ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທະຫານສະຫະລັດ ທໍາການໂຈມຕີ ທາງອາກາດ ຕໍ່ກຸ່ມຕາລີບານ ຂະນະທີ່ການສູ້ລົບກັນ ເພີ້ມຄວາມຮຸນແຮງຂຶ້ນ


ກຳລັງຮັກສາຄວາມສະຫງົບຂອງອັຟການິສຖານຢືນຢູ່ໃກ້ລົດຖັງກັນກະສຸນປືນຂະນະທີ່ມີການສູ້ລົບກັນກັບນັກລົບຂອງກຸ່ມຕາລີບານໃນເຂດ Busharan ຢູ່ເຂດນອກເມືອງ Lashkar Gah ຊຶ່ງເປັນເມືອງເອກຂອງແຂວງແຮລແມນ, ພາກໃຕ້ຂອງອັຟການິສຖານ (ວັນທີ 5 ພຶດສະພາ, 2021)
ກຳລັງຮັກສາຄວາມສະຫງົບຂອງອັຟການິສຖານຢືນຢູ່ໃກ້ລົດຖັງກັນກະສຸນປືນຂະນະທີ່ມີການສູ້ລົບກັນກັບນັກລົບຂອງກຸ່ມຕາລີບານໃນເຂດ Busharan ຢູ່ເຂດນອກເມືອງ Lashkar Gah ຊຶ່ງເປັນເມືອງເອກຂອງແຂວງແຮລແມນ, ພາກໃຕ້ຂອງອັຟການິສຖານ (ວັນທີ 5 ພຶດສະພາ, 2021)

ສະຫະລັດກຳລັງເຮັດຕາມຄຳໝັ້ນສັນຍາທີ່ຈະສະໜັບສະໜູນກຳລັງຮັກສາຄວາມສະຫງົບ ຂອງອັຟການິສຖານ ດ້ວຍການໃຊ້ກຳລັງທະຫານເຖິງແມ່ນວ່າ ສະຫະ ລັດແລະທະຫານພັນທະມິດ ສືບຕໍ່ຖອນອອກຈາກປະເທດນັ້ນກໍຕາມ.

ເຈົ້າໜ້າທີ່ສະຫະລັດທ່ານນຶ່ງໄດ້ຢືນຢັນເລື້ອງກັບວີໂອເອໃນແລງວັນພຸດວານນີ້ວ່າ ກອງກຳລັງທະຫານສະຫະລັດກຳລັງປະຕິບັດການໂຈມຕີທາງອາກາດຢ່າງແຮງ ຕໍ່ພວກນັກລົບຂອງກຸ່ມຕາລີບານ ຢູ່ໃນແຂວງແຮລແມນໃນພາກໃຕ້ຂອງ ອັຟການິສຖານ ບ່ອນທີ່ມີການຕໍ່ສູ້ກັນຢ່າງແຮງມາເປັນເວລາຫລາຍວັນແລ້ວ.

ເຈົ້າໜ້າທີ່, ທີ່ກ່າວໂດຍບໍ່ປະສົງບອກນາມ ໄດ້ປະຕິເສດທີ່ຈະບອກໃຫ້ຮູ້ລາຍລະອຽດເພີ່ມເຕີມ, ໂດຍກ່າວເຖິງຄວາມຈໍາເປັນດ້ານຄວາມປອດໄພໃນການປະຕິບັດງານ.

ທໍານຽບຫ້າແຈຍັງປະຕິເສດທີ່ຈະສະເຫນີໃຫ້ຂໍ້ມູນສະເພາະເຈາະຈົງໃດໆ, ເຖິງແມ່ນໂຄສົກຂອງທໍານຽບກ່າວວ່າ "ມັນຍັງມີຄວາມສາມາດທີ່ຂ້ອນຂ້າງເຂັ້ມແຂງ" ຢູ່ໃນກຳມືຂອງຜູ້ບັນຊາການຂອງສະຫະລັດໃນພື້ນທີ່.

ຫົວໜ້າດ້ານຖະແຫຼງຂ່າວຂອງທໍານຽບຫ້າແຈ, ທ່ານຈອນ ເຄີບີ (John Kirby) ກ່າວວ່າ "ໃນລະດັບທີ່ພວກເຮົາສາມາດເຮັດໄດ້, ໃນຂະນະທີ່ພວກເຮົາຫັນປ່ຽນໄປຫາການຖອນກໍາລັງອອກ, ພວກເຮົາຈະສືບຕໍ່ພະຍາຍາມສະໜັບ ສະໜູນກຳ ລັງຮັກສາຄວາມປອດໄພແຫ່ງຊາດຂອງອັຟການິສຖານຢູ່ໃນສະໜາມລົບ".

ການໂຈມຕີທາງອາກາດຂອງສະຫະລັດມີຂຶ້ນໃນຂະນະທີ່ກຳລັງຮັກສາຄວາມສະ ຫງົບຂອງອັຟການິສຖານ ໄດ້ຮັບຄວາມກົດດັນຢ່າງແຮງ ຈາກພວກຕາລີບານ, ໂດຍສະເພາະແມ່ນຢູ່ອ້ອມແອ້ມເຂດລາຊຄາ ກາ (Lashkar Gah) ໃນແຂວງແຮລແມນ ເຊິ່ງກຸ່ມອົງການການຊ່ວຍເຫຼືອໄດ້ລາຍງານວ່າ ມີການສູ້ລົບເພີ້ມຂຶ້ນຢ່າງຫຼວງຫຼາຍ ເມື່ອສອງສາມມື້ຜ່ານມານີ້ເອງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG