ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ຫລ ກ່າວ​ຫາ ຜູ້ກໍ່​ຕັ້ງເວັບ​ໄຊ​ທ໌ WikiLeaks ວ່າ ລະ​ເມີດ​ກົດ​ໝາຍ ດ້ານ​ສືບ​ລັບ


ທ້າວ ຈູ​ລຽນ ອາ​ຊາງ (Julian Assanger) ຜູ້ກໍ່​ຕັ້ງ​ເວັບ​ໄຊ​ທ໌ WikiLeaks ກຳ​ລັງ​ອອກ​ຈາກ​ສານ Southwark Crown ຢູ່​ນະ​ຄອນ​ລອນດອນ ໄປພາຍ​ຫລັງ​​ມີການ​ຕັດ​ສິນ​ຂອງ​ສານ​ດັ່ງ​ກ່າວແລ້ວ​ໃນ​ວັນ​ທີ 1 ພຶດ​ສະ​ພາ, 2019
ທ້າວ ຈູ​ລຽນ ອາ​ຊາງ (Julian Assanger) ຜູ້ກໍ່​ຕັ້ງ​ເວັບ​ໄຊ​ທ໌ WikiLeaks ກຳ​ລັງ​ອອກ​ຈາກ​ສານ Southwark Crown ຢູ່​ນະ​ຄອນ​ລອນດອນ ໄປພາຍ​ຫລັງ​​ມີການ​ຕັດ​ສິນ​ຂອງ​ສານ​ດັ່ງ​ກ່າວແລ້ວ​ໃນ​ວັນ​ທີ 1 ພຶດ​ສະ​ພາ, 2019

ພວກໄອ​ຍະ​ການສະ​ຫະ​ລັດ ໄດ້​ປະ​ກາດ​ຂໍ້​ກ່າວ​ຫາ​ທາງ​ອາ​ຍາ​ໃໝ່ຢູ່​ພາຍ​ໃຕ້​ກົດ​ໝາຍ​ດ້ານ​ສືບ​ລັບ​ຕໍ່​ທ້າວຈູ​ລຽນ ອາຊຊາງຈ໌ (Julian Assange), ຜູ້ກໍ່​ຕັ້ງເວັບ​ໄຊ​ທ໌ WikiLeaks ທີ່​ຖືກ​ຂັງ​ຄຸກ​ຢູ່ນັ້ນ ໃນ​ວັນ​ພະ​ຫັດ​ວານນີ້ ກ່ຽວ​ກັບ​ບົດ​ບາດ​ຂອງ​ຜູ້​ກ່ຽວທີ່​ຖືກ​ກ່າວ​ຫາ ຢູ່ໃນ​ເລື້ອງ​ທີ່​ພວກ​ເພິ່ນ​ເວົ້າ​ວ່າ "​ການ​ຮົ່ວ​ໄຫລ​ຂໍ້​ມູນ​ລັບ​ຂອງທາງ​ການ ທີ່​ຫລາຍ​ທີ່​ສຸດ" ໃນ​ປະ​ຫວັດ​ສາດ​ຂອງ​ສະ​ຫະ​ລັດ.

​ຂໍ້​ກ່າ​ວຫາ​ດັ່ງ​ກ່າວບໍ່​ໄດ້​ກ່ຽວ​ຂ້ອງ​ກັບ​ບົດ​ບາດ​ຂອງ WikiLeaks ທີ່​ຖືກ​ກ່າວ​ຫາ ໃນ​ການ​ເຜີຍ​ແຜ່​ອີ​ເມ​ລ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ໃນ​ໄລ​ຍະ​ທີ່​ມີ​ການ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ປີ 2016 ນັ້ນ​ແຕ່​ຢ່າງ​ໃດ​ເລີຍ.

ຄຳຟ້ອງ​ຮ້ອງທີ່ນອກ​ເໜືອ​ເລື້ອງນັ້ນໄປ ຈຳ​ນວນ 18 ກະ​ທົງ​ ທີ່​ນຳ​ເອົາ​ກັບ​ມາ​ຟ້ອງ​ໂດຍຄະ​ນະ​ຕຸ​ລາ​ການ​ໃຫຍ່​ ຂອງ​ລັດ​ຖະ​ບານ​ກາງ ​ຢູ່​ໃນເຂດ​ພາກຕາ​ເວັນ​ອອກ​ຂອງ​ລັດ​ເວີ​ຈີ​ເນຍນັ້ນ ໄດ້ກ່າວ​ຫາ​ທ້າວ ອາ​ຊ​ຊາງຈ໌ (Assange) ວ່າໄດ້​ເຮັດ​ວຽກ​ຮ່ວມ​ມື​ກັນ ​ກັບ​ອະ​ດີດ​ຜູ້​ຊ່ຽວ​ຊານ​ ທາງ​ທະ​ຫານແຊລ​ເຊຍ ແມນ​ນິງ (Chelsea Manning) ເພື່ອ​ເຂົ້າ​ໄປເອົາ​ບົດ​ລາຍ​ງານ​ກ່ຽວ​ກັບ​ສົງ​ຄາມ​ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ ແລະ ອີ​ຣັກ ພ້ອມ​ທັງ​ຄຸກ​ທີ່​ອ່າວກວານ​ຕາ​ນາ​ໂມ (Guantanamo) ທີ່​ມີ​ຄວາມສຳ​ຄັນສູງ​ສຸດຂອງ​ລັດ​ຖະ​ບານ​ຫລາຍ​ຮ້ອຍ​ພັນ​ສະ​ບັບ ແລະ​ເອົາ​ມາ​ພິມ​ເຜີຍ​ແຜ່ຢູ່​ໃນ​ເວັບ​ໄຊ​ທ໌​ WikiLeaks.

