ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເອກ​ອັກ​ຄະ​ລັດ​ຖະທູດ ສຫລ ​ມອບ​ອາຄານ​ ປະ​ຕິ​ບັດ​ການ ດ້ານ​ການ​ແພດ ໃຫ້ແກ່ລາວ


ພິທີສົ່ງ​ມອບ​ອາຄານ​ ປະຕິບັດ​ການ​ດ້ານ​ສຸຂະພາບ​ອະນາ​ໄມ ໃຫ້​ແກ່ໂຮງໝໍ 2 ​ແຫ່ງ​ໃນ​ແຂວງ​ບໍລິ​ຄຳ​ໄຊ ​ແລະ ຄຳ​ມ່ວນ ຢູ່ລາວ.
ພິທີສົ່ງ​ມອບ​ອາຄານ​ ປະຕິບັດ​ການ​ດ້ານ​ສຸຂະພາບ​ອະນາ​ໄມ ໃຫ້​ແກ່ໂຮງໝໍ 2 ​ແຫ່ງ​ໃນ​ແຂວງ​ບໍລິ​ຄຳ​ໄຊ ​ແລະ ຄຳ​ມ່ວນ ຢູ່ລາວ.
ເອກ​ອັກຄະ​ລັດຖະທູດສະຫະລັດ ປະຈຳ​ລາວໄດ້​ສົ່ງ​ມອບ​ອາ
ຄານ​ ປະຕິບັດ​ການ​ດ້ານ​ສຸຂະພາບ​ອະນາ​ໄມ ໃຫ້​ແກ່ໂຮງໝໍ
2 ​ແຫ່ງ​ໃນ​ແຂວງ​ບໍລິ​ຄຳ​ໄຊ ​ແລະ ຄຳ​ມ່ວນ ​ໂດຍ​ຖື​ເປັນ​ການ​
ຮ່ວມ​ມື​ດ້ານ​ມະນຸດສະທຳ.

ພິທີການສົ່ງມອບອາຄານປະຕິບັດການດ້ານສຸຂະພາບອະນາໄມ ສຳລັບປະຊາຊົນລາວທັງ 2 ແຫ່ງ ໄດ້ຈັດຂຶ້ນ ຢ່າງເປັນທາງການ
ເມື່ອ ບໍ່ດົນມານີ້ ໂດຍອາຄານທຳອິດ ເປັນການສົ່ງມອບໃຫ້ ໂຮງໝໍປະຈຳເມືອງວຽງທອງ
ໃນແຂວງບໍລິຄຳໄຊ ທີ່ມີ ທ່ານ Daniel A. Clune ເອກອັກຄະລັດຖະທູດອາເມຣິກາ ປະຈຳລາວ ເປັນຜູ້ສົ່ງມອບ ໃຫ້ກັບ ທ່ານນາງ ບຸນຍົງ ສີສຸວັນນະຄອນ ຮອງເຈົ້າແຂວງໆ
ບໍລິຄຳໄຊ ສ່ວນອີກແຫ່ງໜຶ່ງກໍໄດ້ສົ່ງມອບ ໃຫ້ກັບທ່ານສົມໃຈ ເພັດສີນວນ ຮອງເຈົ້າແຂວງໆ
ຄຳມ່ວນຕາມລຳດັບ.
ຊາກກະດູກ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກັນ ທີ່ເສຍຊີວິດ ແລະ ຫາຍສາບສູນໄປໃນສົງຄາມ.
ຊາກກະດູກ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກັນ ທີ່ເສຍຊີວິດ ແລະ ຫາຍສາບສູນໄປໃນສົງຄາມ.

ໂດຍອາຄານປະຕິບັດການດ້ານສຸຂະພາບອະນາໄມ ສຳລັບ
ປະຊາຊົນລາວທັງ 2 ແຫ່ງ ດັ່ງກ່າວນີ້ຖືເປັນສ່ວນໜຶ່ງໃນການ
ຊ່ວຍເຫຼືອດ້ານມະນຸດສະທຳທີ່ລັດຖະບານ ສະຫະລັດ ໄດ້ມອບ
ໃຫ້ແກ່ລັດຖະບານລາວ ເພື່ອເປັນການຕອບແທນ ລັດຖະບານ
ແລະປະຊາຊົນລາວ ທີ່ໄດ້ໃຫ້ການຮ່ວມມື ແກ່ທາງການສະຫະລັດ ໃນການຊອກຫາຊາກກະດູກ ແລະ ສິ່ງເສດເຫຼືອ ຂອງທະຫານ
ອາເມຣິກັນ ທີ່ເສຍຊີວິດ ແລະ ຫາຍສາບສູນໄປໃນສົງຄາມ ຫຼື
MIA ໃນປາງສົງຄາມອິນໂດຈີນ ໃນລາວ.

ສ່ວນທາງການລາວນັ້ນ ກໍໄດ້ໃຫ້ການຢືນຢັນ ທີ່ຈະສືບຕໍ່ໃຫ້
ການຮ່ວມມື ກັບທາງການສະຫະລັດ ເຂົ້າໃນການຊອກຫາ
ຊາກກະດູກ ແລະ ສິ່ງເສດເຫຼືອຂອງ MIA ຢູ່ໃນລາວຕໍ່ໄປຢ່າງບໍ່ຢຸດຢັ້ງ ໂດຍການຢືນຢັນ
ຄັ້ງຫລ້າສຸດ ໄດ້ມີຂຶ້ນໃນໂອກາດ ກອງປະຊຸມປຶກສາຫາລື ລະດັບບໍລິຫານລະຫວ່າງ
ລາວກັບສະຫະລັດ ຄັ້ງທີ 1 ປະຈຳປີ 2014 ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ນະຄອນວຽງຈັນ ໂດຍມີທ່ານສຸທຳ ສາກົນນິຍົມ ຫົວໜ້າກົມຢູໂຣບ ອາເມຣິກາກະຊວງການຕ່າງປະເທດ
ຂອງລາວ ແລະ ນາຍພົນ Kelly McKeague ຜູ້ບັນຊາການທະຫານບົກ ປະຈຳພາກພື້ນ
ປາຊີຟິກ ຂອງສະຫະລັດ ເປັນປະທານຮ່ວມກັນ ໂດຍມີທ່ານ Daniel Clune ເຂົ້າຮ່ວມ
ໃນກອງປະຊຸມດ້ວຍ.
ການຊອກຫາຊາກກະດູກ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກັນ ທີ່ເສຍຊີວິດ ແລະ ຫາຍສາບສູນໄປໃນສົງຄາມ.
ການຊອກຫາຊາກກະດູກ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກັນ ທີ່ເສຍຊີວິດ ແລະ ຫາຍສາບສູນໄປໃນສົງຄາມ.

ໂດຍການຢືນຢັນ ຂອງທາງການລາວດັ່ງກ່າວ ກໍຍັງລວມ
ເຖິງການອະນຸຍາດ ໃຫ້ຄະນະສຳຫຼວດ ຂອງສະຫະລັດ
ສາມາດນຳໃຊ້ລົດຍົນ ເຂົ້າໃນການຂົນສົ່ງເຄື່ອງມື ແລະ
ອຸປະກອນຕ່າງໆ ໄປຍັງພື້ນທີ່ເປົ້າໝາຍ ໃນການສຳຫຼວດ
ທັງຍັງອະນຸຍາດ ໃຫ້ຄະນະສຳຫຼວດຂອງສະຫະລັດ ສາມາດ
ທີ່ຈະຕັ້ງຄ້າຍພັກ ຢູ່ໃນບໍລິເວນທີ່ທຳການຂຸດຄົ້ນ ໄດ້ອີກ
ດ້ວຍ ຈຶ່ງຖືເປັນບາດກ້າວໃໝ່ ຂອງການຮ່ວມມືລະຫວ່າງ
ລາວກັບສະຫະລັດ ໃນການຄົ້ນຫາ MIA ຢູ່ໃນລາວ.

