ປະທານາທິບໍດີ ໂອບາມາ ໄດ້ແຈ້ງໃຫ້ປະເທດຊາດຊາບ ຜ່ານທາງໂທລະພາບໃນຄືນ
ວານນີ້ ວ່າ ທ່ານກໍາລັງຈະເລີ່ມດໍາເນີນຄວາມພະຍາຍາມ ທີ່ຈະຍຸຕິສົງຄາມທີ່ຍືດເຍື້ອ
ຍາວນານບັ້ນນຶ່ງຂອງອາເມຣິການັ້ນແລ້ວ.
“ມັນເຖິງເວລາແລ້ວ ທີ່ອາເມຣິກາ ຈະເພັ່ງເລັງໃສ່ການສ້າງສາພັດທະນາ
ປະເທດຊາດ ຢູ່ທີ່ບ້ານຂອງຕົນເອງ.”
ທ່ານໂອບາມາ ກ່າວວ່າ ກໍາລັງທະຫານສະຫະລັດຈໍານວນ 100,000 ຄົນ ທີ່ປະຈໍາ
ການຢູ່ໃນອັຟການີສຖານ ແມ່ນໄດ້ສ້າງຄວາມເສຍຫາຍອັນໃຫຍ່ ຫລວງແກ່ເຄືອຂ່າຍ
ກໍ່ການຮ້າຍ ອາລ ຄາອີດາ ຊຶ່ງເປັນກຸ່ມທີ່ທໍາການໂຈມ ຕີຢ່າງໂຫດຮ້າຍປ່າເຖື່ອນ
ສົ່ງຜົນໃຫ້ມີຜູ້ເສຍຊີວິດຫລາຍພັນຄົນໃນນະຄອນນີວຢ໊ອກ ແລະວໍຊິງຕັນດີຊີ ໃນປີ
2001 ນັ້ນ.
ເນື່ອງຈາກໄດ້ມີຄວາມກ້າວໜ້າເມື່ອໝໍ່ໆມານີ້ ປະທານາທິບໍດີໂອບາຈຶ່ງໄດ້ປະກາດວ່າ ຈະຖອນທະຫານຈໍານວນນຶ່ງສ່ວນສາມ ຂອງກໍາລັງພົນທັງໝົດ 100,000 ຄົນດັ່ງກ່າວ
ນັ້ນ ອອກຈາກອັຟການີສຖານ ໃນທ້າຍປີໜ້ານີ້.
“ເລີ່ມຕົ້ນໃນເດືອນໜ້ານີ້ ພວກເຮົາກໍຈະສາມາດຖອນທະຫານຂອງພວກເຮົາ
ຈໍານວນ 10,000 ອອກຈາກອາຟການີສຖານໃຫ້ໄດ້ພາຍໃນທ້າຍປີນີ້ ແລະພໍ
ເຖິງລະດູຮ້ອນປີໜ້າ ພວກເຮົາຈະຖອນທະຫານກັບຄືນປະເທດ ຈໍານວນທັງ
ໝົດ 33,000 ຄົນ.”
ປະທານາທິບໍດີໂອບາມາ ໄດ້ສົ່ງກໍາລັງທະຫານຈໍານວນ 33,000 ຄົນໄປ ຍັງອັຟກາ
ນີສຖານໃນທ້າຍປີ 2009 ເພື່ອສຸມຄວາມພະຍາຍາມໃສ່ກຸ່ມ ອາລຄາອີດາ ຕ່າວປີ້ນ
ຄວາມກ້າວໜ້າຂອງກຸ່ມຕາລິບານ ແລະທໍາການ ເຝິກອົບລົມກໍາລັງຮັກສາຄວາມ
ປອດໄພຂອງອັຟການີສຖານ ເພື່ອໃຫ້ເຂົາເຈົ້າສາມາດປົກປ້ອງຄຸ້ມຄອງປະເທດຊາດ
ຂອງພວກເຂົາເຈົ້າເອງໄດ້.
