ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດແລະຣັດເຊຍ ເລີ້ມຕົ້ນການເຈາລະຈາຄືນໃໝ່ ກ່ຽວກັບອາວຸດນິວເຄລຍ ໃນ ອອສເຕຣຍ


ຮອງລັດຖະມົນຕີກະຊວງການຕ່າງປະເທດຂອງຣັດເຊຍ ທ່ານເຊີເກ ຣີຢັບຄັອບວ໌, ກາງ, ຫົວໜ້ານຳພາຄະນະຜູ້ແທນ, ແນມໄປຍັງຄະນະຜູ້ແທນຂອງສະຫະລັດ, ດ້ານໜ້າ, ໃນຂະນະກ່າວໃຫ້ຄຳເຫັນຂອງທ່ານ ໃນລະຫວ່າງ ການເຈລະຈາ ກ່ຽວກັບສົນທິສັນຍາ ການຫ້າມແຜ່ຜາຍອາວຸດນິວ ຫຼື Non-Proliferation of Nuclear Weapons (NPT) ໃນປັກກິ່ງ.
ຮອງລັດຖະມົນຕີກະຊວງການຕ່າງປະເທດຂອງຣັດເຊຍ ທ່ານເຊີເກ ຣີຢັບຄັອບວ໌, ກາງ, ຫົວໜ້ານຳພາຄະນະຜູ້ແທນ, ແນມໄປຍັງຄະນະຜູ້ແທນຂອງສະຫະລັດ, ດ້ານໜ້າ, ໃນຂະນະກ່າວໃຫ້ຄຳເຫັນຂອງທ່ານ ໃນລະຫວ່າງ ການເຈລະຈາ ກ່ຽວກັບສົນທິສັນຍາ ການຫ້າມແຜ່ຜາຍອາວຸດນິວ ຫຼື Non-Proliferation of Nuclear Weapons (NPT) ໃນປັກກິ່ງ.

ຄະນະຜູ້ແທນ ຈາກສະຫະລັດ ແລະຣັດເຊຍ ໄດ້ພົບປະກັນ ຢູ່ໃນນະຄອນຫຼວງວຽນນາຂອງອອສເຕຣຍ ໃນວັນຈັນ ທີ 22 ມື້ນີ້ ແລະວັນອັງຄານທີ 23 ມື້ອື່ນນີ້ ເພື່ອປຶກສາຫາລື ກ່ຽວກັບອາວຸດນິວເຄລຍຂອງທັງສອງປະເທດ ຫຼັງຈາກທີ່ມີການຢຸດມາໄດ້ຫຼາຍກວ່ານຶ່ງປີແລ້ວນັ້ນ.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ຍົກເລີກສົນທິສັນຍາຈຳນວນນຶ່ງ ລະຫວ່າງ ສະຫະລັດກັບຣັດເຊຍ ທີ່ປະກອບດ້ວຍ ການບິນຂ້າມນ່ານຟ້າ ແລະກ່ຽວກັບກອງກຳລັງນິວເຄລຍໄລຍະປານກາງ.

ທູດພິເສດຂອງປະທານາທິບໍດີ ຮັບຜິດຊອບການຄວບຄຸມອາວຸດ ທ່ານມາຣໂຊລ ບີລລິງສະເລ ກຳລັງນຳພາ ຄະນະຜູ້ແທນສະຫະລັດ ທີ່ຈະໄປພົບປະກັບຄູ່ຕຳແໜ່ງຈາກຣັດເຊຍ ທີ່ນຳພາໂດຍ ຮອງລັດຖະມົນຕີກະຊວງການຕ່າງປະເທດຂອງຣັດເຊຍ ທ່ານເຊີເກ ຣີຢັບຄັອບວ໌ ໃນນະຄອນວຽນນາ. ພວກເພິ່ນຈະປຶກສາຫາລືຕົກລົງກັນໃນຫົວຂໍ້ທີ່ເຫັນດີເຫັນພ້ອມນຳກັນ ທີ່ພົວພັນກັບການຄວບຄຸມອາວຸດ ອີງຕາມຖະແຫລງການເມື່ອອາທິດແລ້ວນີຈາກກະຊວງການຕ່າງປະເທດສະຫະລັດ.

ທ່ານທຣຳ ໄດ້ກ່າວວ່າ ຈີນຄວນເຂົ້າຮ່ວມໃນການເຈລະຈາ ກ່ຽວກັບການເລີ້ມຕົ້ນໃໝ່ ຫຼື New START ໂດຍໂຕ້ແຍ້ງວ່າ ມາເຖິງປັດຈຸບັນນີ້ ປັກກິ່ງ ໄດ້ເຮັດຕາມໃຈມັກ ໃນການພັດທະນາລະບົບອາວຸດຂອງຕົນ.

ຖະແຫລງການຂອງກະຊວງການຕ່າງປະເທດໄດ້ກ່າວວ່າ “ສະຫະລັດໄດ້ສົ່ງການເຊື້ອເຊີນໄປຫາສາທາລະນະລັດປະຊາຊົນຈີນ ໃຫ້ເຂົ້າຮ່ວມໃນການປຶກສາຫາລືທັງຫຼາຍເຫຼົ່ານີ້ ແລະໄດ້ລະບຸຢ່າງຈະແຈ້ງເຖິງຄວາມຈຳເປັນສຳລັບທັງສາມປະເທດ ທີ່ຈະສະແຫວງຫານການເຈລະຈາດ້ານການຄວບຄຸມອາວຸດຢ່າງສື່ສັດແລະເປັນທຳ.”

ລັດຖະບານຈີນ ໄດ້ປະຕິເສດຕໍ່ການເຊື້ອເຊີນດັ່ງກ່າວ ໂດຍທີ່ກະຊວງການຕ່າງປະເທດ ກ່າວວ່າ ຕົ້ນເດືອນນີ້ ທີ່ “ເວລາຍັງບໍ່ທັນເໝາະສົມເທື່ອສຳລັບຈີນ ທີ່ຈະເຂົ້າຮ່ວມໃນການເຈລະຈາໃດໆກ່ຽວກັບການປົດອາວຸດ.”

ທ່ານບີລລິງສະເລ ໄດ້ຕອບໃນການຂຽນລົງທວີດເຕີ້ວ່າ “ຈີນ…ຄວນພິຈາລະນາຄືນ. ການບັນລຸຖານະເປັນມະຫາອຳນາດທີ່ຍິ່ງໃຫຍ່ນັ້ນ ຕ້ອງປະພຶດດ້ວຍຄວາມຮັບຜິດຊອບແບບມະຫາອຳນາດທີ່ຍິ່ງໃຫຍ່. ບໍ່ມີກຳແພງໃຫຍ່ແຫ່ງຄວາມລັບອີກຕໍ່ໄປແລ້ວ ກ່ຽວກັບການເສີມຂະຫຍາຍນິວເຄລຍຂອງຕົນ. ບ່ອນນັ່ງກຳລັງລໍຖ້າສຳລັບຈີນ ໃນວຽນນາ.

ສົນທິສັນຍາ New START ທີ່ໄດ້ຕົກລົງກັນໃນປີ 2010 ກຳນົດໃຫ້ແຕ່ລະຝ່າຍ ມີຫົວນິວເຄລຍປະຈຳການໄດ້ 1,550 ຫົວນິວເຄລຍ. ສົນທິສັນຍານີ້ ຈະໝົດອາຍຸ ໃນເດືອນກຸມພາ ປີ 2021.

ບັນດານັກຊ່ຽວຊານດ້ານອາວຸດ ກ່າວວ່າ ເວລາແມ່ນຈໍ້ເກີນໄປ ທີ່ຈະຟື້ນຟູການຕົກລົງ ທີ່ສະລັບສັບຊ້ອນລະຫວ່າງ ສະຫະລັດແລະຣັດເຊຍ ບໍ່ພຽງແຕ່ການເຈລະຈາ ແລະການຮ່າງສົນທິສັນຍາໃໝ່ທີ່ພົວພັນກັບຈີນ ໂດຍມີການເລືອກຕັ້ງປະທານາທິບໍດີ ແມ່ນໃກ້ເຂົ້າມາຢ່າງວ່ອງໄວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG