ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດປະກາດ ແຜນການຖອນທະຫານ ອອກຈາກອັຟການິສຖານ (ເບິ່ງຮູບສະລາຍດ໌)


ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາກ່າວຄຳປາໄສທາງໂທລະພາບທີ່ທຳນຽບຂາວ ກ່ຽວກັບແຜນການ ຖອນທະຫານອະເມຣິກັນ ອອກຈາກອັຟການິສຖານ (22 ມິຖຸນາ 2011)
ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາກ່າວຄຳປາໄສທາງໂທລະພາບທີ່ທຳນຽບຂາວ ກ່ຽວກັບແຜນການ ຖອນທະຫານອະເມຣິກັນ ອອກຈາກອັຟການິສຖານ (22 ມິຖຸນາ 2011)

ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ ເດີນທາງໄປຍັງນິວຢອກໃນວັນພະຫັດ
ມື້ນີ້ເພື່ອຊຸກຍູ້ແຜນການຖອນທະຫານຂອງທ່ານຈຳນວນ 33,000 ຄົນອອກຈາກອັຟກາ
ນິສຖານ ພາຍໃນທ້າຍປີ 2012.

ທ່ານໂອບາມາ ມີກຳນົດທີ່ຈະພົບພໍ້ກັບພວກທະຫານກອງພົນພູຜາທີ 10 ທີ່ຄ້າຍ Fort
Drum ໃນລັດນິວຢອກ. ກອງພົນດັ່ງກ່າວນີ້ ເປັນກອງພົນທີ່ຖືກສົ່ງໄປປະຕິບັດງານຢູ່ອັຟ
ການິສຖານເລື້ອຍທີ່ສຸດນັ້ນ.

ໃນຄຳປາໄສທີ່ທຳນຽບຂາວ ໃນແລງວັນພຸດວານນີ້ ປະທານາທິບໍດີໂອບາມາປະກາດວ່າ
ຄື້ນຟອງຂອງສົງຄາມກຳລັງລົດລົງ ແລະເວົ້າວ່າ ທະຫານອະເມຣິກັນຈຸທຳອິດ ຈຳນວນ
10,000 ຄົນ ຈະຖືກຖອນອອກຈາກອັຟການິສຖານ ພາຍໃນທ້າຍປີນີ້. ສ່ວນຈຳນວນທີ່
ຍັງເຫຼືອຈາກການສົ່ງກຳລັງໄປເພີ່ມ ທີ່ໄດ້ມີການປະ ກາດໃນເດືອນທັນວາປີ 2009 ນັ້ນ
ຈະເດີນທາງກັບຄືນປະເທດ ໃນປີໜ້າ ໂດຍທີ່ກຳລັງທະຫານສະຫະລັດຍັງຈະສືບຕໍ່ຖອນ
ອອກຈາກອັຟການິສຖານ ໃນລະດັບສະໝໍ່າສະເໝີ ຂະນະທີ່ກຳລັງຂອງອັຟການິສຖານ
ເອົາບົດບາດເປັນຜູ້ນຳພາໃນການຮັກສາຄວາມສະຫງົບນັ້ນ.

ມີທະຫານອະເມຣິກັນທັງໝົດປະມານ 100,000 ຄົນປະຈຳການຢູ່ທີ່ປະເທດອັຟການິສ
ຖານ.

ປະທານາທິບໍດີອັຟການິສຖານທ່ານ Hamid Karzai ກ່າວໃນວັນພະຫັດມື້ນີ້ວ່າ ທ່ານ
ຂໍສະແດງຄວາມຍິນດີ ກ່ຽວກັບການຖອນທະຫານອະເມຣິກັນ ອອກຈາກອັຟການິສຖານ
ແລະເວົ້າຕື່ມວ່າ ປະຊາຊົນອັຟການິສຖານ ຈະເປັນຜູ້ປົກປ້ອງບ້ານເກີດເມືອງນອນຂອງ
ພວກເຂົາເຈົ້າເອງ. ທ່ານກ່າວວ່າ ທ່ານຖືວ່າການຕັດສິນໃຈດັ່ງກ່າວນີ້ ແມ່ນເປັນຜົນດີສຳ
ລັບປະເທດທັງສອງ. ແຕ່ແນວໃດກໍຕາມພວກທາລີບານໃນອັຟການິສຖານກ່າວວ່າແຜນ
ການດັ່ງກ່າວນີ້ ເປັນພຽງສັນຍາລັກທໍ່ນັ້ນ ຊຶ່ງຈະບໍ່ສ້າງຄວາມເພິງພໍໃຈ ໃຫ້ແກ່ປະຊາຄົມ
ນາໆຊາດຫຼືຊາວອະເມຣິກັນທີ່ເບື່ອໜ່າຍສົງຄາມນັ້ນ.

>

ເບິ່ງລໍາດັບເຫດການກ່ຽວກັບສົງຄາມໃນອັຟການິສຖານ ເປັນພາສາອັງກິດ

XS
SM
MD
LG