ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ກ່າວຫາ ຈີນ, ອີຣ່ານ, ເວເນຊູເອລາ ແລະ ຄິວບາ ກ່ຽວກັບ ການລະເມີດ ສິດທິມະນຸດ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ໃນວັນພຸດ ວານນີ້ ໄດ້ກ່າວ ຫາ ຈີນ ກ່ຽວກັບ ການຂົ່ມຂູ່ບັນດານັກຂ່າວ ແລະ ປະຊາຊົນ ທຳ​ມະ​ດາສາມັນ ຜູ້ທີ່ເວົ້າວ່າ ຢາກມີອະນາຄົດທີ່ດີກວ່າເທົ່ານັ້ນ.

ທ່ານ ໄມຄ໌ ພອມພຽວ ລັດຖະມົນຕີການຕ່າງປະເທດ ສະຫະລັດ ໄດ້ກ່າວວ່າ “ໃນເດືອນກໍລະກົດທີ່ຜ່ານມາ, ທ້າວ ຫວັງ ເມີຍຢູ ໄດ້ຢືນຢູ່ນອກກົມຕຳຫຼວດ ຮຽກຮ້ອງໃຫ້ຈັດການເລືອກຕັ້ງ. ຕຳຫຼວດໄດ້ຈັບລາວ ແລະ ບໍ່ເຖິງສາມເດືອນ ພັນລະຍາຂອງລາວກໍໄດ້ຮັບໂທລະສັບວ່າ ລາວໄດ້ເສຍຊີວິດແລ້ວ ແລະ ລາວ ກໍບໍ່ໄດ້ຮັບຄຳອະທິບາຍຫຍັງ. ແຕ່ໃນທາງກົງກັນຂ້າມ ລາວຖືກຂໍໃຫ້ລະບຸຕົວສົບທີ່ມີຮອຍຊໍ້າຢ່າງຫຼວງຫຼາຍ ແລະ ກະດູກຫັກ, ສົບດັ່ງກ່າວເກືອບ ວ່າເບິ່ງບໍ່ອອກ.”

ທ່ານ ພອມພຽວ ໄດ້ຕຳໜິວິຈານສະຖິຕິຂອງພັກຄອມມູນິສ ຈີິນ ໃນພາກພື້ນ ຊິນຈຽງ, ລວມທັງການກັກຂັງພວກ​ຊົນ​ກຸ່ມ​ນ້ອຍຊາວມຸສລິມຈຳນວນຫຼວງຫຼາຍ ຢ່າງຮຸນແຮງກວ່າເກົ່າ ໂດຍບັນດາເຈົ້າໜ້າທີ່ ຈີນ, ໂດຍເອີ້ນການປະຕິບັດດັ່ງກ່າວວ່າ “ຮອຍເປື້ອນແຫ່ງສັດຕະວັດ.”

ທ່ານ ພອມພຽວ ໄດ້ກ່າວວ່າ “ໃນປະເທດ ຈີນ, ພັກຄອມມູນິສ ຈີນ ໄດ້ໃຊ້ການກວດກາທີ່ເປັນເທັກໂນໂລຈີຂັ້ນສູງ ເພື່ອຕິດຕາມສິ່ງທີ່ອາດເປັນການຄັດຄ້ານລັດຖະບານ. ການກັກຂັງພວກສາສະໜາ​ກຸ່ມ​ນ້ອຍຂອງເຂົາເຈົ້າຢູ່ໃນສູນເປັນໄລຍະໆ, ໃນ​ຖາ​ນະ​ທີ່ເປັນສ່ວນນຶ່ງຂອງຄວາມບໍ່ພໍໃຈຂອງເຂົາເຈົ້າຕໍ່ບັນດາ ຜູ້ນັບຖືສາສະ ໜານັ້ນ.”

ປັກກິ່ງ ໄດ້ປະຕິເສດການປະຕິບັດໃນທາງທີ່ບໍ່ຖືກຕ້ອງໃດໆຕໍ່ຊາວ ວີເກີ ຫຼື ຄົນອື່ນໆໃນພາກພື້ນ ຊິນຈຽງ, ໂດຍເວົ້າວ່າ ເຂົາເຈົ້າໄດ້ສະໜອງການຝຶກ ອາຊີບ ເພື່ອຊ່ວຍກຳຈັດຄວາມຮຸນ ແຮງ ແລະ ແນວຄິດແບ່ງແຍກ ແລະ ສອນທັກສະໃໝ່ໃຫ້.

ທ່ານລັດຖະມົນຕີການຕ່າງປະເທດເວົ້າວ່າ ການລະເມີດຕ່າງໆໃນ ຈີນ ໄດ້ສະທ້ອນໃຫ້ເຫັນການກະທຳໃນປະເທດ ອີຣ່ານ, ທີ່ໄດ້ເນັ້ນເຖິງການປະທ້ວງຢ່າງກວ້າງຂວາງ ທີ່ໄດ້ເລີ່ມຂຶ້ນຢູ່ທີ່ນັ້ນໃນເດືອນພະຈິກປີກາຍນີ້ ຫຼັງຈາກການຂຶ້ນລາຄານໍ້າມັນ. ທ່ານໄດ້ຊີ້ໃຫ້ເຫັນນັກວິສະວະກອນໜຸ່ມຊາວ ອີຣ່ານ, ທ້າວ ປູຢາ ບາກຕີອາຣີ.

ທ່ານ ໄມຄ໌ ພອມພຽວ ໄດ້ກ່າວວ່າ “ລາວແມ່ນນັກວິສະວະກອນໜຸ່ມໃນຊາວ ອີຣ່ານ ຫຼາຍຮ້ອຍພັນຄົນ ຜູ້ທີ່ໄດ້ປະທ້ວງຕໍ່ລະບອບການປົກຄອງໃນລະດູໃບ ໄມ້ຫຼົ່ນທີ່ຜ່ານມາ. ໃນທີ່ສຸດ, ເຂົາເຈົ້າກໍບໍ່ໄດ້ເດີນຂະບວນຄຽງບ່າຄຽງໄຫຼ່ ນຳ ກັນອີກຕໍ່ໄປ. ນາງ ນາຮິດ ຜູ້ເປັນແມ່ໄດ້ກອດສົບລູກຊາຍອາຍຸ 27 ປີຂອງ ລາວ. ທ້າວ ປູຢາ ໄດ້ຖືກປືນຍິງຫົວເສຍຊີວິດ ໂດຍກອງກຳລັງຮັກສາຄວາມ ປອດ ໄພ.”

ໃນວັນອັງຄານທີ່ຜ່ານມາ, ຕຳຫຼວດ ເວເນຊູເອລາ ໄດ້ຍິງແກັສນໍ້າຕາເພື່ອ ແຍກຍ້າຍການປະທ້ວງຕໍ່ຕ້ານລັດຖະບານໃນນະຄອນຫຼວງ ກາຣາກັສ ທີ່ຖືກຮຽກຮ້ອງໃຫ້ຈັດຂຶ້ນໂດຍຜູ້ນຳຝ່າຍຄ້ານ ທ່ານ ຮວນ ກວາອີໂດ.

ລັດຖະບານ ວໍຊິງຕັນ ຍັງໄດ້ກ່າວຫາລັດຖະບານຂອງທ່ານ ມາດູໂຣ ວ່າບໍ່ຖືກກົດໝາຍ ແລະ ເຂັ່ນຂ້າປະຊາຊົນຕາມອຳເພີໃຈ.

ທ່ານ ໄມຄ໌ ພອມພຽວ ໄດ້ກ່າວວ່າ “ລວມທັງການວິສາມັນຄາດຕະກຳ, ການລັກພາຕົວ, ການທໍລະມານ ແລະ ການກັກຂັງຕາມອຳເພີໃຈ.”

ລາຍງານດັ່ງກ່າວກໍໄດ້ກ່າວຢໍ້າເຖິງການລະເມີດສິດທິມະນຸດໃນປະເທດ ຄິວບາ ເຊັ່ນກັນ. ລາຍ ງານທີ່ຖືກມອບໝາຍໂດຍລັດຖະສະພານັ້ນ, ໄດ້ບັນທຶກສະພາບ

ການສິດທິມະນຸດໃນເກືອບ 200 ປະເທດ ແລະ ເຂດແດນ ແລະ ຖືກຮຽບຮຽງໂດຍພະນັກງານຢູ່ສະຖານທູດ ສະຫະລັດ ທັງຫຼາຍໃນທົ່ວໂລກ.

XS
SM
MD
LG