ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະພັນທະມິດ ເຕືອນກ່ຽວກັບການຮຸກຮານຂອງ ຈີນ ໂດຍສະແຫວງຫານັກບິນລົບ 'ທີ່ມີຄວາມສາມາດສູງ' ຂອງປະເທດຕາເວັນຕົກ


ແຟ້ມຮູບ-ນັກບິນລົບຈີນຄົນນຶ່ງ ຈາກກອງທັບປົດປ່ອຍປະຊາຊົນ ດໍາເນີນການໃນພາກສ່ວນສໍາລັບຄວາມພ້ອມເພື່ອການຕໍ່ສູ້ ແລະການຊ້ອມລົບອ້ອມຮອບເກາະໄຕ້ຫວັນ, ວັນທີ 9 ເມສາ 2023, ໃນພາບທີ່ໄດ້ຮັບການເຜີຍແຜ່ໂດຍອົງການຂ່າວຊິນຫົວ.
ແຟ້ມຮູບ-ນັກບິນລົບຈີນຄົນນຶ່ງ ຈາກກອງທັບປົດປ່ອຍປະຊາຊົນ ດໍາເນີນການໃນພາກສ່ວນສໍາລັບຄວາມພ້ອມເພື່ອການຕໍ່ສູ້ ແລະການຊ້ອມລົບອ້ອມຮອບເກາະໄຕ້ຫວັນ, ວັນທີ 9 ເມສາ 2023, ໃນພາບທີ່ໄດ້ຮັບການເຜີຍແຜ່ໂດຍອົງການຂ່າວຊິນຫົວ.

ເບິ່ງຄືວ່າ ກອງທັບຂອງຈີນໄດ້ເພີ້ມຄວາມພະຍາຍາມຂອງຕົນ ເພື່ອຮັບເອົາ ນັກບິນສູ້ລົບໃນອະດີດ ແລະປັດຈຸບັນຂອງຕາເວັນຕົກ ດ້ວຍການນໍາໃຊ້ຍຸດທະ ສາດໃຫມ່ ແລະສະຫຼັບຊັບຊ້ອນຫຼາຍຂຶ້ນ ໂດຍນໍາໃຊ້ແຜນການລໍ້ລວງເອົານັກວິ ຊາການຂອງບັນດາປະເທດຕາເວັນຕົກ.

ສະຫະລັດ ແລະບັນດາປະເທດຄູ່ຮ່ວມພາຄີສືບລັບທີ່ໃກ້ທີ່ສຸດຂອງຕົນຈໍານວນ ນຶ່ງ ໄດ້ອອກຄໍາເຕືອນສະບັບໃໝ່ໃນວັນພຸດວານນີ້ ໂດຍເຕືອນວ່າ ກອງທັບປົດ ປ່ອຍປະຊາຊົນ ຫຼື PLA ກໍາລັງນໍາໃຊ້ບັນດາບໍລິສັດເອກະຊົນ, ລວມທັງບໍລິ ສັດຈັດຫາງານໃຫຍ່ໆ ເພື່ອເຮັດໃຫ້ບັນດານັກບິນຕາເວັນຕົກເຫຼົ່ານັ້ນ ບໍ່ຮູ້ເຖິງ ແຜນການເຊື່ອມໂຍງກັບກອງທັບຈີນ ຈົນກວ່າຈະຊ້າເກີນໄປແລ້ວ.

ອີງຕາມການປະກາດຂ່າວທີ່ອອກໂດຍ ສະຫະລັດ, ອັງກິດ, ການາດາ, ອອສເຕຣເລຍ ແລະ ນິວຊີແລນ, ຮູ້ວ່າເປົ້າໝາຍຂອງ Five Eyes ແມ່ນເພື່ອ ເຮັດໃຫ້ ຈີນ ສາມາດຝຶກອົບຮົມນັກບິນລົບຂອງຕົນໃຫ້ດີຂື້ນກວ່າເກົ່າ ໃນຂະນະ ທີ່ໄດ້ຮັບຄວາມເຂົ້າໃຈດີຂຶ້ນກ່ຽວກັບວິທີການປະຕິບັດງານຂອງກອງທັບອາກາດຕາເວັນຕົກ, ບາງສິ່ງທີ່ສາມາດທຳລາຍ​ຄວາມ​ໄດ້​ປຽບ​ຂອງ​ຝ່າຍ​ຕາ​ເວັນ​ຕົກ ຫຼື​ແມ່ນ​ແຕ່​ສົ່ງຜົນໃນການຍົກລະດັບ ເພື່ອເຮັດໃຫ້​ເຮືອບິນ​ສູ້​ລົບ​ຂອງຈີນມີຄວາມ ພ້ອມ​ໃນ​ກໍລະນີ​ເກີດ​ຄວາມ​ຂັດ​ແຍ້ງກັນ.

ໃນຖະແຫຼງການ​ແຈ້ງວ່າ PLA ກໍາລັງທໍາການ​ຮັບ​ສະໝັກ​ໂດຍຜ່ານ​ບໍລິສັດ​ເອກະ​ຊົນຕ່າງໆ​ທີ່​ຕັ້ງ​ຢູ່​ໃນ​ອາ​ຟຣິກາ​ໃຕ້ ​ແລະ ​ຈີນ, ໂດຍພະຍາຍາມ​ລໍ້ລວງບັນ ດາ​ນັກ​ບິນຕາ​ເວັນ​ຕົກ ດ້ວຍຈໍານວນ​ຂອງເງິນ​ເດືອນ​ທີ່ມີຄ່າຕອບແທນ​ສູງ.

ຄວາມພະຍາຍາມໃນການຮັບສະໝັກບຸກຄົນອື່ນໆລວມມີ ການໃຊ້ຄວາມຮູ້ ສ່ວນຕົວ, ເວັບໄຊທ໌ເຄືອຂ່າຍມືອາຊີບ ແລະຜ່ານວິທີການຈ້າງງານທາງອອນ ໄລນ໌ຕ່າງໆ, ເຊິ່ງມີລັກສະນະຄ້າຍຄືກັບການເຊື່ອມຕໍ່ຕ່າງໆກັບລັດຖະບານ ຫຼື ກອງທັບຂອງຈີນ.

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກີິດ

China's military appears to be intensifying its efforts to recruit current and former Western fighter pilots, employing new and more intricate tactics to snare Western expertise.

The United States and some of its closest intelligence partners issued a new warning Wednesday, cautioning that the People's Liberation Army is using private companies, including corporate headhunters, so that Western pilots are unaware of links to the Chinese military until it is too late.

The goal, according to a bulletin issued by the U.S., Britain, Canada, Australia and New Zealand — known as Five Eyes — is for China to better train its own fighter pilots while gaining better insights into how Western air forces operate, something that could erode Western advantages or even give Chinese fighter jets a boost in case of a conflict.

The bulletin said the PLA is recruiting through private companies based in South Africa and China, trying to lure Western pilots with lucrative salaries.

Other recruitment efforts include leveraging personal acquaintances, professional networking sites and online job platforms, which similarly obscure any links to the Chinese government or military.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG