ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ມອບອາຄານຮຽນ 2 ຫຼັງ ແກ່ແຂວງ ອັດຕະປື ແລະສະຫວັນນະເຂດ


ທ່ານນາງ Karen Stewart ເອກອັກຄະລັດຖະທູດສະຫະລັດ ອະເມຣິກາປະຈໍາລາວ ສົ່ງມອບໂຮງຮຽນມັດທະຍົມ ວີລະບູລີ ໃຫ້ແກ່ເມືອງວີລະບູລີ ຊຶ່ງ ທ່ານຄໍາເຜີຍ ຜັນທະຈອນ ຮອງເຈົ້າແຂວງສະຫວັນນະເຂດ ເປັນຜູ້ເຊັນຮັບເອົາ ໃນວັນທີ 7 ທັນວາ 2012 ທີ່ຜ່ານມານີ້.
ທ່ານນາງ Karen Stewart ເອກອັກຄະລັດຖະທູດສະຫະລັດ ອະເມຣິກາປະຈໍາລາວ ສົ່ງມອບໂຮງຮຽນມັດທະຍົມ ວີລະບູລີ ໃຫ້ແກ່ເມືອງວີລະບູລີ ຊຶ່ງ ທ່ານຄໍາເຜີຍ ຜັນທະຈອນ ຮອງເຈົ້າແຂວງສະຫວັນນະເຂດ ເປັນຜູ້ເຊັນຮັບເອົາ ໃນວັນທີ 7 ທັນວາ 2012 ທີ່ຜ່ານມານີ້.
ເອກອັກຄະລັດຖະທູດສະຫະລັດ ສົ່ງມອບອາຄານຮຽນ 2 ຫຼັງ
ໃຫ້ກັບທາງການ ແຂວງສະຫວັນນະເຂດ ແລະເມືອງຊານໄຊ
ແຂວງອັດຕະປື ໂດຍຖືເປັນການຕອບແທນປະຊາຊົນລາວ ທີ່
ໄດ້ຊ່ວຍເຫຼືອໃນການຊອກຫາ MIA ໃນລາວ.

ພິທີການສົ່ງມອບອາຄານຮຽນລະດັບມັດທະຍົມຈໍານວນ 2 ຫຼັງ
ໃຫ້ກັບຜະແນກສຶກສາທິການ ແລະກິລາຂອງເມືອງວີລະບູລີ
ແຂວງສະຫວັນນະເຂດ ແລະເມືອງຊານ ໄຊ ແຂວງອັດຕະປື ໄດ້ມີຂຶ້ນຢ່າງເປັນທາງການໃນວັນທີ 17 ທັນວາ ແລະວັນທີ 19
ທັນວາ ຕາມລໍາດັບ ໂດຍທີ່ທ່ານນາງ Karen Stewart ເອກ
ອັກຄະລັດຖະ ທູດສະຫະລັດອະເມຣິກາປະຈໍາລາວ ເປັນຜູ້ສົ່ງ
ມອບໃຫ້ກັບທ່ານຄໍາເຜີຍ ຜັນທະຈອນ ຮອງເຈົ້າແຂວງສະຫວັນ
ນະເຂດ ແລະທ່ານຄໍາພັນ ພົມມະທັດ ເຈົ້າແຂວງອັດຕະປື ຕາມລໍາດັບ.

ອາຄານຮຽນລະດັບມັດທະຍົມທັງ 2 ຫຼັງດັ່ງກ່າວນີ້ໄດ້ເລີ່ມລົງມືກໍ່ສ້າງນັບຕັ້ງແຕ່ທ້າຍປີ
2011 ເປັນຕົ້ນມາດ້ວຍງົບປະມານຊ່ວຍເຫຼືອດ້ານມະນຸດສະທໍາຂອງລັດຖະບານສະຫະ
ລັດ ຄິດເປັນມູນຄ່າລວມກັນຫຼາຍກວ່າ 862,000 ໂດລາ ອັນຖືເປັນພາກສ່ວນນຶ່ງໃນໂຄງ ການຊ່ວຍເຫຼືອດ້ານມະນຸດສະທໍາທີ່ລັດຖະບານສະຫະລັດມອບໃຫ້ແກ່ທາງການລາວ
ເພື່ອເປັນການຕອບແທນຕໍ່ການທີ່ປະຊາຊົນລາວໃນທ້ອງຖິ່ນ ໄດ້ໃຫ້ການຊ່ວຍເຫຼືອທາງ ການສະຫະລັດໃນການຄົ້ນຫາຊາກກະດູກ ແລະ ສິ່ງເສດເຫຼືອຂອງອະດິດທະຫານອະເມ ຣິກັນທີ່ເສຍຊີວິດແລະຫາຍສາບສູນໃນປາງ ສົງຄາມອິນໂດຈີນ ຫຼື MIA ໃນເຂດປະເທດ ລາວ.

ທາງການສະຫະລັດ ໄດ້ໃຫ້ການຊ່ວຍເຫຼືອດ້ານມະນຸດສະທໍາແກ່ປະຊາຊົນລາວທີ່ ຢູ່ໃນ ທ້ອງຖິ່ນທີ່ໄດ້ປະກອບສ່ວນເຂົ້າໃນການຄົ້ນຫາຊາກກະດູກແລະສິ່ງເສດເຫຼືອຂອງອະດີດ ທະຫານອະເມຣິກັນຫຼາຍຂຶ້ນນັບມື້ ໂດຍກ່ອນໜ້າທີ່ກໍໄດ້ໃຫ້ການຊ່ວຍເຫຼືອໃນການສ້າງ ໂຮງໝໍ 2 ແຫ່ງຢູ່ເຂດເມືອງຜາໄຊ ກັບເມືອງພູກູດໃນແຂວງ ຊຽງຂວາງ ແລະກໍຖືເປັນ ສ່ວນນຶ່ງໃນ 8 ໂຄງການທີ່ທາງການສະຫະລັດໄດ້ຕົກລົງ ໃຫ້ການຊ່ວຍເຫຼືອທາງດ້ານ ມະນຸດສະທໍາເພື່ອເປັນການຕອບແທນປະຊາຊົນລາວ ໃນແຂວງຊຽງຂວາງ ທີ່ໄດ້ໃຫ້ ການຊ່ວຍເຫຼືອໃນການຊອກຫາຊາກກະດູກ ແລະສິ່ງເສດເຫຼືອຂອງອະດີດທະຫານ ອະເມຣິກັນດັ່ງກ່າວ.
ອົງການ USAID ມອບການຊ່ວຍເຫລືອທາງດ້ານ ອາຫານ ໂພສະນການ ແກ່ລາວ
ອົງການ USAID ມອບການຊ່ວຍເຫລືອທາງດ້ານ ອາຫານ ໂພສະນການ ແກ່ລາວ

ທັງນີ້ໂດຍທາງການສະຫະລັດໄດ້ໃຫ້ຄວາມສໍາຄັນຕໍ່
ການຊ່ວຍເຫຼືອທາງດ້ານມະນຸດສະທໍາຢູ່ໃນລາວນັບ
ເປັນລະຍະເວລາທີ່ຍາວນານກວ່າ 15 ປີມາແລ້ວ.
ສໍາລັບການຊ່ວຍເຫຼືອໃນແຂວງຊຽງຂວາງໃນປີ 2012
ນີ້ ກໍຄິດເປັນມູນລຄ່າລວມເກີນກວ່າ 3.5 ລ້ານໂດລາ
ຊຶ່ງຍັງບໍ່ລວມເຖິງການຊ່ວຍເຫຼືອໃນດ້ານດຽວກັນນີ້ຢູ່
ໃນແຂວງອື່ນໆແຕ່ຢ່າງໃດ.

ຕົວຢ່າງກໍຄືສະຖານທູດສະຫະລັດປະຈໍາປະເທດລາວ
ແລະບໍລິສັດ Walgreen ຈາກສະຫະລັດໄດ້ໃຫ້ການ ຊ່ວຍເຫຼືອກະຊວງສາທາລະນະສຸກຂອງລາວເມື່ອທ້າຍ ເດືອນເມສາທີ່ຜ່ານມາ ຊຶ່ງ
ເປັນການຊ່ວຍເຫຼືອໃນການສັກຢາວັກຊີນ ເພື່ອປ້ອງກັນ ເຊື້ອໂຣກໄຂ້ຫວັດໃຫ້ແກ່
ປະຊາຊົນລາວຈໍານວນເຖິງ 375,000 ຄົນໃນທົ່ວປະເທດ.

ຍິ່ງໄປກວ່ານັ້ນ ເພື່ອເປັນການເສີມສ້າງສຸຂະພາບອະນາໄມຂອງເຍົາວະຊົນລາວ ໃຫ້ແຂງແຮງແລະພ້ອມທີ່ຈະຮັບກັບສະຖານະການກ່ຽວກັບການແຜ່ລະບາດຂອງ ພະຍາດຕິດຕໍ່ທີ່ສາມາຈະເກີດຂຶ້ນໄດ້ທຸກເວລານັ້ນ ທາງການສະຫະລັດກໍຍັງໄດ້ ໃຫ້ການຊ່ວຍເຫຼືອດ້ານສະບຽງອາຫານສໍາລັບເດັກນ້ອຍນັກຮຽນຈະດັບປະຖົມໃນ ເຂດຊົນນະບົດຂອງລາວເປັນເວລາ 3 ປີຕິດຕໍ່ກັນອີກດ້ວຍ ໂດຍຈະມີເດັກນັກ ຮຽນຈໍານວນຫຼາຍ 152,000 ຄົນໃນເຂດຊົນນະບົດທີ່ໄດ້ຮັບການຊ່ວຍເຫຼືອດ້ານ ສະບຽງອາຫານຢ່າງພຽງພໍ.

ດັ່ງທີ່ເຈົ້າໜ້າທີ່ໃນກະຊວງສຶກສາທິການແລະກິລາຂອງລາວ ຊຶ່ງຮັບຜິດຊອບການ ປະສານງານໃນໂຄງການດັ່ງກ່າວນີ້ ໄດ້ໃຫ້ການອະທິບາຍວ່າ:

ຖ້າຫາກວ່າບໍ່ມີການສະໜັບສະໜຸນຊ່ວຍເຫຼືອ ລູກຫຼານຂອງພວກເຮົາ
ຢາກໄປຮຽນ ແຕ່ບໍ່ມີອັນກິນ ກໍຈໍາເປັນຕ້ອງໄປນໍາພໍ່ແມ່ຊອກຫາຢູ່ ຫາກິນ ແຕ່ເມື່ອໄດ້ຮັບການສະໜັບສະໜຸນຊ່ວຍເຫຼືອແລ້ວ ພໍ່ແມ່ກໍພໍໃຈ ສົ່ງລູກ
ໄປຮຽນ ລູກຫຼານຂອງພວກເຮົາກະພໍໃຈທີ່ໄດ້ມີເຂົ້າກິນອີ່ມມີກໍາລັງວັງຊາ
ມີເຫື່ອ ມີແຮງໄປຮຽນເຕັມເມັດ ເຕັມໜ່ວຍ ແລະສາມາດເຂົ້າຮຽນແຕ່ຕົ້ນ ຈົນສຸດກົກສຸດປາຍໄດ້.”


ສໍາລັບໃນປີທໍາອິດຂອງໂຄງການດັ່ງກ່າວນີ້ ທາງການສະຫະລັດກໍຈະໃຫ້ການຊ່ວຍເຫຼືອ ເປັນເຂົ້າສານ 1,610 ໂຕນ ນໍ້າມັນພືດ 111 ໂຕນ ແລະອາຫານເສີມ ທີ່ມີສານອາຫານ ທັງວິຕາມິນ ແລະແຮ່ທາດຕ່າງໆ ຢ່າງຄົບຊຸດໃນປະລິມານລວມ 560 ໂຕນ ເປັນຕົ້ນ.
XS
SM
MD
LG