​ອະ​ດີດ​ຜູ້​ຊ່ຽວ​ຊານ​ ທາງ​ທະ​ຫານແຊລ​ເຊຍ ແມນ​ນິງ (Chelsea Manning) ກ່າວ​ຕໍ່​ນັກ​ຂ່າວ ຢູ່ນອກ​ສານລັດ​ຖະ​ບານ​ກາງ​ໃນ​ເມືອງ Alexandria, ລັດ​ເວີ​ຈີ​ເນຍ, ວັນ​ທີ 5 ມີ​ນາ, 2019
​ອະ​ດີດ​ຜູ້​ຊ່ຽວ​ຊານ​ ທາງ​ທະ​ຫານແຊລ​ເຊຍ ແມນ​ນິງ (Chelsea Manning) ກ່າວ​ຕໍ່​ນັກ​ຂ່າວ ຢູ່ນອກ​ສານລັດ​ຖະ​ບານ​ກາງ​ໃນ​ເມືອງ Alexandria, ລັດ​ເວີ​ຈີ​ເນຍ, ວັນ​ທີ 5 ມີ​ນາ, 2019

ໃນ​ຈຳ​ນວນເອ​ກະ​ສານ​ດັ່​ງກ່າວ, ບາງ​ອັນ​ກໍ​ຖືກ​ຈັດ​ໄວ້​ວ່າ​ເປັນ​ເອ​ກະ​ສານ​ລັບ ຊຶ່ງ ມີ​ຊື່​ຂອງ​ນັກ​ຂ່າວ, ຊື່​ຂອງ​ພວກ​ຕ້ານ​ລັດ​ຖະ​ບານ ແລະຄົນອື່ນໆ ທີ່​ເປັນ​ແຫລ່ງ ໃຫ້​ຂໍ້​ມູນ ແກ່ກຳ​ລັງ​ທະ​ຫານ ​ຂອງ​ສະ​ຫະ​ລັດຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ ແລະ ອີ​ຣັກ ພ້ອມ​ທັງ​ໃຫ້​ແກ່​ບັນ​ດາ​ນັກ​ການ​ທູດ​ຂອງ​ສະ​ຫະ​ລັດ ຢູ່​ທົ່ວ​ໂລກ.

ພວກ​ໄອ​ຍະ​ການ​ກ່າວ​ຫາ​ວ່າ ທ້າວ ອາ​ຊ​ຊາງ​ຈ໌ (Assange) ຮູ້​ຈັກ​ວ່າ​ການ​ເຜີຍ​ແຜ່​ຊື່​ຂອງ​ພວກ​ຄົນ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້ຄົນ​ທີ່​ເປັນ​ແຫລ່ງບອກ​ຂໍ້​ມູນ ຕົກຢູ່​ໃນ​ໄພ​ອັນ​ຕະ​ລາຍ ແລະ​ກ່າວ​ຫາ​ວ່າ ຜູ້​ກ່ຽວ​ໄດ້​ສືບ​ຕໍ່​ເຮັດ​ເຊັ່ນ​ນັ້ນ ເຖິງ​ແມ່ນ​ວ່າ ໄດ້​ຖືກ​ເຕືອນ​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ໃນ​ທ້າຍ​ປີ 2010 ແລ້ວ​ກໍ​ຕາມ.

ໃນ​ປີ​ກາຍນີ້ ທ້າວ ອາ​ຊຊາງ​ຈ໌ (Assange) ໄດ້​ຖື​ກ່າວ​ຫາ 1 ກະ​ທົງໃນ​ເລື້ອງ ທີ່​ກ່ຽວ​ຂ້ອງ​ກັບການ​ເຮັດ​ວຽກ ​ຮ່ວມ​ກັນ​ກັບ​ແມນ​ນິງນັ້ນ ວ່າ​ຮ່ວ​ມ​ຫົວກັນທໍາ​ການ ​ບຸ​ກລຸກເຂົ້າໄປ​ໃນ​ຄອມ​ພີວ​ເຕີ. ຄຳ​ຟ້ອງ​ຮ້ອງ​ດັ່ງ​ກ່າວຖືກເປີດ​ເຜີຍ​ອອກ​ໃນ​ເດືອນ​ເມ​ສາຜ່ານ​ມາ ພາຍ​ຫລັງ​ທີ່ທ້າວ ອາ​ຊ​ຊາງ​ຈ໌ (Assange) ໄດ້​ຖືກ​ຂັບ​ໄລ່ອອກ ຈາກ​ສະ​ຖານ​ທູດ​ເອ​ກົວ​ດໍ ​ໃນ​ນະ​ຄອນ​ຫລວງລອນດອນ ບ່ອນ​ທີ່​ຜູ້​ກ່ຽວໄດ້​ໄປ​ຫລົບໄພຢູ່ ໃນປີ 2012 ນັ້ນ ແລະ​ຖືກ​ຕຳ​ຫລວດ​ອັງ​ກິດ​ຈັບ.

ຜູ້​ກ່ຽວ​ຍັງ​ຖືກ​ຂັງ​ຄຸກ​ຢູ່ໃນ​ຂໍ້​ຫາ​ລະ​ເມີດ​ເງື່ອນ​ໄຂ​ໃນການ​ປະ​ກັນ​ຕົວ ແລະ​ອາດ​ຈະ​ປະ​ເຊີນ​ກັບ​ການ​ສົ່ງ​ຕົວ ​ມາໃຫ້​ແກ່ສະ​ຫະ​ລັດ ແລະ​ສະ​ວີ​ເ​ວັນອີ​ກກໍ​ເປັນ​ໄດ້.

​ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG