມເມືອງ.
ສະມາຊິກ ​ສະພາ​ສູງ​ ພັກຣີພັບບລິກັນ ຈາກລັດໄອ​ໂອວາ ທ່ານນາງ​ໂຈ​ນີ ​ເອີນ​ສ໌ ຕອບຄຳຖາມ ຢູ່ກອງປະຊຸມເມືອງ.

ລັດຖະສະພາ​ຕ້ອງ​ເຊັນ​ຮັບ​ຮູ້​ກ່ຽວກັບການ​ຂາຍ ​ກ່ອນຈະສາມາດ​ເປັນ​ທີ່ສຳ​ເລັດ ຊຶ່ງ
​ໝາຍ​ຄວາມ​ວ່າ ​ຈຳນວນ​ເງິນ​ໂດ​ລາ ​ແລະ​ຄວາມ​ຄືບ​ໜ້າຂອງການ​ຂາຍທີ່ສາ ມາດ​ປ່ຽນ​
ແປງ​ໄດ້. ​ແຕ່​ນັ້ນ​ມາ ບັນດາ​ສະມາຊິກ​ສະພາ​ໄດ້​ສະແດງໃຫ້ເຫັນວ່າ ມີການສະໜັບສະ
ໜູນ​ຕໍ່​ການເຄື່ອນໄຫວດັ່ງກ່າວ. ນະ​ໂຍບາຍ​ງົບປະມານດ້ານປ້ອງ​ກັນ​ປະ​ເທດປີ 2018
ໄດ້ອະນຸຍາດ​ໃຫ້ເພີ້​ມທຶນ​ສະ​ໜັບສະ​ໜູນ​ແກ່​ຢູ​ເຄຣນ.

ສະມາຊິກ​ສະພາ​ສູງ​ລັດໄອ​ໂອວາ ທ່ານ​ໂຈ​ນີ ​ເອີນ​ສ໌ ປະທານ​ອະນຸຄະນະ​ກຳມະການ
ກອງທັບ​ສະພາ​ສູງ ກ່ຽວ​ກັບ​ໄພ​ຂົ່ມຂູ່​ ແລະ​ສະມັດ​ຕະພາບ ​ໄດ້​ເຜີຍ​ແຜ່​ຖະ​ແຫລ​ງການ
​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ “​ໃຫ້ການ​ຊ່ວຍ​ເຫຼືອ​ອາວຸຮ້າຍ​ແຮງ​ໃຫ້ແກ່​ຢູເຄຣນ ສະ​ແດງ
ໃຫ້​ເຫັນ​ວ່າ​ສະຫະລັດ​ມີ​ຄວາມ​ຈິງ​ໃຈ​ກ່ຽວກັບ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ​ພວກ​ເຮົາ
​ແລະ​ພັນທະ​ມິດ​ຂອງ​ພວກ​ເຮົາ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG