ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ແລະ ຈີນ ເລີ່ມ​ການ​ເຈ​ລະ​ຈາ ກ່ຽວ​ກັບ ບັນ​ຫາ​ດ້ານ​ຄວາມ​ປອດ​ໄພ​ ຂອງ​ປັນ​ຍາ​ປະ​ດິດ


ເຮືອ​ບິນ​ລົບ F-16 ຂອງກອງ​ທັບ​ອາ​ກາດ ສະ​ຫະ​ລັດ ທີ່​ໃຊ້​ຄວາ​ມ​ສາ​ມາດ​ຂອງ​ປັນ​ຍາ​ປະ​ດິດຊື່​ວ່າ X-62A VISTA, ກຳ​ລັງ​ແລ່ນ​ຢູ່​ທາງ​ເດີ່ນ​ບິນຫຼັງ​ຈາກ​ຖ້ຽວ​ບິນ​ທົດ​ລອງ, 2 ພ​ຶດ​ສະ​ພາ 2024.
ເຮືອ​ບິນ​ລົບ F-16 ຂອງກອງ​ທັບ​ອາ​ກາດ ສະ​ຫະ​ລັດ ທີ່​ໃຊ້​ຄວາ​ມ​ສາ​ມາດ​ຂອງ​ປັນ​ຍາ​ປະ​ດິດຊື່​ວ່າ X-62A VISTA, ກຳ​ລັງ​ແລ່ນ​ຢູ່​ທາງ​ເດີ່ນ​ບິນຫຼັງ​ຈາກ​ຖ້ຽວ​ບິນ​ທົດ​ລອງ, 2 ພ​ຶດ​ສະ​ພາ 2024.

ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ແລະ ຈີນ ໄດ້​ຈັດ​ການ​ເຈ​ລະ​ຈາ​ປິດ​ລັບ​ຢູ່​ປະ​ເທດ ສວິດ​ເຊີ​ແລນ ໃນ​ວັນ​ອັງ​ຄານ​ວານນີ້​ເພື່ອ​ປຶກ​ສາ​ຫາ​ລືບັນ​ຫາ​ດ້ານ​ຄວາມ​ປອດ​ໄພ ກ່ຽວ​ກັບ ປັນ​ຍາ​ປະ​ດິດ ຫຼື AI.

ບັນ​ດາ​ເຈົ້າ​ໜ້າ​ທີ່​ ສະ​ຫະ​ລັດ ໄດ້​ກ່າວ​ວ່າ​ການ​ເຈ​ລະ​ຈາ​ໃນ​ນະ​ຄອນ ເຈ​ນີ​ວາ ຈະ​ບໍ່​ເປີດ​ປະ​ຕູ​ໃຫ້ ຈີນ ​ຄອບ​ງຳ​ນະ​ໂຍ​ບາຍ​ເທັກ​ໂນ​ໂລ​ຈີ. ບັນ​ດາ​ຜູ້​ແທນ​ຈາກ​ສອງ​ປະ​ເທດ​ດັ່ງ​ກ່າວ​ຈະ​ຫາ​ລື ກ່ຽວກັບ​ວິ​ທີການ​ຕ່າງໆ​ ເພື່ອຫຼຸດ​ຜ່ອນ​ອັນ​ຕະ​ລາຍ​ທີ່​ກ່ຽວ​ຂ້ອງ​ກັບ​ປັນ​ຍາ​ປະ​ດິດ, ອີງ​ຕາມ​ການ​ກ່າວ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ.