ສະຫະລັດໄດ້ເຂົ້າບຸກລຸກອາຟການີສຖານໃນເວລາບໍ່ເທົ່າໃດອາທິດ ຫລັງ ຈາກການ
ໂຈມຕີຂອງພວກກໍ່ການຮ້າຍຕໍ່ສະຫະລັດ ເມື່ອວັນທີ່ 11 ເດືອນ ກັນຍາ ປີ 2001. ຜົນການຢັ່ງສຽງມະຫາຊົນເມື່ອບໍ່ດົນຜ່ານມານີ້ ພົບວ່າ ຊາວອະເມຣິກັນຫລາຍໆຄົນ
ເມື່ອຍໃຈນໍາສົງຄາມນີ້ແລ້ວ ແລະຕ້ອງການໃຫ້ ລັດຖະບານໂອບາມາ ເພັ່ງເລັງໃສ່
ການແກ້ໄຂບັນຫາຄວາມເປັນຫ່ວງຢູ່ພາຍ ໃນປະເທດຫລາຍກວ່າ ຄືຫັນມາສ້າງສາ
ເສດຖະກິດຂອງຊາດເປັນຕົ້ນ.
ສະມາຊິກລັດຖະສະພາບາງຄົນ ໄດ້ຮຽກຮ້ອງໃຫ້ເລັ່ງລັດການຖອນທະຫານ ແຕ່ພວກ
ອື່ນໆກໍໂຕ້ແຍ້ງວ່າ ການຖອນທະຫານໂດຍໄວນັ້ນຈະສ້າງຄວາມເສຍຫາຍໃຫ້ແກ່
ຄວາມກ້າວໜ້າ ທີ່ໄດ້ກະທໍາມາຢູ່ໃນອັຟການີສຖານນັ້ນ. ປາກົດວ່າ ການອະພິປາຍ
ຖົກຖຽງກັນໃນທໍານອງນີ້ ກໍກໍາລັງມີຂຶ້ນໃນບັນດາ ຄະນະທີ່ປຶກສາລະດັບສູງຂອງປະທາ
ນາທິບໍດີ ເຊ່ນກັນ.
ໃນຄໍາປາໃສຄືນວັນພຸດວານນີ້ ທ່ານໂອບາມາໄດ້ສະແດງການຮັບຮູ້ບັນຫານີ້ ໂດຍ
ກ່າວວ່າ ນະໂຍບາຍຂອງສະຫະລັດແມ່ນຈະຕ້ອງມີຄວາມ ສົມດຸນອັນເໝາະສົມ.
ທ່ານກ່າວຕໍ່ໄປວ່າ: “ມີບາງຄົນທີ່ຢາກໃຫ້ອາເມຣິກາປະລະຈາກຄວາມຮັບ
ຜິດຊອບໃນຖານະ ເປັນຜູ້ຄໍ້າປະກັນຄວາມໝັ້ນຄົງຂອງໂລກ ແລະຮັບເອົາ
ການຢູ່ຢ່າງໂດດດ່ຽວ ເມີນເສີຍຕໍ່ໄພຂົ່ມຂູ່ອັນແທ້ຈິງຕ່າງໆທີ່ພວກເຮົາປະເຊີນ
ຢູ່ນີ້. ພວກອື່ນໆອີກຊໍ້າພັດຢາກໃຫ້ອາເມຣິກາເສີມຂະຫຍາຍບົດບາດຂອງ
ຕົນອອກໄປແລະ ປະເຊີນໜ້າກັບພວກຊົ່ວຮ້າຍທຸກໆຄົນ ທີ່ພົບເຫັນຢູ່ໃນ
ຕ່າງປະເທດ ແຕ່ ພວກເຮົາຈະຕ້ອງວາງແຜນການໃນແນວທາງທີ່ຢູ່ໃນ
ສາຍກາງຫລາຍຂຶ້ນ.”
ປະທານາທິບໍດີໂອບາມາກ່າວວ່າ ພາລະກິດຂອງສະຫະລັດໃນອັຟການີສຖານນັ້ນ
ຈະປ່ຽນຈາກການສູ້ລົບ ມາເປັນຜູ້ສະໜັບສະໜຸນ ໃນຂະນະທີ່ ອັຟການີສຖານເລິ່ມຮັບ
ເອົາພາລະຮັບຜິດຊອບໃນການຮັກສາຄວາມໝັ້ນຄົງ ປອດໄພຂອງປະເທດຊາດຂອງ
ຕົນເອງ ຊຶ່ງທ່ານໂອບາມາ ກ່າວວ່າ ການ ປ່ຽນແປງພາລະກິດດັ່ງກ່າວນີ້ ຈະສໍາເລັດ
ລົງ ພາຍໃນປີ 2014.
ເບິ່ງວີດິໂອ ປະທານາທິບໍດີໂອບາມາ ກ່າວຄໍາປາໄສ
ນອກນີ້ແລ້ວ ທ່ານໂອບາມາ ຍັງໄດ້ປະກາດວ່າ ອົງການເນໂຕ້ ຈະຈັດກອງປະຊຸມສຸດ
ຍອດທີ່ນະຄອນ Chicago ຊຶ່ງເປັນບ້ານຂອງທ່ານນັ້ນ ໃນເດືອນພຶດສະພາປີໜ້ານີ້ ເພື່ອວາງແຜນການດໍາເນີນການຂັ້ນຕໍ່ໄປກ່ຽວກັບການປ່ຽນແປງໃນອັຟການີສຖານນັ້ນ.
ທ່ານໂອບາມາກ່າວວ່າ ໃນລະຫວ່າງນີ້ ສະຫະລັດກໍຈະສະໜັບສະໜຸນ ການເຈລະຈາ
ສັນຕິພາບ ທີ່ໂຮມທັງລັດຖະບານອັຟການີສຖານ ແລະ ກຸ່ມຕາລິບານ. ທ່ານກ່າວຕື່ມວ່າ ມີເຫດຜົນພຽງພໍທີ່ຈະເຊື່ອໄດ້ວ່າ ຄວາມ ກ້າວໜ້າໃນເລຶ່ອງນີ້ ສາມາດມີຂຶ້ນໄດ້.
ນອກຈາກນີ້ແລ້ວ ທ່ານປະທານາທິບໍດີ ກ່າວວ່າ ລັດຖະບານຂອງທ່ານ ຈະກົດດັນໃຫ້
ປາກີສຖານ ໃຫ້ການຮ່ວມໄມ້ຮ່ວມມືຫລາຍຂຶ້ນກວ່າເກົ່າໃນການຕໍ່ສູ້ກັບພວກຫົວຮຸນ
ແຮງທີ່ມັກກໍ່ຄວາມຮຸນແຮງນັ້ນ.
ທ່ານໂອບາມາ ກ່າວຕໍ່ໄປວ່າ ເປົ້າໝາຍໂດຍຮວມຂອງທ່ານນັ້ນ ກໍແມ່ນ ຢາກໃຫ້ອັຟກາ
ນີສຖານເປັນປະເທດທີ່ບໍ່ມີບ່ອນລີ້ຊ່ອນໃດໆ ສໍາລັບໃຫ້ກຸ່ມ ອາລ ຄາອີດາ ແລະພວກ
ສະມາຊິກຂອງເຂົາ ສາມາດທໍາການໂຈມຕີ ສະຫະລັດ ແລະພັນທະມິດຂອງສະຫະລັດ
ນັ້ນໄດ້. ທ່ານກ່າວຕໍ່ໄປວ່າ: “ພວກເຮົາຈະບໍ່ພະຍາຍາມເຮັດໃຫ້ອັຟການີສຖານ
ເປັນບ່ອນຢູ່ທີ່ດີເລີດແຕ່ຢ່າງໃດ ກໍຄືພວກເຮົາຈະບໍ່ອອກລາດຕະເວນຮັກສາ
ຄວາມປອດໄພຕາມຖະນົນຫົນທາງ ຫລືເຂດພູເຂົາໃນອັຟການີສຖານ ຢ່າງບໍ່
ມີກໍານົດ.”
ປະທານາທິບໍດີໂອບາມາ ໄດ້ໃຫ້ຄໍາໝັ້ນສັນຍາຕໍ່ປະຊາຊົນອາເມຣິກັນ ວ່າ ສົງຄາມ
ທີ່ຍືດເຍື້ອຍາວນານໃນອັຟການີສຖານ ແລະອີຣັກ ຈະກ້າວໄປເຖິງຈຸດທີ່ທ່ານເອີ້ນວ່າ
ການສິ້ນສຸດລົງຢ່າງມີຄວາມຮັບຜິດຊອບ.
ເບິ່ງວີດິໂອລາຍງານທີ່ກ່ຽວຂ້ອງກັນ