ທາງການລາວ ແລະ ສະຫະລັດ ໄດ້ເລີ້ມການຮ່ວມມືໃນການ
ຊອກຫາ MIA ຢູ່ໃນລາວ ນັບຕັ້ງແຕ່ປີ 1982 ເປັນຕົ້ນມາ
ແລະໃນປັດຈຸບັນ ໄດ້ຄົ້ນພົບແລ້ວ 266 ກໍລະນີ ຈາກທັງໝົດ
575 ກໍລະນີ ຈຶ່ງຍັງເຫຼືອ309 ກໍລະນີ ທີ່ທາງການທັງສອງຝ່າຍ ຈະຮ່ວມກັນສຳຫຼວດ ແລະ ຊອກຫາຕໍ່ໄປ ດັ່ງທີ່ທ່ານ Daniel Clune ໄດ້ຊີ້ແຈງວ່າ:

“ຂ້າພະ​ເຈົ້າມີ​ຄວາມ​ຍິນ​ດີກັບການ​ຮ່ວມ​ມື​ຂອງ​ລັດຖະບານ​ລາວ ​ໃນ​ຄວາມ​
ພະຍາຍາມ​ຂອງທັງສອງຢ່າງ​ ທີ່ພວກ​ເຮົາ​ໄດ້​ທຳຄວາມກ້າວ​ໜ້າ​ມາ ໃນ​ການ
ຊອກ​ຄົ້ນຫາ ພວກ​ທີ່​ຫາຍ​ສາບ​ສູນ​ໄປ ​ແລະ ນຳ​ສົ່ງ ຊາກ​ກະດູກ​ ຈຳນວນ 266
ຄົນ ໃຫ້​ແກ່​ຄອບຄົວທີ່​ແສນ​ຮັກ ຂອງ​ພວກ​ເຂົາ​ເຈົ້າ ​ແລະ​ ກໍຍັງ​ຈະ​ຊອກ​ຕໍ່​ໄປ​
ເລື້ອຍໆ ຫາ​ພວກ 309 ຄົນ​ທີ່​ຍັງ​ຫາຍ​ສາບ​ສູນຢູ່​.”



ການຊອກຫາ MIA ຢູ່ໃນລາວ ຖືເປັນ 1 ໃນ 5 ໂຄງການ ທີ່ທາງການສະຫະລັດ ໃຫ້
ຄວາມສຳຄັນ ເປັນພິເສດ ທີ່ຈະເສີມສ້າງຄວາມຮ່ວມມື ກັບທາງການລາວ ໂດຍອີກ 4
ໂຄງການ ທີ່ເຫຼືອນັ້ນ ກໍຄືການເກັບກູ້ລະເບີດບໍ່ທັນແຕກ (UXO) ທີ່ຕົກຄ້າງໃນລາວ ການພັດທະນາ ລະບົບກົດໝາຍ ແລະ ສິດທິມະນຸດຍະຊົນ ການອະນຸລັກສິ່ງແວດລ້ອມ
ທຳມະຊາດ ແລະ ຊີວະນານາພັນ ການເສີມຂະຫຍາຍ ມູນຄ່າການຄ້າ ແລະ ການລົງທຶນ.

ໂດຍຫຼ້າສຸດ ກະຊວງການຕ່າງປະເທດ ຂອງສະຫະລັດ ກໍໄດ້ໃຫ້ການຊ່ວຍເຫຼືອ ໃນການ
ສຶກສາອົບຮົມ ເພື່ອການປ້ອງກັນໄພອັນຕະລາຍ ຈາກລະເບີດ UXO ສຳລັບນັກຮຽນ
ໃນພື້ນທີ່ 15 ເມືອງໃນເຂອ 9 ແຂວງ ທີ່ມີລະເລີດ UXO ຕົກຄ້າງຢູ່ຢ່າງໜາແໜ້ນ.

ຍິ່ງໄປກວ່ານັ້ນ ລັດຖະສະພາສະຫະລັດ ຍັງໄດ້ອະນຸມັດງົບປະມານ ມູນຄ່າ 12 ລ້ານ
ດອນລາ ເພື່ອໃຫ້ການຊ່ວຍເຫຼືອ ໃນການເກັບກູ້ລະເບີດ UXO ແລະ ໃຫ້ການຊ່ວຍເຫຼືອ
ແກ່ປະຊາຊົນ ທີ່ໄດ້ຮັບເຄາະຈາກລະເບີດ UXO ລວມເຖິງການລົນນະລົງ ເຜີຍແຜ່ເພື່ອ
ໃຫ້ຄວາມຮູ້ແກ່ປະຊາຊົນລາວ ທີ່ແນໃສ່ການລົດອັນຕະລາຍ ຈາກລະເບີດ UXO ໃຫ້ໄດ້
ຢ່າງມີປະສິດທິຜົນໃນຕະຫຼອດປີ 2014 ນີ້.
XS
SM
MD
LG