ເຈົ້າ​ໜ້າ​ທີ່ອາ​ວຸ​ໂສ ສະ​ຫະ​ລັດ ຄົນ​ນຶ່ງ​ກ່າວ​ວ່າ “ພວກ​ເຮົາ​ແນ່​ນອນ​ວ່າບໍ່​ເຫັນ​ພ້ອມ​ກັນ ກ່ຽວ​ກັບ ຫົວ​ຂໍ້​ປັນ​ຍາ​ປະ​ດິດຫຼາຍ​ອັນ ແລະ ແອັບ​ພ​ລີ​ເຄ​ຊັ້ນ​ຕ່າງໆ, ແຕ່​ພວກ​ເຮົາ​ເຊື່ອ​ວ່າ​ການ​ສື່​ສານ ກ່ຽວ​ກັບ ຄວາມ​ສ່ຽງ​ດ້ານ​ປັນ​ຍາ​ປະ​ດິດ​ທີ່​ສຳ​ຄັນ ຈະ​ສາ​ມາດ​ເຮັດ​ໃຫ້​ໂລກ​ມີ​ຄວາມ​ປອດ​ໄພຫຼາຍ​ຂຶ້ນ.”

ປັກ​ກິ່ງ ແລະ ວໍ​ຊິ​ຕັນ ແມ່ນ​ກຳ​ລັງ​ມີ​ການ​ແຂ່ງ​ຂັນ​ທີ່​ເຄັ່ງ​ຕຶງ​ເພື່ອ​ຄອບ​ງຳ​ຂົງ​ເຂດປັນ​ຍາ​ປະ​ດິດ. ຈີນ ແມ່ນ​ກຳ​ລັງນໍາໃຊ້ປະໂຫຍດດຈາກ​ຄວາມ​ສາ​ມາດ​ດ້ານ​ປັນ​ຍາ​ປະ​ດິດ “ໄປທົ່ວທັງໝົດ​ພົນ​ລະ​ເຮືອນ​ ພ້ອມ​ກັບ​ທະ​ຫານ ແລະ ຂະ​ແໜງ​ການ​ຮັ​ກ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ,” ອີງ​ຕາມ​ການ​ກ່າວ​ຂອງ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ. ທ່ານ​ກ່າວ​ຕື່ມ​ວ່າການ​ໃຊ້​ປັນ​ຍາ​ປະ​ດິດ​ຂອງ ປັກ​ກິ່ງ ອາດ​ສົ່ງຜົນກະທົບທີ່ບໍ່ດີຕໍ່ “ຄວາມ​ໝັ້ນ​ຄົງແຫ່ງ​ຊາດ​ຂອງທັງ ສະ​ຫະ​ລັດ ແລະ ພັນ​ທະ​ມິດ.”

ເຈົ້າ​ໜ້າ​ທີ່​ອີກ​ຄົນ​ນຶ່ງ​ໄດ້​ກ່າວ​ວ່າ ສະ​ຫະ​ລັດ ແມ່ນ​ກຳ​ລັງ​ແຂ່ງ​ຂັນ​ກັບ ຈີນ ເພື່ອ​ຕັ້ງ​ກົດ​ລະ​ບຽບ​ ກ່ຽວ​ກັບ ປັນ​ຍາ​ປະ​ດິດ ແລະ “ຊອກ​ຫາ​ວ່າ​ມັນ​ມີ​ກົດ​ລະ​ບຽບ​ໃດ​ແດ່​ທີ່​ສາ​ມາດ​ໃຊ້​ໄດ້​ໂດຍ​ທຸກ​ປະ​ເທດ.”

ການ​ເຈ​ລະ​ຈາ ກ່ຽວ​ກັບ ປັນ​ຍາ​ປະ​ດິດຖືກ​ປະ​ກາດ​ຂຶ້ນ​ໃນ​ເດືອນ​ແລ້ວນີ້ ລຸນຫຼັງ​ການ​ຢ້ຽມ​ຢາມ ປັກ​ກິ່ງ ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ, ເຊິ່ງ​ທ່ານ​ໄດ້​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ທ່ານ ຫວັງ ຢີ. ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ແລະ ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ໄດ້​ຕົກ​ລົງ​ທີ່​ຈະ​ທຳ​ການ​ເຈ​ລະ​ຈາ​ກັນ​ໃນ​ເດືອນ​ພະ​ຈິກ​ທີ່​ຜ່ານ​ມາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG