ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃນວັນຄົບຮອບ ການໂຈມຕີ 11 ກັນ​ຍາ ສະຫະລັດກ່າວວ່າ ​ກຸ່ມອາລ-ກາອີດາ ໃນອັຟການິສຖານ ​ແມ່ນ​ບໍ່​ມີ​ຄວາມ​ສາ​ມາດ​ອີກ​ແລ້ວ


ຮູບພາບທີ່ບໍ່ຮູ້ວັນທີ ເຜີຍແຜ່ໂດຍ Army Times ວັນທີ 5 ມີນາ 2002 ສະແດງໃຫ້ເຫັນຄວັນໄຟພູ້ງຂຶ້ນ ຢູ່ທີ່ໜັ້ນຂອງຕາລິບານ ແລະອາລ-ຄາອິດາ ຢູ່ເທິງພູ Sirkankel ປະເທດອັຟການິສຖານ ຫລັງຈາກ ການຖິ້ລະເບີດຢ່າງໜັກຂອງ ສະຫະລັດ
ຮູບພາບທີ່ບໍ່ຮູ້ວັນທີ ເຜີຍແຜ່ໂດຍ Army Times ວັນທີ 5 ມີນາ 2002 ສະແດງໃຫ້ເຫັນຄວັນໄຟພູ້ງຂຶ້ນ ຢູ່ທີ່ໜັ້ນຂອງຕາລິບານ ແລະອາລ-ຄາອິດາ ຢູ່ເທິງພູ Sirkankel ປະເທດອັຟການິສຖານ ຫລັງຈາກ ການຖິ້ລະເບີດຢ່າງໜັກຂອງ ສະຫະລັດ

ຫລາຍກວ່າສອງທົດສະວັດທີ່ຜ່ານ​ມາ ຫລັງຈາກ​ໜ່ວຍປະຕິບັດງານຂອງພວກກໍ່ການຮ້າຍ ອາລ-​ກາອິດາ ໄດ້ນຳເອົາເຮືອບິນໂດຍສານ ບິນ​ເຂົ້າຕຳໃສ່ຕຶກແຝດສູນ​ກາງ​ການ​ຄ້າ​ໂລກ ທີ່ນະຄອນນິວຢອກ ທຳນຽບຫ້າແຈ ແລະຕົກລົງຢູ່ທົ່ງນາລັດເພັນຊິລເວເນຍ ສົງຄາມຕໍ່ຕ້ານ​ພວກກໍ່ການຮ້າຍຂອງອາເມຣິກາ ໄດເຮັດໃຫ້ກຸ່ມກໍ່ການຮ້າຍ​ດັ່ງ​ກ່າວໝົດສະມັດ​ຖະພາບບໍ່ສາມາດໂຈມຕີິດິນແດນ​ຂອງສະຫະ ລັດໄດ້ ອີງຕາມການການຊັ່ງຊາ​ຫຼ້າ​ສຸດ​ ຂອງ​ໜ່ວຍສືບລັບສະຫະລັດ.

“ອາລ-ກາອິດາ ຕົກຢູ່ຕໍ່າສຸດໃນປະຫວັດສາດ​ຢູ່ໃນອັຟການິສຖານ ແລະປາກິສຖານ ແລະການຟື້ນໂຕຄືນ​ມີ​ທາງວ່າເປັນໄປອີກບໍ່ໄດ້” ຜູ້​ອຳ​ນວຍ​ການສູນກາງ​ຕໍ່ຕ້ານການກໍ່ການຮ້າຍແຫ່ງຊາດ ທ່ານນາງຄຣິສຕີ ອາບີແຊດ ກ່າວຢູ່ໃນຖະ ແຫລງການ ທີ່ເປັນຂີດໝາຍຄົບຮອບ 22 ປີ ຂອງວັນທີ 11 ກັນຍາ 2001 ໃນການໂຈມຕີ​ຂອງພວກກໍ່ການຮ້າຍ ຕໍ່ສະຫະລັດ ທີ່ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 3,000 ຄົນ.

“ມັນໄດ້ສູນເສຍການເຂົ້າສູ່ເປົ້າໝາຍ ພອນສະຫວັນຜູ້ນຳ ຄວາມ​ສາ​ມັກ​ຄີ​ຂອ​ງ​ກຸ່ມ ຄວາມໝັ້ນໝາຍ​ຂອງ​ບັນດາສະມາຊິກ​ໃນ​ຖັນ​ແຖວ ແລະການຮັບເອົາສິ່ງ ແວດລ້ອມທ້ອງຖິ່ນ” ທ່ານນາງອາບີແຊດໄດ້ກ່າວ ​ໂດຍຮ້ອງການ​ເຊື່ອມ​ສະ​ມັດ​ຖະ​ພາບ​ຂອງແກນ​ນຳ​ກຸ່ມອາລ-ກາອິດາ ເປັນ “ໂຕຢ່າງ​ໃນອັນທີ່ສະຫະລັດແລະບັນດາພັນທະມິດ ແລະ​ພາ​ຄີໄດ້ບັນລຸຜົນໃນ​ຮອບຫລາຍປີນັບແຕ່​ໄດ້​ມີການໂຈມຕີທີ່ໜ້າ​ຢ້ານ​ກົວ.” ນອກນັ້ນ ການຊັ່ງຊາຍັງໄດ້ຢູ່ໃນທິດທາງດຽວກັບບັນດາຖະ ແຫລງການຂອງບັນ​ດາເຈົ້າໜ້າທີ່ຂັ້ນສູງສະຫະລັດຄົນອື່ນໆ.

ອ່ານຂ່າວນີ້ເຫັນພາສາອັງກິດ

XS
SM
MD
LG