ຜູ້ຕາງໜ້າຂອງອັຟການິສຖານ ແລະກຸ່ມຕາລີບານ ໄດ້ພົບປະກັນກັບເຈົ້າໜ້າທີ່
ສະຫະລັດ ໃນວັນຈັນວານນີ້ ທີ່ທ່າມກາງທີ່ມີການເຄື່ອນໄຫວໄປສູ່ການກົດດັນ
ເພີ້ມຂຶ້ນ ເພື່ອໃຫ້ມີການເຈລະຈາຍຸຕິສົງຄາມໃນອັຟການິສາ ທີ່ດຳເນີນມາເປັນ
ເວລາ 17 ປີ ແລ້ວນັ້ນ.
ການເຈລະຈາທີ່ມີການຈັດແຈງໂດຍປາກິສຖານ ຈັດຂຶ້ນຢູ່ທີ່ສະຫະລັດອາຣັບເອມິ
ເຣສ. ບັນດາເຈົ້າໜ້າທີ່ ທີ່ເຂົ້າຮ່ວມ ແມ່ນບໍ່ທັນພ້ອມທີ່ຈະໃຫ້ລາຍລະອຽດໃດໆ
ທັງນັ້ນ.
ຜູ້ຕາງໜ້າພິເສດ ເພື່ອການສ້າງຄວາມປອງດອງຊາດໃນອັຟການິສຖານ, ທ່ານ
ແຊລເມ ຄາລີຊາດ ໄດ້ນຳພາຄະນະຂອງສະຫະລັດ ເຂົ້າຮ່ວມການເຈລະຈາ
ທີ່ຮວມທັງທູດພິເສດຈາກປາກິສຖານ, ອັຟການິສຖານ, ຊາອຸດີ ອາຣາເບຍ ແລະ
ເຈົ້າໜ້າທີ່ປະເທດເຈົ້າພາບ, ກຸ່ມຕາລີບານ ແລະເຈົ້າໜ້າທີ່ປາກິສຖານ ໄດ້ບອກກັບ
ວີໂອເອໄວ້.
ໂຄສົກຂອງ ກຸ່ມຕາລີບານ ທ່ານ ຊາບີຮູລລາ ມູຈາຮີດ ໄດ້ກ່າວວ່າ ຜູ້ຕາງໜ້າຂອງຕົນ
ຈະໂອ້ລົມແຕ່ກັບຄະນະຜູ້ຕາງໜ້າສະຫະລັດ ເທົ່ານັ້ນ ແລະບໍ່ມີການວາງແຜນ ທີ່ຈະ
ໂອ້ລົມກັບລັດຖະບານສາມັກຄີຊາດອັຟການິສຖານ ຫຼື NUG. ເຈົ້າໜ້າທີ່ກຸ່ມຕາລີບານ
ໄດ້ກ່າວວ່າ ລາຍງານທັງຫຼາຍນັ້ນແມ່ນອອກມາໃນທາງກົງກັນຂ້າມ ເປັນການ “ໂຄສະນາ
ຊວນເຊື່ອ.”
ທ່ານມູຈາຮີດ ໄດ້ກ່າວວ່າ ການພົບປະກັບກ່ຽວກັບການເຈລະຈາສັນຕິພາບ ຈະດຳເນີນ
ຕໍ່ໄປ ໃນວັນອັງຄານມື້ນີ້. ທ່ານໄດ້ ກ່າວເຖິງການເຈລະຈາ “ຮອບທຳອິດ” ກັບຄະນະ
ຂອງທ່ານ ຄາລີຊາດ ທີ່ເພັ່ງເລັງໃສ່ ການຖອນຕົວຂອງກຳລັງ “ຍຶດຄອງ” ຕ່າງຊາດ
ອອກຈາກອັຟການິສຖານ ແລະຍຸຕິ “ການກົດຂີ່” ທີ່ກຳລັງມີຂຶ້ນໂດຍອາເມຣິກັນ
ແລະພັນທະມິດຂອງຕົນ ໃນອັຟການິສຖານ.”
ເມື່ອຖືກຖາມກ່ຽວກັບການເຈລະຈາກັນນັ້ນ, ໂຄສົກກະຊວງການຕ່າງປະເທດ ໄດ້ບອກ
ກັບວີໂອເອ ໃນວັນຈັນວານນີ້ວ່າ ກອງປະຊຸມທັງຫຼາຍ ແມ່ນສ່ວນນຶ່ງຂອງຄວາມພະຍາ
ຍາມຂອງສະຫະລັດ ເພື່ອຈະຊຸກຍູ້ ໃຫ້ມີການເຈລະຈາຫາລືກ່ຽວກັບອັຟການິສຖານ
ເພື່ອການນຳໄປສູ່ການຍຸຕິບັນຫາຂັດແຍ້ງໃນປະເທດດັ່ງກ່າວ.
“ພວກເຮົາຍິນດີກັບການເອົາບາດກ້າວໃດໆ ກໍຕາມຂອງລັດຖະບານປາກິສຖານ
ທີ່ໃຫ້ຄວາມສຳຄັນກ່ຽວກັບເລື້ອງຄວາມປອດໄພ, ສະຖຽນລະພາບ ແລະການຮ່ວມມື
ໃນເຂດເອເຊຍໃຕ້ ທີ່ຮວມທັງ ການຊຸກຍູ້ໃຫ້ມີການເຈລະຈາ ລະຫວ່າງກຸ່ມຕາລີບານ,
ລັດຖະບານອັຟການິສຖານ ແລະປະຊາຊົນອັຟການິສຖານ, ນັນຄືຄຳເວົ້າຂອງໂຄສົກ
ທີ່ໄດ້ກ່າວໄວ້.”