ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ປະກາດວ່າ ຕົນເຮັດໃຫ້ ການໂຄສະນາ ຫາເງິນທາງອິນເຕີເນັດ ຂອງກຸ່ມກໍ່ການຮ້າຍ 3 ກຸ່ມ ຢຸດສະງັກລົງ


ນັກລົບຂອງກຸ່ມ Hamas ທີ່ໃສ່ໜ້າກາກປິດປາກ ໄດ້ຍົກທຸງສີຂຽວໂບກຂຶ້ນ ໃນຂະນະທີ່ປະທ້ວງຢູ່ເຂດກາຊາ ໃນວັນທີ 14 ກຸມພາ, 2020.
ນັກລົບຂອງກຸ່ມ Hamas ທີ່ໃສ່ໜ້າກາກປິດປາກ ໄດ້ຍົກທຸງສີຂຽວໂບກຂຶ້ນ ໃນຂະນະທີ່ປະທ້ວງຢູ່ເຂດກາຊາ ໃນວັນທີ 14 ກຸມພາ, 2020.

ເຈົ້າໜ້າທີ່ສະຫະລັດ ໄດ້ຢຶດເອົາເງິນຫລາຍລ້ານໂດລາ ແລະບັນຊີເງິນທາງອອນລາຍ ຫລາຍຮ້ອຍອັນທີ່ໃຊ້ເພື່ອສະໜອງ ແກ່ເຄືອຂ່າຍອາລ-ຄາຍດາ, ກຸ່ມລັດ ອິສລາມ ຫລື IS ແລະປີກຝ່າຍທະຫານຂອງກຸ່ມຮາມາສ, ອີງຕາມ ການປະກາດ ຂອງກະຊວງຍຸຕິທໍາ ໃນວັນພະຫັດວານນີ້.

ກະຊວງດັ່ງກ່າວ ເວົ້າວ່າ ການຢຶດເອົາບັນຊີເງິນຕາແບບດິຈິຕອລຫລາຍກວ່າ 300 ອັນ ທີ່ເຊື່ອມໂຍງກັບ 3 ກຸ່ມດັ່ງກ່າວ ເປັນການຢຶດເງິນທີ່ໃຫຍ່ຫລວງ ແລະມີປະລິມານຫລາຍທີ່ສຸດເທົ່າທີ່ມີມາ ທີ່ເຮັດໃຫ້ວິທີການຫາລາຍໄດ້ທີ່ປ່ຽນ ໄປຕະຫລອດ ຖືກຢຸດສະງັກລົງ.

“ບໍ່ຄວນເປັນເລື້ອງແປກໃຈສໍາລັບໃຜເລີຍທີ່ສັດຕູຂອງພວກເຮົາໃຊ້ເທັກໂນໂລຈີ ທັນສະໄໝ, ເວທີໃນສື່ສັງຄົມອອນລາຍ ແລະເງິນຕາທາງດິຈິຕອລ ເພື່ອຊຸກຍູ້ ແຜນນະໂຍບາຍທີ່ປອງຮ້າຍ ແລະມີຄວາມຮຸນແຮງຂອງພວກເຂົາ,” ນັ້ນຄືຄໍາ ເວົ້າ ຂອງທ່ານວິລລຽມ ພີ ບາ ທີ່ກ່າວຢູ່ໃນຖະແຫລງການສະບັບນຶ່ງ. ທ່ານ ກ່າວຕໍ່ໄປວ່າ “ກະຊວງຍຸຕິທໍາຈະໃຊ້ທຸກແຫລ່ງຊັບພະຍາກອນທີ່ມີ ເພື່ອປົກ
ປ້ອງຊີວິດແລະຄວາມປອດໄພ ຂອງປວງຊົນອາເມຣິກັນທີ່ມາຈາກກຸ່ມກໍ່ການ ຮ້າຍຕ່າງໆ.”

ບັນຊີທີ່ຖືກຢຶດນັ້ນເປັນຂອງ 3 ກຸ່ມກໍ່ການຮ້າຍດັ່ງກ່າວ, ຂອງຜູ້ບໍລິຈາກທີ່ບໍ່ລະ ບຸຕົວຕົນ ແລະ “ຜູ້ໂອນເງິນ” ທີ່ດໍາເນີນງານການແລກປ່ຽນເງິນທາງອອນລາຍ ຢູ່ທົ່ວໂລກ, ອີງຕາມເອກະສານບັນທຶກ ຂອງສານແຫ່ງຕ່າງໆ. ມີບັນຊີຫລາຍ ກວ່າ 150 ອັນ ທີ່ຖືກໃຊ້ໃນການຫາລາຍໄດ້ທີ່ດໍາເນີນງານໂດຍກອງພັນອາລ-
ແຄສຊາມ (al-Qassam) ຊຶ່ງເປັນປີກຝ່າຍທະຫານຂອງກຸ່ມຮາມາສ.

ພວກສົ່ງເງິນຊາວເທີກີ 2 ຄົນ- ທ້າວ ເມເມດ ອັກຕີ (Mehmet Akti) ແລະ ຮຸສາເມັດທິນ ຄາຣາທັສ (Husamettin Karataş) ຖືກກ່າວຫາວ່າຊ່ວຍກຸ່ມຮາ ມາສ “ຖອນເອົາເງິນບໍລິຈາກທີ່ເປັນສະກຸນເງິນດີຈິຕອລ ຫລື bitcoin ໃນຂະ ນະທີ່ດໍາເນີນການທຸລະກິດໂອນເງິນທີ່ບໍ່ມີໃບອະນຸຍາດ. ທ້າວອັກຕີ ໄດ້ໃຫ້ບໍລິ ການແກ່ລູກຄ້າຫລາຍຮ້ອຍຄົນ ຊຶ່ງລວມທັງ 6 ຄົນທີ່ອາໄສຢູ່ໃນສະຫະລັດ ແລະໃຊ້ບັນຊີທີ່ຕັ້ງ ຢູ່ໃນສະຫະລັດ, ອີງຕາມເອກະສານບັນທຶກຂອງສານ.
“ເຖິງແມ່ນວ່າ ບຸກຄົນເຫລົ່ານີ້ເຊື່ອກັນວ່າ ພວກເຂົາເຈົ້າໄດ້ດໍາເນີນງານແບບ ບໍ່ ມີໃຜຮູ້ແບບດີຈິຕອລໃນທາງອິນເຕີເນັດກໍຕາມແຕ່ ພວກເຮົາມີຄວາມຊໍານິຊໍາ ນານ ແລະວິທີແກ້ໄຂບັນຫາ ເພື່ອຊອກຫາ, ແກ້ໄຂ ແລະດໍາເນີນຄະດີຕໍ່ພວກກະທໍາ ການເຫລົ່ານີ້ ຢູ່ພາຍໃຕ້ກົດໝາຍຢ່າງເຕັມ ສ່ວນ,” ນັ້ນຄືຄໍາເວົ້າຂອງທ່ານໄມໂຄ ອາຣ໌ ເຊີວິນ (Michael R. Sherwin) ຮັກສາການພະແນກຍຸຕິທໍາຂອງເຂດ ໂຄລອມເລຍ ຫລືນະຄອນຫລວງວໍຊິງຕັນ. .

ເງິນດີຈິຕອລ ຫລື ບິດຄອຍເປັນເງິນທີ່ມີໃນທາງອອນລາຍ. ເຖິງແມ່ນວ່າ ການ ດໍາເນີນທຸລະກໍາເງິນບິດຄອຍ ໄດ້ເອົາລົງໃນອິນເຕີເນັດ ໃນບັນຊີແຍກປະເພດ ໃຫ້ຄົນທົ່ວໄປຮູ້ທີ່ຊື່ວ່າ ບລອກເຈນ (Blockchain) ກໍຕາມ ແຕ່ວ່າ ຜູ້ທີ່ໃຊ້ມັນ ບໍ່ໄດ້ຖືກລະບຸຕົວ ຊຶ່ງໄດ້ເຮັດໃຫ້ມັນເປັນສະກຸນເງິນ “ແຝງ-ທີ່ບໍ່ມີຄົນຮູ້ຊື່”.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG