ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການ ສຫລ ສືບຕໍ່ ຊ່ວຍເຫຼືອລາວ ໃນການພັດທະນາ ລະຍະທີ 2


ການລົງ​ນາມ​ໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ລວມ (MOU) ລະຫວ່າງທາງການລາວ ກັບສະຫະລັດອາເມຣິກາ ວ່າດ້ວຍການເຊື່ອມຕໍ່ ອາຊ່ຽນ ແລະສາກົນ.
ການລົງ​ນາມ​ໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ລວມ (MOU) ລະຫວ່າງທາງການລາວ ກັບສະຫະລັດອາເມຣິກາ ວ່າດ້ວຍການເຊື່ອມຕໍ່ ອາຊ່ຽນ ແລະສາກົນ.
ທາງ​ການ​ສະຫະລັດ ສືບ​ຕໍ່​ໃຫ້ການ​ຊ່ວຍ​ເຫຼືອລາວ ​ໃນ​ການ​
ພັດທະນາ​ດ້ານ​ການ​ຄ້າ ​ແລະ​ການ​ລົງທຶນ ​ເພື່ອ​ເຊື່ອມໂຍງ​ກັບ​
ສາກົນ ​ແລະ​ອາ​ຊ່ຽນ ​ໃຫ້​ໄດ້​ຢ່າງ​ແທ້​ຈິງ ທັງ​ຍັງ​ຈະ​ເຮັດ​ໃຫ້​ມີ​
ການ​ຈ້າງ​ງານ​ເພີ້​ມຂຶ້ນດ້ວຍ.

ການລົງ​ນາມ​ ໃນ​ບົດ​ບັນ​ທຶກ​ ຄວາມ​ເຂົ້າ​ໃຈ​ລວມ (MOU) ລະ
ຫວ່າງທາງການລາວ ກັບສະຫະລັດອາເມຣິກາ ວ່າດ້ວຍການ
ເຊື່ອມໂຍງອາຊ່ຽນແລະສາກົນລະຍະທີ 2 ໄດ້ຈັດຂຶ້ນຢ່າງເປັນ
ທາງການ ເມື່ອບໍ່ດົນມານີ້ຢູ່ນະຄອນວຽງຈັນ ໂດຍເປັນການລົງນາມຮ່ວມກັນ ລະຫວ່າງ ທ່ານສຽວສະຫວາດ ສະແຫວງສຶກສາ ລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳ ແລະການຄ້າຂອງລາວ ກັບທ່ານ Daniel Clune ເອກອັກຄະລັດຖະທູດ ສະຫະລັດປະ ຈຳລາວ ແລະ ທ່ານ Michael Yates ຫົວໜ້າອົງການພັດທະນາສາກົນ ຂອງສະຫະ ລັດ (USAID) ປະຈຳພາກພື້ນເອເຊຍ ໂດຍມີ ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າ ການກະຊວງອຸດສາຫະກຳແລະການຄ້າພ້ອມດ້ວຍພາກສ່ວນທັງສອງຝ່າຍເຂົ້າຮ່ວມໃນ ພິທີດ້ວຍ.

ໂດຍພາຍໃຕ້ບົດບັນທຶກ ຄວາມເຂົ້າໃຈສະບັບນີ້ ອົງການ USAID ໄດ້ສະໜັບສະໜຸນເງິນ
ໃນມູນຄ່າລວມ 9 ລ້ານດອນລາ ຊຶ່ງແບ່ງເປັນ 8 ລ້ານ 5 ແສນດອນລາ ສຳລັບໂຄງການ
ຮ່ວມມື ດ້ານການເຊື່ອມຕໍ່ ອາຊຽນ ແລະສາກົນທີ່ມີເປົ້າໝາຍ ໃຫ້ການສະໜັບສະໜຸນ ປະເທດລາວ ເພື່ອບັນລຸພັນທະຕ່າງໆ ໃນການເຂົ້າເປັນສະມາຊິກ ໃນອົງການໆຄ້າໂລກ
(WTO) ແລະປະຕິບັດຂໍ້ຜູກພັນ ໃນການກ້າວໄປເປັນ ປະຊາຄົມເສດຖະກິດອາຊ່ຽນ
ພາຍໃນທ້າຍປີ 2015 ຕໍ່ໄປ.

ສ່ວນ​ອີກ 5 ​ແສນ​ດອນ​ລານັ້ນ ​ເປັນ​ການ​ປະກອບ​ສ່ວນ​ ເຂົ້າ​ໃນ​ກອງ​ທຶນ​ຊ່ວຍ​ເຫຼືອຫລ້າ ຫລາຍຝ່າຍທີ່​ອົງການ USAID ​ໄດ້​ຮ່ວມືກັບ​ທະນາຄານ​ໂລກ ​ແລະ​ອົງການ​ສາກົນໃຫ້ການ
​ຊ່ວຍ​ເຫຼືອລາວ​ ເຂົ້າ​ໃນ​ການ​ພັດທະນາ​ ທາງ​ການ​ຄ້າ​ລະຍະ​ທີ 2 ເຊັ່ນ​ດຽວ​ກັນ ຊຶ່ງ​ລວມ​ເຖິງ​ການ​ຊ່ວຍ​ເຫຼືອ​ ໃນ​ການຈັດຕັ້ງປະຕິບັດ ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ​ຕ່າງໆ ພາຍ​ໃຕ້​ສັນຍາ​ການ​ຄ້າ ທັງ​ລະຫວ່າງ​ລາວ​ ກັບ​ສະຫະລັດ ​ແລະ​ສາກົນ​ດ້ວຍ ​ໂດຍ​ຜົນສຳ​ເລັດ​ທີ່​ຜ່ານ​ມາ ກໍ​ຄື​ການ​ຊຸກຍູ້​ໃຫ້​ລາວ ​ໄດ້​ເປັນ​ສະມາຊິກ​ຂອງ WTO ​ໃນ​ປີ 2012 ນັ້ນ​ເອງ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ​ເຈົ້າໜ້າ​ທີ່​ຂັ້ນສູງ ​ໃນກະຊວງ​ອຸດສາຫະກຳ​ ແລະ​ການ​ຄ້າຂອງ​ລາວ ກໍ​ຍອມ​ຮັບ​ວ່າ ບັນຫາ​ໜຶ່ງ​ທີ່​ຍັງ​ເປັນ​ອຸປະສັກ ຕໍ່​ການ​ຂະຫຍາຍ​ການ​ຄ້າ​ຂອງ​ລາວ ​ໃນ​ລະດັບ​ສາກົນ​ໃນ​ປັດຈຸບັນ ກໍ​ຄື​ການ​ດຳ​ເນີນ​ມາດ​ຕະການ​ຄຸ້ມ​ຄອງ​ຊັບ​ສິນ​ທາງ​ປັນຍາ​ໃນ​ລາວ ຍັງ​ບໍ່​ເປັນ​ທີ່​ຍອມ​ຮັບ​ຂອງ​ສາກົນ ​ໂດຍ​ສະມາຄົມ​ຄຸ້ມ​ຄອງ​ຊັບ​ສິນ​ທາງ​ປັນຍາ​ອາ​ຊ່ຽນ (ASEAN Intellectual Property Association) ​ໄດ້​ຈັດ​ໃຫ້​ລາວ​ເປັນ​ປະ​ເທດ​ໜຶ່ງ​ ທີ່​ມີ​ການລະ​ເມີດ​ຊັບ​ສິນ​ທາງ​ປັນຍາ​ຫລາຍ​ທີ່​ສຸດ.
ງານມອບລາງວັນ ດົນຕີທີ່ດີເດັ່ນ ໃນນະຄອນວຽງຈັນ.
ງານມອບລາງວັນ ດົນຕີທີ່ດີເດັ່ນ ໃນນະຄອນວຽງຈັນ.

ທັງ​ນີ້​ໂດຍ​ເຖິງ​ແມ່ນ​ວ່າ ປະທານ​ປະ​ເທດ​ລາວ ຈະ​ໄດ້​ອອກ​
ລັດຖະດຳລັດ ​ເພື່ອ​ປະກາດ​ບັງ​ຄັບ​ໃຊ້​ກົດໝາຍ ວ່າ​ດ້ວຍ​
ຊັບ​ສິນ​ທາງ​ປັນຍາ (ສະບັບ​ປັບປຸງ​ໃໝ່) ຢ່າງ​ເປັນ​ທາງ​ການ​
ນັບ​ຕັ້ງ​ແຕ່​ວັນ​ທີ 16 ມັງກອນ 2012 ​ເປັນຕົ້ນມາ​ແລ້ວ​ກໍ​ຕາມ
ຫາກ​ແຕ່​ວ່າ​ທາງ​ການ​ລາວ ກໍ​ຍັງ​ບໍ່​ມີ​ມາດ​ຕະການ​ປ້ອງ​ກັນ​
ແລະ​ປາບ​ປາມ​ການລະ​ເມີດ​ຊັບ​ສິນ​ທາງ​ປັນຍາ​ ທີ່​ມີ​ປະສິດ
​ທິພາ​ບ​ເລີຍ​ ຈົນ​ເຖິງ​ທຸກ​ມື້ນີ້.

ຊຶ່ງດ້ວຍ​ການ​ບໍ່​ມີ​ມາດ​ຕະການ​ຄຸ້ມ​ຄອງ​ ທີ່​ມີ​ປະສິດທິ​ພາບ​ດັ່ງກ່າວ ກໍ​ຍັງ​ໄດ້​ກາຍ​ເປັນ​ຊ່ອງ​ທ່າ​ງ​ ໃຫ້​ຂະ​ບວນການ​ກໍ່​ອາ​ຊະ​ຍາ​ກຳ​ ທາງ​ອິນ​ເຕີ​ແນັດ​ຂ້າມ​ຊາດ ​ໄດ້​ສວຍໃຊ້​ລາວ​ເປັນ​ສູນ​ກາງ​ ໃນ​ການ​ກໍ່​ອາ​ຊະ​ຍາ​ກຳ​ເພີ້​ມຂຶ້ນອີກ​ດ້ວຍ ​ໂດຍ​ສະ​ເພາະ​ແມ່ນການ
ລັກລອບ​ໃນ​ການ​ດຶງ​ເອົາ​ຂໍ້​ມູນ​ແລະ​ຜົນງານ​ສ້າງສັນ​ຕ່າງໆ​ນັ້ນ ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນສູງ​ຂອງ​ລາວ​ໄດ້​ໃຫ້ການ​ຢືນຢັນວ່າ:

“ອັນ​ທີ່​ເປັນ​ຕົນ​ເປັນ​ໂຕ ທີ່​ເຮົາ​ເຫັນ​ນີ້ ອັນ​ທີ​ໜຶ່ງ​ແມ່ນ​ການ copy ຊີ​ດີ​ນີ້ຫຼະ ສອງ​ມາ​ກະກາ​ນ​ເອົາ​ບົດ​ເພງ ບົດ​ຮ້ອງ ບົດ​ຫຍັງ​ຕ່າງໆນີ້ ​ເອົາ​ໄປ​ຮ້ອງ ​ໄປ​ກິນ ​ໄປ​ແບບ​ບໍ່​
ຕ້ອງ​ໄດ້​ມີ​ສິ່ງ​ໃດ​ທີ່​ຈະ​ຕອບ​ແທນ​ ໃຫ້​ແກ່​ຜູ້​ປະດິດ​ສ້າງ​ ແຕ່​ດຽວ​ນີ້​ໂລກຢ້ານແຮງ
ຫຼະ​ແມ່ນ​ໂຕ​ເລື້ອງ​ການ load ຜ່ານ​ລະບົບ Digital ນີ້.”


​ໂດຍ​ສຳລັບ​ຂະ​ບວນການ​ ອາ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ແນັດ​ຂ້າມຊາດ ທີ່​ເຂົ້າມາ​ສວຍ​ໃຊ້​ລາວ
ຫລາຍ​ທີ່​ສຸດ​ ໃນ​ປັດຈຸບັນ​ນີ້ ກໍ​ຄື​ກຸ່ມ​ແກ໊ງຈາກ​ປະ​ເທດ​ຈີນ​ ທີ່​ໄດ້​ລັກລອບ​ນຳ​ເອົາ​ເຄື່ອງ​ຜະ​
ລິດ​ແຜ່ນ​ເພງ ​ແລະ​ແຜ່ນ​ຮູບ​ເງົາ​ເຂົ້າມາ​ໃນ​ລາວ​ຫລາຍ​ຂຶ້ນນັບມື້.
XS
SM
MD
LG