ສະຫະລັດແລະບັນດາປະເທດພັນທະມິດທີ່ໃກ້ຊິດທີ່ສຸດຂອງຕົນໄດ້ໃຊ້ການທົບທວນນະໂຍບາຍການຄ້າຂອງຈີນຄືນເປັນແຕ່ລະໄລຍະຂອງອົງການການຄ້າໂລກ ຫລື WTO ເພື່ອສະແດງຄວາມໂກດແຄ້ນຂອງເຂົາເຈົ້າຕໍ່ປັກກິ່ງທີ່ບໍ່ຍິນດີປະຕິບັດໃຫ້ສອດຄ່ອງກັບກົດລະບຽບທີ່ແນໃສ່ການສ້າງເວທີທີ່ຜູ້ເຂົ້າຮ່ວມໃນການແລກປ່ຽນສິນຄ້າ ແລະການບໍລິການຂອງໂລກປະຕິບັດຕາມກະຕິກາອັນດຽວກັນ.
ການທົບທວນຄືນນະໂຍບາຍການຄ້າເປັນປະຈຳຕາມກຳນົດ ເຊິ່ງເປັນການອະນຸຍາດໃຫ້ຄູ່ຄ້າຂອງຈີນອອກຖະແຫຼງການຢ່າງເປັນທາງການ ກ່ຽວກັບນະໂຍບາຍທີ່ຕົນຄັດຄ້ານ, ແມ່ນໄດ້ມີຂຶ້ນໃນອາທິດແລ້ວນີ້ຂະນະທີ່ຈີນສະເຫຼີມ ສະຫຼອງວັນຄົບຮອບ 20 ປີແຫ່ງການເຂົ້າເປັນສະມາຊິກຂອງ WTO ຊຶ່ງເປັນກຸ່ມທີ່ປະຕິບັດວຽກງານເພື່ອສ້າງກົດລະບຽບສຳລັບການຄ້າລະຫວ່າງປະເທດ ສະມາຊິກທີ່ມີທັງໝົດ 164 ປະເທດນັ້ນ.
“ເມື່ອຈີນເຂົ້າເປັນສະມາຊິກ WTO ໃນ 20 ປີກ່ອນ, ບັນດາສະມາຊິກຂອງ WTO ຄາດວ່າຂໍ້ກຳນົດຕ່າງທີ່ວາງອອກໃນຂັ້ນຕອນການເຂົ້າເປັນສະມາຊິກຂອງຈີນຈະທັງມ້າງບັນດານະໂຍບາຍ ແລະການປະຕິບັດຂອງຈີນທີ່ບໍ່ສອດຄ່ອງກັບລະບົບການຄ້າສາກົນທີ່ອີງໃສ່ນະໂຍບາຍເປີດກວ້າງ, ຫັນໄປຫາຕະຫຼາດໄດ້ຢ່າງຖາວອນ, ນັ້ນຄືຄຳເວົ້າຂອງທ່ານເດວິດ ບິສບີ (David Bisbee), ຜູ້ຮັບຕຳແໜ່ງເປັນວ່າການແທນຜູ້ຕາງໜ້າສະຫະລັດປະຈຳ WTO ໃນນະຄອນເຈນີວາ.
ທ່ານກ່າວຕໍ່ໄປຢູ່ໃນຄຳປາໄສທີ່ກະກຽມໄວ້ແລ້ວນັ້ນວ່າ "ແຕ່ຄວາມຄາດຫວັງ ເຫຼົ່ານັ້ນບໍ່ເປັນດັ່ງຄິດໄວ້ເລີຍ, ແລະປະກົດວ່າຈີນບໍ່ມີທ່າທີທີ່ຈະປ່ຽນແປງແຕ່ຢ່າງໃດ.” "ກົງກັນຂ້າມ ຈີນໄດ້ໃຊ້ສະພາບຂອງເປັນສະມາຊິກ WTO ທີ່ຍັງບໍ່ ທັນເຕີບໂຕເຕັມສ່ວນນັ້ນໃຫ້ກາຍເປັນຜູ້ຄ້າລາຍໃຫຍ່ທີ່ສຸດຂອງ WTO, ໃນຂະ ນະທີ່ເພີ້ມທະວີວິທີການທີ່ລັດນໍາພາໃນການເຮັດການຄ້າ, ບໍ່ແມ່ນໄປຕາມກົນໄກຕະຫຼາດ, ສ້າງຄວາມເສຍຫາຍຕໍ່ແຮງງານ ແລະທຸລະກິດໃນສະຫະລັດ ແລະປະເທດອື່ນໆ."
ບໍ່ມີແຕ່ສະຫະລັດປະເທດດຽວເທົ່ານັ້ນທີ່ບໍ່ພໍໃຈຕໍ່ການທີ່ຈີນບໍ່ປະຕິບັດໄດ້ຕາມພັນທະຂອງຕົນພາຍໃຕ້ WTO. ຜູ້ຕາງຫນ້າຈາກລັດຖະບານຫລາຍປະເທດໃນທົ່ວໂລກໄດ້ຈັດບັນຊີລາຍການອັນຍາວຢຽດທີ່ເວົ້າເຖິງວິທີການທີ່ເຂົາເຈົ້າເວົ້າວ່າຈີນບິດເບືອນ ຫຼືລະເມີດລະບຽບການຕ່າງໆ.
ໃນບັນດາຫລາຍໆຢ່າງນັ້ນ ພວກເຂົາເຈົ້າເວົ້າວ່າຈີນບິດເບືອນຕະຫຼາດ ໂດຍການໃຫ້ເງິນອຸດຫນູນບໍລິສັດຂອງລັດ, ບໍ່ສົນໃຈຕໍ່ສິດໃນດ້ານຊັບສິນ ທາງປັນຍາ, ຈໍາກັດການເຂົ້າເຖິງຕະຫຼາດຂອງປະເທດຕົນ, ການນໍາໃຊ້ ແຮງງານບັງຄັບໃນບາງຂະແຫນງການຜະລິດ ແລະການກະສິກໍາ, ບັງຄັບໃຫ້ ລັດຖະບານຂອງປະເທດທີ່ນ້ອຍກວ່າ ຍອມຮັບເອົາການປະຕິບັດໃນດ້ານ ການຄ້າທີ່ບໍ່ຍຸດຕິທໍາ. ແລະອື່ນໆອີກ.