ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະຫະລັດ ແລະ ຣັດເຊຍ ຈະຈັດການເຈລະຈາ ເລື້ອງຢູເຄຣນ ໃນຄວາມພະຍາຍາມ ຈະຜ່ອນຄາຍການປະເຊີນໜ້າກັນ


ປະທານາທິບໍດີສະຫະລັດ ໂຈ ໄບເດັນ ຈັດການເຈລະຈາ ທາງໄກ ກັບປະທານາທິບໍດີຂອງຣັດເຊຍ ວລາດີເມຍ ປູຕິນ ທ່າມກາງຄວາມຢ້ານວ່າ ມົສກູ ວາງແຜນທີ່ຈະໂຈມຕີ ຢູເຄຣນ ໃນຫ້ອງສະຖານະການ ຫຼື Situation Room ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 7 ທັນວາ 2021.
ປະທານາທິບໍດີສະຫະລັດ ໂຈ ໄບເດັນ ຈັດການເຈລະຈາ ທາງໄກ ກັບປະທານາທິບໍດີຂອງຣັດເຊຍ ວລາດີເມຍ ປູຕິນ ທ່າມກາງຄວາມຢ້ານວ່າ ມົສກູ ວາງແຜນທີ່ຈະໂຈມຕີ ຢູເຄຣນ ໃນຫ້ອງສະຖານະການ ຫຼື Situation Room ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 7 ທັນວາ 2021.

ບັນດານັກເຈລະຈາຂອງສະຫະລັດແລະຣັດເຊຍ ຈະຈັດການເຈລະຈາໃນເດືອນມັງກອນ ເພື່ອປຶກສາຫາລື ຄຳຮຽກຮ້ອງຂອງມົສກູທີ່ວ່າ ໃຫ້ອົງການເນໂຕ້ ຢຸດການຂະຫຍາຍ ເຂົ້າໄປທາງກ້ຳຕາເວັນອອກໃນບັນດາປະເທດທີ່ເປັນອະດີດສະ ຫະພາບໂຊຫວຽດ ໂດຍລວມມີ ຢູເຄຣນ ນັ້ນ ອີງຕາມການກ່າວຂອງນັກການທູດລະດັບສູງຂອງຣັດເຊຍ ທ່ານເຊີເກ ລາວາຣອບ ລັດຖະມົນຕີການຕ່າງປະ ເທດ ໃນວັນພຸດວານນີ້.

“ພວກເຮົາບໍ່ຕ້ອງການສົງຄາມ” ທ່ານລາວາຣອບ ໄດ້ກ່າວໄປ ແລະກ່າວໃນການໃຫ້ສຳພາດກັບໂທລະພາບ RT ຂອງຣັດເຊຍອີກວ່າ “ພວກເຮົາບໍ່ຕ້ອງ ການເອົາເສັ້ນທາງຂອງການປະເຊີນໜ້າກັນ. ແຕ່ພວກເຮົາຈະຮັບປະກັນຢ່າງ ໜັກແໜ້ນຄວາມປອດໄພຂອງພວກເຮົາ ໂດຍການໃຊ້ວິທີການທີ່ພວກເຮົາເຫັນວ່າ ຈຳເປັນ.”

ຄຳເຫັນຂອງລັດຖະມົນຕີການຕ່າງປະເທດທ່ານນີ້ ໄດ້ມີຂຶ້ນຂະນະທີ່ບໍລິສັດຍັກໃຫຍ່ດ້ານພະລັງງານຂອງຣັດເຊຍ Gazprom ສືບຕໍ່ຈຳກັດການສະໜອງແກັສທຳມະຊາດໄປໃຫ້ຢູໂຣບ ຈຶ່ງໄດ້ກະຕຸ້ນໃຫ້ມີການກ່າວຫາວັງເຄຣມລິນຄືນໃໝ່ວ່າ ກຳລັງໃຊ້ການສົ່ງອອກພະລັງງານເປັນອາວຸດດ້ານການເມືອງ.

ທ່ານລາວາຣອບ ຍັງໄດ້ກ່າວວ່າ ຣັດເຊຍຈະຈັດການສົນທະນາຕ່າງຫາກກັບອົງ ການເນໂຕ ແຕ່ການເຈລະຈານັ້ນ ບໍ່ຄວນແກ່ຍາວອອກໄປ. ທ່ານກ່າວຕື່ມວ່າ “ຂ້າພະເຈົ້າຫວັງວ່າ ພວກເຂົາຈະເອົາຈິງເອົາຈັງກັບພວກເຮົາ ໃນເມື່ອມີການ ເຄື່ອນໄຫວທີ່ພວກເຮົາໄດ້ກະທຳໄປ ເພື່ອຮັບປະກັນຄວາມອາດສາມາດໃນການປ້ອງກັນຂອງພວກເຮົາ.”

ທ່າມກາງຄວາມເຄັ່ງຕຶກດ້ານພູມສາດທາງການເມືອງກ່ຽວກັບຢູເຄຣນນັ້ນ ຣັດເຊຍເມື່ອອາທິດແລ້ວນີ້ ໄດ້ນຳສະເໜີຮ່າງສົນທິສັນຍາສະບັບນຶ່ງແກ່ສະຫະລັດ ທີ່ວາງລາຍລະອຽດຊຸດນຶ່ງ ຂອງ “ການຮັບປະກັນຄວາມປອດໄພ” ທີ່ວັງເຄຣມລິນ ຮຽກຮ້ອງ ໂດຍລວມມີ ຢຸດຕິການຂະຫຍາຍໂຕໃດໆຂອງອົງການເນໂຕຕື່ມອີກ ແລະໃຫ້ຄຳໝັ້ນສັນຍາໂດຍພັນທະມິດວ່າ ຈະບໍ່ສົ່ງກຳລັງທະຫານຕື່ມອີກໄປປະຈຳການຢູ່ບັນດາປະເທດທີ່ອົງການເນໂຕຍັງບໍ່ມີກອງກຳລັງທະຫານບົກຢູ່ແລ້ວນັ້ນ ໃນກ່ອນປີ 1997. ອັນນັ້ນລວມມີ ໂປແນລນ ຮັງກາຣີ ສາທາລະນະລັດເຊັກແລະປະເທດເຂດບາລຕິກຊຶ່ງເປັນສະມາຊິກຂອງອົງການເນໂຕທັງໝົດ.

ບັນດາເຈົ້າໜ້າທີ່ຂອງສະຫະລັດ ແລະປະເທດຕາເວັນຕົກ ຢ້ານວ່າ ທ່ານປູຕິນ ກຳລັງໄຕ່ຕອງໃຊ້ວິທີການແບບໃນປີ 2014 ເມື່ອມົສກູ ໄດ້ເຂົ້າຍຶດເອົາແຫຼມ ຄຣາຍເມຍ ແລະໄດ້ນຳໃຊ້ພວກກຳລັງຕິດອາວຸດທີ່ເປັນຕົວແທນ ເຂົ້າຍຶດພື້ນທີ່ຂະໜາດໃຫຍ່ ໃນຂົງເຂດດອນບັສ ທາງພາກຕາເວັນອອກຂອງຢູເຄຣນ

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 16 ເມສາ 2024

XS
SM
MD
LG