ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ແລະ ພັນ​ທະ​ມິດ ແນ​ເປົ້າ​ທີ່​ຈະ​ຈຳ​ກັດ​ລາ​ຄາ​ນ້ຳ​ມັນ ຣັດ​ເຊຍ ເພື່ອ​ຂັດ​ຂວາງ​ການ​ບຸກ​ລຸກ


ພະ​ນັກ​ງານ​ຍ່າ​ງ​ຜ່ານ​ຖັງ​ເກັບ​ນ້ຳ​ມັນ​ຢູ່​ສະ​ຖາ​ນີ​ປ້ຳ​ນ້ຳ​ມັນ ຄາ​ເລ​ກີ​ໂນ, ພາກ​ພື້ນ ແທ​ຣນ​ສ​ເນັ​ຟ ຄາ​ມາ, ໃກ້​ກັບ​ເມືອງ ອາ​ລ​ເມ​ຕີ​ເອ​ຟ, ຣັດ​ເຊຍ, 27 ເມ​ສາ, 2022.
ພະ​ນັກ​ງານ​ຍ່າ​ງ​ຜ່ານ​ຖັງ​ເກັບ​ນ້ຳ​ມັນ​ຢູ່​ສະ​ຖາ​ນີ​ປ້ຳ​ນ້ຳ​ມັນ ຄາ​ເລ​ກີ​ໂນ, ພາກ​ພື້ນ ແທ​ຣນ​ສ​ເນັ​ຟ ຄາ​ມາ, ໃກ້​ກັບ​ເມືອງ ອາ​ລ​ເມ​ຕີ​ເອ​ຟ, ຣັດ​ເຊຍ, 27 ເມ​ສາ, 2022.

ດ້ວຍ​ມາດ​ຕະ​ການ​ລົງ​ໂທດຫຼາຍ​ພັນ​ຢ່າງ​ຖືກວາງ​ໃສ່ ຣັດ​ເຊຍ ແລ້ວ​ເພື່ອ​ໂຈມ​ຕີ​ເສດ​ຖະ​ກິດ​ຂອງ​ເຂົາ​ເຈົ້າ​ນັ້ນ, ສະ​ຫະ​ລັດ ແລະ ພັນ​ທະ​ມິດ​ຂອງ​ເຂົາ​ເຈົ້າ​ແມ່ນ​ກຳ​ລັງ​ເຮັດ​ວຽກ​ ກ່ຽວ​ກັບ ມາດ​ຕະ​ການ​ໃໝ່ເພື່ອ​ມອດ​ເຄື່ອງ​ຈັກ​ສົງ​ຄາມ​ຂອງ ຣັດ​ເຊຍ ໃນ​ຂະ​ນະ​ດຽວ​ກັນ​ ຢຸດ​ການ​ເພີ່ມ​ຂຶ້ນ​ຂອງ​ລາ​ຄາ​ນ້ຳ​ມັນ ແລະ ນ້ຳ​ມັນ​ແອັດ​ຊັງ​ ທີ່​ສາ​ມາດ​ທຳ​ລາຍ​ເສດ​ຖະ​ກິດ​ໂລກ.

ເສົາຫຼັກ​ໃນ​ລາຍ​ໄດ້​ທາງ​ການ​ເງິນ​ຂອງວັງ​ເຄ​ຣັມ​ລິນ​ ແມ່ນ​ນ້ຳ​ມັນ ທີ່​ໄດ້​ເຮັດ​ໃຫ້​ເສດ​ຖະ​ກິດ ຣັດ​ເຊຍ ລອຍ​ຕົວ​ໄດ້ ​ເຖິງ​ແມ່ນ​ຈະ​ມີ​ການ​ຫ້າມ​ສົ່ງ​ອອກ, ມາດ​ຕະ​ການ​ລົງ​ໂທດ ແລະ ການ​ຍຶດ​ຊັບ​ສິນຂອງ​ທະ​ນາ​ຄານ​ກາງ​ກໍ່​ຕາມ. ​ບັນ​ດາ​ພັນ​ທະ​ມິດ​ຢູ​ໂຣບ​ຂອງ ອາ​ເມ​ຣິ​ກາ ມີ​ແຜນ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ລັດ​ຖະ​ບານ​ທ່ານ ໄບ​ເດັນ ແລະ ຈະ​ເອົາ​ບາດ​ກ້າວ​ເພື່ອ​ຢຸດ​ການ​ນຳ​ໃຊ້​ນ້ຳ​ມັນ ຣັດ​ເຊຍ ຂອງ​ເຂົາ​ເຈົ້າໃນ​ທ້າຍ​ປີນີ້, ເຊິ່ງ​ແມ່ນ​ການ​ເຄື່ອນ​ໄຫວ ​ທີ່​ບັນ​ດາ​ນັກ​ເສດ​ຖະ​ສາດ​ບາງ​ຄົນ​ເວົ້າ​ວ່າ ອາດ​ກໍ່​ໃຫ້​ການ​ສະ​ໜອງ​ນ້ຳ​ມັນ​ໃນ​ໂລກຫຼຸດ​ລົງ ແລະ ຈະ​ດັນ​ລາ​ຄາ​ສູງ​ເຖິງ 200 ໂດ​ລາ​ຕໍ່​ຖັງ.

ວໍ​ຊິ​ງ​ຕັນ ແລະ ພັນ​ທະ​ມິດ​ຂອງ​ເຂົາ​ເຈົ້າ​ຢາກ​ທີ່​ຈະ​ຕັ້ງ​ລະ​ບົບ​ຜູ້​ຊື້​ຜູກ​ຂາດເພື່ອ​ບັງ​ຄັບ​ໃຫ້ ຣັດ​ເຊຍ ຍອມ​ຮັບ​ເອົາ​ລາ​ຄາ​ຕ່ຳ​ກວ່າ​ຕະຫຼາດ​ສຳ​ລັບ​ນ້ຳ​ມັນ. ກຸ່ມ​ຂອງ​ຜູ້​ນຳ 7 ປະ​ເທດ​ໄດ້​ຕົກ​ລົງ​ກັນ​ຊົ່ວ​ຄາວ ເພື່ອ​ໜູນຫຼັງການ​ຈຳ​ກັດ​ລາ​ຄາ​ສຳ​ລັບນ້ຳ​ມັນ ຣັດ​ເຊຍ. ຖ້າ​ຈະ​ເວົ້າ​ແບບ​ງ່າຍໆ, ບັນ​ດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ຈະ​ຕົກ​ລົງ​ເພື່ອ​ຊື້​ນ້ຳ​ມັນ​ໃນ​ລະ​ດັບ​ທີ່​ຕ່ຳ​ກວ່າ​ຕະຫຼາດ.

ຣັດ​ເຊຍ ແມ່ນບໍ່​ໄດ້​ໃຫ້​ສັນ​ຍານ​ວ່າ​ເຂົາ​ເຈົ້າ​ຈະ​ເຮັດ​ຕາມຫຼືບໍ່. ວັງ​ເຄ​ຣັມ​ລິນ​ຍັງ​ມີທາງ​ເລືອກ ກ່ຽວ​ກັບ ການ​ຕອບ​ໂຕ້​ຄືນ ດ້ວຍ​ການ​ເອົາ​ນ້ຳ​ມັນ​ຂອງ​ເຂົາ​ເຈົ້າ​ອອກ​ຈາກ​ຕະຫຼາດ, ເຊິ່ງ​ຈະ​ກໍ່​ໃຫ້​ເກີດ​ຄວາມ​ວຸ້ນ​ວາຍ​ຕື່ມ​ອີກ.

ລາ​ຄາ​ພະ​ລັງ​ງານ​ທີ່​ສູງ​ແມ່ນ​ໄດ້​ເຮັດ​ໃຫ້​ເສດ​ຖະ​ກິດ​ຕຶງ​ຄຽດ ແລະ ສ້າງ​ໄພ​ຂົ່ມ​ຂູ່ຄວາມແຕກ​ແຍກ​ໃນ​ບັນ​ດາ​ປະ​ເທດ​ທີ່​ຄັດ​ຄ້ານ​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ສຳ​ລັບ​ການ​ບຸກ​ລຸກ​ຢູ​ເຄ​ຣນ ໃນ​ເດືອນ​ກຸມ​ພາ​ທີ່​ຜ່ານ​ມາ. ​ຄວາມ​ເຫັນ​ຊອບ​ຂອງ​ສາ​ທາ​ລະ​ນະ​ສຳ​ລັບປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ແມ່ນ​ໄດ້​ຕົກ​ລົງ​ສູ່​ລະ​ດັບ ​ທີ່​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ໂອ​ກາດ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ໃນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ, ໃນ​ຂະ​ນະ​ທີ່​ບັນ​ດາ​ຜູ້​ນຳ​ໃນ​ຣາ​ຊະ​ອາ​ນາ​ຈັກ ອັງ​ກິດ, ເຢຍ​ຣະ​ມັນ ແລະ ອິ​ຕາ​ລີ ແມ່ນ​ກຳ​ລັງ​ຮັບ​ມື​ກັບ​ຄວາມ​ເສຍ​ຫາຍ​ຂອງ​ເສດ​ຖະ​ກິດ​ທີ່ມີ​ສາ​ເຫດ​ມາ​ຈາກ​ການ​ພະ​ຍາ​ຍາມ​ທີ່​ຈະ​ຫັນ​ໜີ​ອອກ​ຈາກ​ແກັ​ສ​ທຳ​ມະ​ຊາດ ແລະ ນ້ຳ​ມັນ​ເປ​ໂຕ​ຣ​ລຽມ​ຂອງ ຣັດ​ເຊຍ.

