ທາງການສະຫະລັດແລະອົງການສາກົນເພື່ອການອະນຸລັກຊັບພະຍາກອນທຳມະຊາດແລະສັດປ່າໃນລາວໄດ້ຮ່ວມກັນໃຫ້ການຊ່ວຍເຫລືອແກ່ລັດຖະບານລາວເພື່ອດຳເນີນມາດຕະການປາບປາມການລັກລອບຂົນສົ່ງແລະຄ້າສັດປ່າຢ່າງຜິດກົດໝາຍ.
ທ່ານ Ravic Huso ເອກອັກຄະລັດຖະທູດສະຫະລັດປະຈຳລາວ ພ້ອມດ້ວຍທ່ານນາງລັດສະໝີ ສີລາວົງ ຫົວໜ້າອົງການສາກົນເພື່ອການອະນຸລັກຊັບພະຍາກອນທຳມະຊາດແລະສັດປ່າປະຈຳລາວໄດ້ຮ່ວມກັນຕົກລົງໃຫ້ຄວາມຊ່ວຍເຫລືອແກ່ລັດຖະບານລາວເພື່ອດຳເນີນມາດຕະການປາບປາມການລັກລອບຂົນສົ່ງແລະຄ້າສັດປ່າຢ່າງຜິດກົດໝາຍໃນລາວໃຫ້ມີປະສິດທິພາບຫລາຍຂື້ນ ຢ່າງເປັນທາງການເມື່ອບໍ່ນານມານີ້. ໂດຍສາເຫດສຳຄັນທີ່ເຮັດໃຫ້ທາງການສະຫະລັດແລະອົງການສາກົນເພື່ອການອະນຸລັກຊັບພະຍາກອນທຳມະຊາດແລະສັດປ່າ ໄດ້ຕົກລົງຮ່ວມກັນເພື່ອໃຫ້ການຊ່ວຍເຫລືອດັ່ງກ່າວແກ່ລັດຖະບານລາວໃນຄັ້ງນີ້ ກໍເນຶ່ອງຈາກເຫັນວ່າການລັກລອບຂົງສົ່ງແລະຄ້າສັດປ່າຜິດກົດໝາຍຢູ່ໃນລາວມີສະພາບການທີ່ໜ້າເປັນຫ່ວງຢ່າງຍິ່ງ ອັນມີສາເຫດສຳຄັນມາຈາກການທີ່ຊາວຕ່າງຊາດໃນເອເຊຍ ແລະຢຸໂຣບນັ້ນຕ່າງກໍມີຄວາມຕ້ອງການບໍລິໂພກຊິ້ນສັດປ່າຈາກລາວຫລາຍຂື້ນນັບມື້. ດັ່ງທີ່ທ່ານນາງລັດສະໝີ ໄດ້ໃຫ້ການອະທິບາຍແລະຊີ້ແຈງເຖິງສະພາບການດັ່ງກ່າວນີ້ໃນຕອນນຶ່ງວ່າ.
ສ່ວນທາງດ້ານທ່ານເອກອັກຄະລັດຖະທູດ Ravic Huso ນັ້ນ ກໍໄດ້ເນັ້ນຍ້ຳວ່າລັດຖະບານສະຫະ ລັດໄດ້ມອງເຫັນເຖິງຄວາມສຳຄັນທີ່ສັດປ່ານັ້ນມີຕໍ່ການພັທະນາທາງເສດຖະກິດ ແລະສັງຄົມໃນ ລາວ ຈຶ່ງໄດ້ໃຫ້ຄວາມສຳຄັນເປັນພິເສດຕໍ່ການໃຫ້ຄວາມຊ່ວຍເຫລືອລັດຖະບານລາວໃນດ້ານດັ່ງ ກ່າວນີ້ເລື້ອຍມາ ໂດຍກ່ອນໜ້ານີ້ ກໍຍັງໄດ້ໃຫ້ການຊ່ວຍເຫລືອເພື່ອການອະນຸລັກຊ້າງຢູ່ໃນແຂວງ ໄຊຍະບູລີອີກດ້ວຍ ດັ່ງທີ່ທ່ານໄດ້ຖະແຫລງຢືນຢັນໃນຕອນນຶ່ງວ່າ.
ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳ-ປ່າໄມ້ຂອງລາວໄດ້ໃຫ້ການຍອມຮັບວ່າສັດປ່າແລະ ສັດນ້ຳທີ່ຫາຍາກຫລາຍຊະນິດຢູ່ໃນລາວໄດ້ລົດຈຳນວນປະຊາກອນລົງຢ່າງໄວ ແລະຫລາຍຊະນິດ ກໍກຳລັງປະເຊີນກັນສະພາວະທີ່ສ່ຽງຢ່າງສູງຈົນໄກ້ຈະສູນພັນໃນໝໍ່ໆນີ້ ຖ້າຫາກວ່າບໍ່ໄດ້ຮັບການ ປົກປ້ອງຮັກສາຢ່າງແທ້ຈິງ. ທັງນີ້ໂດຍເຖິງແມ່ນວ່າສັດປ່າແລະສັດນ້ຳທີ່ຫາຍາກຢູ່ໃນລາວຈະເປັນ ປັດຈັຍສຳຄັນທີ່ຊ່ວຍດຶງດູດໃຫ້ນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າລາວຫລາຍຂື້ນນັບມື້ກໍຕາມ ຫາກແຕ່ວ່າໃນຂະນະດຽວກັນສັດປ່າແລະສັດນ້ຳຫາຍາກຢູ່ໃນລາວກໍເປັນທີ່ຕ້ອງການຂອງບັນດາ ນັກລ່າສັດ ແລະຄ້າສັດປ່າຜິດກົດໝາຍຫລາຍຂື້ນດ້ວຍເຊັ່ນກັນ ຊຶ່ງກໍເປັນຜົນທີ່ສືບເນຶ່ອງມາຈາກ ການທີ່ຍັງມີກຸ່ມຄົນທີ່ນິຍົມການບໍລິໂພກຊິ້ນສັດປ່າໃນຫລາຍປະເທດຢູ່ເລື້ອຍມາ. ຍິ່ງໄປກວ່ານັ້ນ ການຕັດໄມ້ທຳລາຍປ່າທັງທີ່ຖືກຕ້ອງຕາມກົດໝາຍແລະທີ່ໄດ້ລັກລອບຕັດເພື່ອການຄ້າໄມ້ເຖື່ອນທີ່ເພີ່ມຫລາຍຂື້ນນັບມື້ ໂດຍສະເພາະແມ່ນຢູ່ຕາມຊາຍແດນຕິດຕໍ່ລະວ່າງລາວ ກັບປະເທດເພື່ອນບ້ານເຊັ່ນຫວຽດນາມ ຈີນ ແລະໄທນັ້ນ ກໍຍັງໄດ້ສົ່ງຜົນກະທົບເຮັດໃຫ້ແຫລ່ງອາຫານແລະຖິ່ນຢູ່ຂອງສັດປ່າຕ້ອງຖືກທຳລາຍໄປຢ່າງກວ້າງຂວາງອີກດ້ວຍ.