ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໝໍອາເມຣິກັນ ທີ່ຖືກພວກຕາລີບັນ ລັກພາຕົວໄປ ຖືກຊ່ວຍຊີວິດໄວ້ໄດ້


ກອງກໍາລັງປະສົມສະຫະລັດແລະ​ອັຟກາ​ນີສຖານ ໄດ້ຊ່ວຍຊີວິດ
ທ່ານໝໍອາເມຣິກັນຜູ້ນຶ່ງ ທີ່ຖືກພວກຕາລີບັນລັກພາຕົວໄປ.

ດຣ. Dilip Joseph ໄດ້ຖືກຊ່ອຍຊີວິດໄວ້ໃນວັນເສົາວານນີ້
ໃນການດໍາເນີນງານທີ່​ມີຄໍາສັ່ງ​ໃຫ້​ປະຕິບັດ ລຸນຫລັງຂ່າວສືບ
ລັບສະແດງໃຫ້ເຫັນວ່າ ທ່ານຕົກຢູ່ໃນອັນຕະລາຍ ທີ່ຈະ​ໄດ້
​ຮັບບາດເຈັບ ຫລືອາດເຖິງຂັ້ນເສຍຊີວິດໄດ້.

ດຣ. Dilip Joseph ຖືກລັກພາຕົວໄປໃນວັນພຸດຜ່ານມາ
ຢູ່ນອກນະຄອນຫລວງກາ​ບູລ ໃນ​ເຂດເມືອງ Sarobi ຂອງແຂວງ ກາບູລ.

ນາຍພົນ John Allen ຜູ້ບັນຊາການສູງສຸດຂອງກໍາລັງທະຫານ
ຂອງສະຫະລັດຢູ່ໃນອັຟກາ​ນີສຖານ ເວົ້າວ່າ ກອງກໍາລັງທະຫານຂອງສະຫະລັດ ແລະ
ອັຟກາ​ນີສຖານ ໄດ້ພາກັນວາງແຜນ, ຝຶກຊ້ອມ ແລະກໍໄດ້ດໍາເນີນການ ຢ່າງສໍາເລັດຜົນ.

ຍັງບໍ່ທັນມີລາຍລະອຽດອັນອື່ນເພີ້ມເຕີມ ກ່ຽວກັບການດໍາເນີນການຊ່ວຍ ກູ້ຊີວິດ ດຣ. Dilip Joseph ເທື່ອໃນເວລານີ້.
XS
SM
MD
LG