ຮອງຜູ້ຕາງຫນ້າການຄ້າ ສະຫະລັດ ປະຈໍາຂົງເຂດອາຊີຕາເວັນອອກສຽງໃຕ້ ແລະ
ປາຊີຟິກ ທ່ານ Karl Ehlers ໄດ້ນຳພາຄະນະຜູ້ແທນ ເຂົ້າພົບປະ ກັບ ທ່ານສົມຈິດ
ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະການຄ້າ ແລະບັນດາເຈົ້າ
ຫນ້າທີ່ລາວ ເພື່ອຮັດແໜ້ນສາຍພົວພັນທາງດ້ານເສດຖະກິດ ການຄ້າ ແລະການລົງ
ທຶນ ໃນວັນພະຫັດວານນີ້. ການພົບປະປຶກສາຫາລືດັ່ງກ່າວ ແມ່ນເປັນຄັ້ງຫຼ້າສຸດ ພາຍ
ຫຼັງທີ່ທັງສອງປະເທດໄດ້ເຊັນສັນຍາຂອບການ ຮ່ວມມືການຄ້າ ແລະການລົງທຶນ ໃນ
ປີ 2016.
ການປຶກສາຫາລືໃນຄັ້ງນີ້ ຍັງໄດ້ເນັ້ນເຖິງບັນດາໂອກາດຕ່າງໆ ເພື່ອເພີ່ມທະວີ ການ
ຮ່ວມມືຂອງທັງສອງປະເທດ. ນອກຈາກນີ້ສອງຝ່າຍຍັງໄດ້ປຶກສາຫາລື ໃນຫົວຂໍ້ທີ່ສຳ
ຄັນຕ່າງໆ ເຊັ່ນການຈ່າຍເງິນແບບອີເລັກໂຕນິກ ມາດຕະຖານ ທາງດ້ານລົດຍົນ
ການຄ້າດິຈິຕອນ ແລະຊັບສິນທາງປັນຍາ.
ສປປ ລາວ ຖືເປັນຄູ່ການຄ້າ ແລະການລົງທຶນທີ່ສຳຄັນຕໍ່ ສະຫະລັດ ແລະ ບັນດາ
ປະເທດອາຊຽນ. ສັນຍາຂອບການຮ່ວມມື ການຄ້າ ແລະ ການລົງທຶນ ໄດ້ສ້າງກົນໄກ
ເພື່ອຂະຫຍາຍ ແລະຮັດແໜັນສາຍພົວພັນ. ການພົບປະລະດັບສູງຄັ້ງນີ້ ແມ່ນມີຄວາມ
ສຳຄັນລະຫວ່າງສະຫະລັດ ແລະ ສປປ ລາວ ໃນການ ຮ່ວມມືດ້ານການຄ້າສອງຝ່າຍ
ແລະ ຍັງເປັນ ການຊ່ວຍໃນການປະສານງານ ກ່ຽວກັບບັນຫາອັນສຳຄັນໃນພາກພື້ນ
ລວມທັງ ອາຊຽນ ແລະອົງການການຄ້າໂລກ.
ກ່ອນການເດີນທາງມາຮອດ ສປປ ລາວ ທ່ານ Ehlers ຮອງຜູ້ຕາງຫນ້າທາງດ້ານ
ການຄ້າ ຍັງໄດ້ນໍາພາຄະນະຜູ້ແທນ ສະຫະລັດ ເຂົ້າຢ້ຽມຢາມບັນດາປະເທດ ຄູ່ຄ້າ
ອາຊຽນ ນັ້ນກໍຄື ຫວຽດນາມ ແລະ ກຳປູເຈຍ. ຂອບຂໍ້ຕົກລົງການຄ້າ ແລະ ການລົງ
ທຶນກັບ ສປປ ລາວ ແລະ ບັນດາປະເທດຄູ່ການຄ້າ ອາຊຽນ ແມ່ນມີຄວາມຈໍາເປັນ
ແລະສຳຄັນຢ່າງຍິ່ງ ຕໍ່ການວາງຍຸດທະສາດ ອິນໂດ-ປາຊີຟິກ ເຊິ່ງ ສະຫະລັດ ກຳລັງ
ດຳເນີນການຢູ່ ທັງນີ້ກໍເພື່ອ ເປັນການເສີມສ້າງ ຄວາມສຳພັນທາງດ້ານການຄ້າ ທີ່
ເປັນທຳ ແລະການແລກປ່ຽນເຊິ່ງກັນແລະກັນ ລະຫວ່າງ ປະເທດຄູ່ການຄ້າ ໃນພາກ
ພື້ນ ລວມທັງ ສປປ ລາວ ນຳດ້ວຍ.