ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ​​ເພີ້​ມຊື່​ຂອງອີກ 8 ປະ​ເທດ​​ເຂົ້າໃສ່​ໃນ​ບັນຊີ​ດຳ ວ່າເປັນພວກຄ້າມະນຸດຮ້າຍແຮງສຸດ


US Adds 8 Countries to List of Worst Human Traffickers
please wait

No media source currently available

0:00 0:02:06 0:00

ສະຫະລັດ​ໄດ້​ເພີ້​ມຊື່​ຂອງອີກ 8 ປະ​ເທດເຂົ້າ​ໃນ​ບັນຊີ​ດຳ ​ຂອງບັນດາ​ປະ​ເທດ ​ທີ່​ພົວພັນ​ກັບອຸດ​ສາ​ຫະກຳ​ການ​ຄ້າ​ມະນຸດ​. ຢູ່​ໃນ​ລາຍ​ງານ​ທີ່ນຳ​ອອກ​ເຜີ​ຍ​ແຜ່​ຢູ່ ກະຊວງ​ການ​ຕ່າງ ປະ​ເທດ​ສະຫະລັດໃນວັນ​ພະຫັດ​ອາທິດ​ແລ້ວ​ນີ້ ​ມຽນມາ ເຮ​ຕີ ຈີ​ບູ​ຕີ ປາ​ປົວ​ນິວກີ​ນີ ຊູ​ດານ ສຸຣີນາມ ເຕິ​ກມີ​ນິສຖານ ​ແລະ​ອຸສ​ເບັກ​ກິ​ສ ຖານ ​ໄດ້​ຖືກ​ຈັດ​ເຂົ້າຮ່ວມ​ກັບ​ປະເທດ​ອື່ນໆ ​ຢູ່​ໃນ​ບັນຊີລາຍ​ຊື່ຂອງ 27 ປະ​ເທດ​ໃນ​ໂລກ ​ທີ່​ມີ​ການ​ລ່ວງ​ລະ​ເມີດ​ຮ້າຍ​ແຮງ​ສຸດ. Zlatica Hoke ມີ​ລາຍ​ງານກ່ຽວ ກັບ​ເລື້ອງນີ້ຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີ​ທ່ານ.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກ່າວ​ວ່າ ການຄ້າ​ມະນຸດ​ແມ່ນ​ອຸດສາຫະກຳ ທີ່​ມີ​ມູນ​ຄ່າຢູ່ 150 ພັນ​ລ້ານ​ໂດ​ລາ ຢູ່ໃນທົ່ວ​ໂລກ ທີ່ເຮັດ​ໃຫ້​ພວກ​ທີ່​ອ່ອນ​ໄຫວ​ກາຍ​ເປັນ​ຂ້າ​ທາດ​ສະ​ໄໝ​ໃໝ່ທີ່​ມີ​ຢູ່ທັງໝົດ 20 ລ້ານ​ຄົນ.

ທ່ານ Kerry ກ່າວ​ວ່າ “ທັງ​ໝົດ 20 ລ້ານ​ຄົນ ​ກໍ​ຄື​ກັນ​ກັບ​ທຸກໆ​ຄົນ​ຢູ່​ທີ່​ນີ້. ​ເຂົາ​ເຈົ້າ​ມີ​ຊື່. ​ຢູ່​ໃນ​ຫລາຍ​ກໍລະ​ນີເຂົາ​ເຈົ້າ​ມີ ຫລື​ເຄີ​ຍມີ​ຄອບຄົວມາ​ແລ້ວ. ​ແລະ​ເຂົາ​ເຈົ້າ​ຖືກ​ບັງຄັບ​ໃຫ້​ອົດ ທົນ​ຢູ່​ໃນ​ໝໍ້​ນະຣົກ ຢູ່​ໝໍ້​ນະຣົກສະ​ໄໝ​ໃໝ່ທີ່​ບໍ່ຄວນ​ມີ​ມະນຸດ​ຄົນ​ໃດ​ຕ້ອງ​ໄດ້​ປະສົບ​ພົບ​ພໍ້.”

ບັນດາ​ຜູ້​ເຄາະ​ຮ້າຍ ​ພາກັນ​ຖືກ​ບັງຄັບ​ໃຫ້​ເປັນ​ຂ້າ​ທາດ​ທາງ​ເພດ ​ເປັນ​ແຮງ​ງານ ຮັບ​ໃຊ້ອຸດ ສາຫະກຳ ​ແລະ​ແຮງ​ງານ​ຢູ່​ຕາ​ມບ້ານ​ເຮືອນ ​ເປັນ​ທະຫານ ຫລື​ເປັນ​ຜູ້​ກະທຳ​ຜິດໂດຍປາດ​ສະ​ຈາກ​ຄ່າ​ຈ້າງໃດ ຫລືມີ​ຄວາມ​ຫວັງ​ທີ່​ຈະ​ໄດ້ຮັບ​ອິດ​ສະ ຫລະພາບ. ​ເຂົາ​ເຈົ້າ​ມັກ​ຈະ​ຢູ່ ບ່ອນທີ່​ເປື້ອນ​ເປິ ​ໂດຍປາດ​ສະ​ຈາກ​ອາຫານ​ພຽງພໍ ຫລື​ການ​ປິ່ນປົວ​ໃດໆ.

ທ່ານ Kerry ກ່າວ​ວ່າ “ພວກ​ເຮົາ​ທຸກ​ຄົນຮູ້​ດີເຖິງ​ເລື້ອງລາວ​ທີ່​ໜ້າ​ໂສກ​ເສົ້າ ຄື ພວກແມ່ຍິງຖືກ​ບັງຄັບ ​ໃຫ້​ເປັນຂ້າ​ທາດ​ທາງ​ເພດ ພວກ​ຜູ້ຍິງ​ພາກັນ​ຫຼັບນອນ​ຢູ່​ຫ້ອງ​ໄວ້​ເຄື່ອງນຸ່ງ ປ່ອຍ​ອອກ​ມາ​ແຕ່​ເວລາ​ຄົວກິນ ຊັກ​ເຄື່ອງນຸ່ງ ​ແລະ​ຖູພື້ນ​ເຮືອນ. ພວກ​ຜູ້​ຊາຍ ​ແລະ​ເດັກນ້ອຍ​ຜູ້​ຊາຍ ຖືກ​ບັງຄັບບໍ່​ໃຫ້​ໄດ້ຫ​ລັບ​ນອນ ​ແລະ​ວິທີ​ການ​ເພື່ອ​ໃຫ້​ເຂົາ​ເຈົ້າ​ສາມາດເຮັດ​ວຽກ ຕະຫລອດ​ເວລາ ທີ່ມັກ​ຈະ​ຢູ່​ພາຍ​ໃຕ້​ຄວາ​ມຮ້ອນ​ເອົ້າ ຫລື​ສະພາບ​ການ​ທີ່​ໜ້າ​ຢ້ານ​ກົວ.”

ຢູ່​ໃນ​ບັນດາ​ຂົງ​ເຂດ​ທີ່​ເກີດເສິກສົງ​ຄາມ ພວກ​ເດັກນ້ອຍ​ຖືກ​ລັກພາ​ໂຕ​ເພື່ອ​ຝຶກໃຫ້ເປັນ​ນັກ​ລົບ​ຂອງ​ກຸ່ມ​ຕ່າງໆ. ຄົນ​ຈຳນວນ​ນຶ່ງ​ໄດ້​ກາຍ​ມາ​ເປັນ​ຂ້າ​ທາດ​ດ້ວຍ ຄວາມ​ສະໝັກ​ໃຈ ​ເພາະ ວ່າ​ເຂົາ​ເຈົ້າ​ບໍ່​ເຫັນ​ທາງ​ເລືອກ​ອື່ນ​ໃດ. ຊາວ​ໜຸ່ມ​ທີ່​ທຸກ​ຈົນ​ມັກ​ຈະ​ຖືກ​ຫລອກ​ລໍ້​ເຂົ້າ​ມາ​ເປັນ​ຂ້າ​ທາດ ​ໂດຍໄດ້​ຮັບ​ຄຳໝັ້ນ​ສັນຍາວ່າ​ຈະ​ມີ​ວຽກ​ການ​ເຮັດ ​ແລະ​ຄວາມ​ຮັ່ງມີ ​ຢູ່​ປະ​ເທດອື່ນ ຄື​ດັ່ງ​ສະຫະລັດ.

ທ່ານ Michael Glennon ​ເຈົ້າ​ໜ້າ​ທີ່​ສັນຕິ​ບານກາງ FBI ຢູ່ລັດ Michigan ກ່າວ​ວ່າ “ທັງ​ໝົດ ​ໄດ້​ຊ່ວຍເຫຼືອພວກ​ອາຍຸ​ບໍ່​ເຖິງ​ກະສຽນ ມາ​ໄດ້ 153 ຄົນ​ ຢູ່​ໃນທົ່ວ​ສະຫະລັດ."

​ແຕ່​ວ່າ ບັນດາ​ເຈົ້າ​ໜ້າ​ທີ່ຢູ່​ໃນ​ຫລາຍໆ​ປະ​ເທດ ​ໄດ້​ເຮັດ​ບໍ່​ຮູ້ບໍ່​ເຫັນ​ກຽວ​ກັບການ​ກະທຳ​ຜິດ ດັ່ງກ່າວ. ​ແລະ​ຢູ່​ໃນ​ບາງ​ກໍລະນີ ​ການ​ຄ້າ​ມະນຸດແມ່ນ​ໄດ້​ຮັບ​ຄວາມ ອຸປະຖໍາ​ຈາກ​ລັດຖະ ບານ. ລັດຖະບານ​ມຽນມາຍັງ​ສືບ​ຕໍ່ບີບ​ບັງຄັບໃຊ້​ແຮງ​ງານ ພວກ​ຊົນ​ກຸ່ມນ້ອຍ ​ແລະ​ພວກ​ເດັກນ້ອຍຍັງ​ຖືກ​ເກ​ນ​ເຂົ້າເປັນ​ກຳລັງ​ທະຫານຂອງ​ປະ​ເທດ. ອຸສ​ເບັກ​ກິ​ສຖານ ​ເປັນ​ທີ່​ຮູ້ກັນ​ດີ​ໃນ​ການ​ບັງຄັບ​ໃຫ້​ພວກຜູ້​ໃຫຍ່​ເຮັດ​ວຽກ​ຢູ່ໄຮ່ຝ້າຍ.

ສະຫະລັດ ​ຖື​ວ່າບັນດາລັດຖະບານຂອງ​ປະ​ເທດ​ຕ່າງ​ເປັນ​ຜູ້ຮັບຜິດ​ຊອບ ຕໍ່​ການ​ບໍ່​ໄດ້​ລົງ​ໂທດ​ດຳ​ເນີນ​ຄະດີພວກ​ຄ້າ​ມະນຸດ.

XS
SM
MD
LG