ຄວາມ​ຄິດ​ຢູ່​ເບື້ອຫຼັງການ​ຈຳ​ກັດລາ​ຄາ ແມ່ນ​ເພື່ອຫຼຸດ​ລາ​ຄາ​ຂອງ​ນ້ຳ​ມັນ​ສຳ​ລັບ​ຜູ້​ບໍ​ລິ​ໂພກ ແລະ ເຮັດ​ໃຫ້​ສົງ​ຄາມ​ໃນ​ຢູ​ເຄ​ຣນ​ຢຸດ​ລົງ. ຫົວ​ໜ້າ​ທະ​ນາ​ຄານ​ກາງ ສະ​ຫະ​ລັດ ທ່ານ​ນາງ ຈາ​ເນັດ ແຢ​ລ​ເລັນ ປັດ​ຈຸ​ບັນ​ນີ້​ ແມ່​ນ​ກຳ​ລັງ​ເດີນ​ທາງ​ໄປ​ບັນ​ດາ​ປະ​ເທດ ອິນ​ໂດ-ປາ​ຊີ​ຟິກ ເພື່ອ​ທຳ​ການ​ຊັກ​ຊວນ​ສຳ​ລັບ​ຂໍ້​ສະ​ເໜີ​ນັ້ນ. ໃນ​ປະ​ເທດ ຍີ່​ປຸ່ນ ເມື່ອ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ, ທ່ານນາງ ແຢ​ລ​ເລັນ ແລະ ລັດ​ຖະ​ມົນ​ຕີ​ການ​ເງິນ ຍີ່​ປຸ່ນ ທ່ານ ຊູ​ຊູ​ກິ ຊູ​ນິ​ຈິ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ຮ່ວມ​ວ່າ ປະ​ເທດ​ດັ່ງ​ກ່າວ​ໄດ້​ຕົກ​ລົງ​ທີ່​ຈະ​ຊອກ​ຫາ “ຄວາມ​ເປັນ​ໄປ​ໄດ້​ກ່ຽວ​ກັບ​ການ​ຈຳ​ກັດ​ລາ​ຄາ ເມື່ອ​ມັນ​ມີ​ຄວາມ​ເໝາະ​ສົມ.”

ແນວ​ໃດ​ກໍ່​ຕາມ, ຈີນ ແລະ ອິ​ນ​ເດຍ, ສອງ​ປະ​ເທດ​ທີ່​ຍັງ​ຄົງ​ຮັກ​ສາ​ສາຍ​ພົວ​ພັນດ້ານ​ທຸ​ລະ​ກິດ​ກັບ ຣັດ​ເຊຍ ໃນ​ລະ​ຫວ່າງ​ສົງ​ຄາມ​ນັ້ນ, ​ແມ່ນຈະ​ຕ້ອງ​ໄດ້​ເຂົ້າ​ຮ່ວມ​ນຳ. ລັດ​ຖະ​ບານ​ແມ່ນ​ໝັ້ນ​ໃຈ​ວ່າ ຈີນ ແລະ ອິນ​ເດຍ, ທີ່​ໄດ້​ຊື້​ນ້ຳ​ມັນ​ໃນ​ລາ​ຄາ​ທີ່​ຖືກຫຼຸດ​ລົງ​ຈາກ ຣັດ​ເຊຍ ແລ້ວ​ນັ້ນ, ສາ​ມາດ​ຖື​ກ​ລໍ້​ໃຫ້​ຮັບ​ເອົາ​ແຜນ​ການ​ສຳລັບ​ການ​ຈຳ​ກັດ​ລາ​ຄາ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG