ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ປະ​ກາດ​ລົງ​ໂທດ​ຕື່ມ ຕໍ່​ໂຄງ​ການ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ຂອງ​ອີ​ຣ່ານ


ແຟ້ມ - ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ຫຼື​ໂດ​ຣນ ແລະ​ອາ​ວຸດ​ທີ່​ສ້າງ​ໂດຍ​ອີ​ຣ່ານ ນຳ​ອອກມາ​ສະ​ແດງ ທີ່​ສູນ​ກາງ​​ວາງ​ສະ​ແດງຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອີ​ຣ່ານ ທີ່​ນະ​ຄອນ​ຫຼວງ​ເຕ​ຫະ​ຣ່ານ ເມື່ອ​ວັນ​ທີ 23 ສິງ​ຫາ 2023.
ແຟ້ມ - ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ຫຼື​ໂດ​ຣນ ແລະ​ອາ​ວຸດ​ທີ່​ສ້າງ​ໂດຍ​ອີ​ຣ່ານ ນຳ​ອອກມາ​ສະ​ແດງ ທີ່​ສູນ​ກາງ​​ວາງ​ສະ​ແດງຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອີ​ຣ່ານ ທີ່​ນະ​ຄອນ​ຫຼວງ​ເຕ​ຫະ​ຣ່ານ ເມື່ອ​ວັນ​ທີ 23 ສິງ​ຫາ 2023.

ສະ​ຫະ​ລັດ​ໄດ້​ທຳ​ການ​ລົງ​ໂທດ​ຕໍ່ 7 ຄົນ​ແລະ 4 ບໍ​ລິ​ສັດ ຢູ່​ໃນ​ປະ​ເທດ​ຈີນ ຣັດ​ເຊຍ ແລະ​ເທີ​ກີ ຊຶ່ງ​ເຈົ້າ​ໜ້າ​ທີ່​ກ່າວ​ຫາ​ວ່າ ມີ​ສ່ວນ​ພົວ​ພັນ​ກັບ​ການ​ພັດ​ທະ​ນາ​ໂຄງ​ການ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຫຼື​ໂດ​ຣນ​ຂອງ​ອີ​ຣ່ານ ອີງ​ຕາມ​ລາຍ​ງານ​ ​ອົງ​ການ​ຂ່າວ​ເອ​ພີ.

ການ​ລົງ​ໂທດ​ ໃນ​ວັນ​ອັງ​ຄານ​ວານນີ້ ມີ​ຂຶ້ນ​ຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣ່ານ ທ່ານ​ອີບ​ຣາ​ຮິມ ຣາຍ​ຊີ ໃນ​ວັນ​ຈັນ​ທີ່​ຜ່ານ​ມາ​ປະ​ຕິ​ເສດ​ວ່​າ ປະ​ເທດ​ຂອງ​ທ່ານ​ບໍ່​ໄດ້​ສົ່ງ​ໂດ​ຣນ​ໄປ​ໃຫ້​ຣັດ​ເຊຍ ເພື່ອ​ໃຊ້​ໃນ​ການ​ໂຈມ​ຕີ​ຢູ່ ຢູ​ເຄ​ຣນ.

ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ອີ​ຣ່ານ ແມ່ນ​ຍັງ​ສູງ​ຢູ່ ເຖິງ​ແມ່ນ​ໄດ້​ມີ​ການ​ປ່ອຍ​ໂຕ​ຊາວອ​າ​ເມ​ຣິ​ກັນ​ທີ່​ຖືກ​ຄຸມ​ຂັງ​ຈາກ​ອີ​ຣ່ານ 5 ຄົນ​ໃນ​ອາ​ທິດນີ້​ ເພື່ອ​ແລກ​ປ່ຽນ​ກັບ​ການ​ປ່ອຍຊັບ​ສິນ​ເກືອບ 6 ຕື້​ໂດ​ລາ ທີ່​ຖືກ​ກັກ​ຂອງ​ອີ​ຮ່ານ​ກໍ​ຕາມ.

WASHINGTON (AP) — The U.S. has imposed sanctions on seven people and four companies in China, Russia and Turkey who officials allege are connected with the development of Iran's drone program. Tuesday's sanctions come after Iran's President Ebrahim Raisi on Monday denied his country had sent drones to Russia for use in the war in Ukraine. Tensions between the U.S. and Iran remain high, despite the release of five American detainees from Iran this week in exchange for the release of nearly $6 billion in frozen Iranian assets.

XS
SM
MD
LG