ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການເລືອກຕັ້ງ ກາງສະໄໝ ຂອງ ສຫລ ໄດ້ຮັບ ຄວາມສົນໃຈ ຢູ່ພາຍໃນ ແລະ ຕ່າງປະເທດ


ໂລກກຳລັງຈ້ອງມອງ ການເລືອກຕັ້ງ ການສະໄໝ ຂອງ ສະຫະລັດ

ພວກຄົນຢູ່ໃນສະຫະລັດ ແລະຢູ່ທົ່ວໂລກ ກຳລັງຕິດຕາມເບິ່ງຢ່າງໃກ້ຊິດ ການເລືອກຕັ້ງ
ສະມາຊິກສະພາ ກາງສະໄໝ ທີ່ໄດ້ກຳນົດໃສ່ ວັນທີ 6 ພະຈິກ ຈະມາເຖິງນີ້. ນັກສັງເກດ
ການຫຼາຍຄົນ ມອງເຫັນວ່າ ການເລືອກຕັ້ງນີ້ ຈະເປັນການລົງປະຊາມະຕິ ບໍ່ພຽງແຕ່ຕໍ່
ປະທານາທິບໍດີ ດໍໂນລ ທຣຳ ເທົ່າ​ນັ້ນ ແຕ່ຍັງແມ່ນເລື້ອງສາຍສຳພັນໃໝ່ຂອງອາເມຣິກາ
ກັບໂລກນຳດ້ວຍ. ໂຣເບີດ ຣາຟາ-ແອລ ນັກຂ່າວຂອງວີໂອເອ ມີລາຍລະອຽດຕື່ມ ຊຶ່ງ
ໄຊຈະເລີນສຸກ ຈະນຳມາ ສະເໜີທ່ານ ໃນອັນດັບຕໍ່ໄປ.

ການຕໍ່ສູ້ເພື່ອເຂົ້າຄວບຄຸມທາງດ້ານການເມືອງ ຢູ່ໃນລັດຖະສະພາ ໄດ້ກະຕຸ້ນໃຫ້ຜູ້ມີ
ສິດອອກສຽງ ຊາວອາເມຣິກັນຫຼາຍໆຄົນຕື່ນຕົວ ອີງຕາມສູນກາງຄົ້ນ ຄວ້າພິວ ຊຶ່ງເປັນ
ອົງການຢັ່ງຫາງສຽງການເລືອກຕັ້ງ.

ເກືອບສາມສ່ວນສີ່ ຂອງພວກມີສິດອອກສຽງທີ່ໄດ້ລົງທະບຽນແລ້ວນັ້ນ ກ່າວວ່າ ພວກ
ເຂົາເຈົ້າ ຈະເພັ່ງເລັງໃສ່ເລື້ອງທີ່ວ່າ ພັກຣີພັບບລີກັນ ຈະຍັງຄົງຮັກສາການຄວບຄຸມ
ທັງຢູ່​ໃນ ສະພາຕ່ຳ ແລະສະພາສູງ ໄວ້ໄດ້ ຫຼືບໍ່.

ສ່ວນພັກເດໂມແຄຣັດ ກໍຕ້ອງ​ຊະ​ນະ​ບ່ອນ​ນັ່ງ 23 ບ່ອນຕື່ມອີກ ເພື່ອຈະໄດ້​ກຳສຽງສ່ວນ
ຫຼາຍ ໃນສະພາຕ່ຳ.

ຄັນພັກເດໂມແຄຣັດ ໄດ້​ຊະ​ນະອີກສອງບ່ອນນັ່ງຕື່ມ ລວມທັງໝົດແລ້ວ ກໍຈະເຮັດໃຫ້
ພັກເດໂມແຄຣັດ ຄວບຄຸມສະພາສູງໄດ້.

ການສຶກສາຄົ້ນຄວ້າ ຂອງສູນກາງຄົ້ນຄວ້າພິວ ໄດ້ພົບເຫັນວ່າ ເກືອບ 60 ເປີເຊັນ ຂອງ
ພວກມີສິດອອກສຽງ ທີ່ໄດ້ລົງທະບຽນ ຊຶ່ງເປັນສຽງສ່ວນຫຼາຍ ກ່າວວ່າ ການລົງຄະແນນ
ສຽງຂອງພວກເຂົາເຈົ້າ ຈະໄດ້ຮັບອິດທິພົນ ໂດຍ ຄວາມຄິດເຫັນຂອງພວກເຂົາເຈົ້າ
ກ່ຽວ​ກັບ ປະທານາທິບໍດີ ທຣຳ.

ລວມທັງໝົດແລ້ວ 37 ເປີເຊັນ ກ່າວວ່າ ຄະແນນສຽງຂອງພວກເຂົາເຈົ້າ ຈະເປັນຄະແນນ
ສຽງ “ຕໍ່ຕ້ານ” ທ່ານ ທຣຳ ໂດຍມີ 23 ເປີເຊັນເປັນການ ລົງຄະແນນສຽງ “ໃຫ້” ແກ່ທ່ານ
ເພື່ອເປັນສັນຍາລັກ ເທົ່ານັ້ນ.

ສ່ວນທີ່ເຫຼືອນັ້ນ ໄດ້ກ່າວວ່າ ຄວາມຮູ້ສຶກຂອງພວກເຂົາເຈົ້າ ຕໍ່ທ່ານທຣຳ ຈະບໍ່ໄດ້ຮັບ
ອິດທິພົນໃດໆ ຕໍ່ການຕັດສິນໃຈຂອງພວກເຂົາເຈົ້າ.

ຢູ່ໃນລາຍການ Plugged In ກັບ ທ່ານນາງ ເກຣັດຕາ ແວນ ສັດເຕີເຣນ ຂອງວີໂອເອ
ນັ້ນ ບັນດານັກຊ່ຽວຊານດ້ານການເມືອງ ໄດ້ບອກ ທ່ານ ຈິມ ມາໂລນ ນັກຂ່າວຂອງ
ວີໂອເອ ວ່າ ສະໄຕລ໌ແບບກົງໄປກົງມາຂອງທ່ານທຣຳ ນັ້ນ ຈະເປັນປັດ​ໄຈສຳຄັນ.

ທ່ານ ໄມໂກລ ສຕີລ ອະດີດປະທານຄະນະກຳມະການແຫ່ງຊາດ ຂອງພັກຣີ ພັບບລີກັນ
ກ່າວວ່າ “ພວກມີສິດອອກສຽງທີ່ບໍ່ຂຶ້ນກັບພັກໃດ ໂດຍປົກກະຕິແລ້ວ ຈະອຽງໄປທາງ
ພັກຣີພັບບລີກັນ ໃນການເລືອກຕັ້ງຈະມາເຖິງນີ້ ອັນນັ້ນກໍແມ່ນ ວິທີທີ່ ພັກຣີພັບບລີກັນ
ໂດຍທົ່ວໄປ ຈະສາມາດຍຶດໝັ້ນ ການມີສຽງສ່ວນຫຼາຍ ຫຼື ຈະໄດ້ມາຊຶ່ງສຽງສ່ວນຫຼາຍ
ຕື່ມ ໂດຍສະເພາະຢູ່ໃນພື້ນທີ່ ບ່ອນທີ່ ສະມາ ຊິກພັກເດໂມແຄຣັດ ເບິ່ງຄືວ່າ ຈະມີ
ຄວາມເຂັ້ມແຂງນັ້ນ ແຕ່ພວກມີສິດອອກ ສຽງ ທີ່ບໍ່ຂຶ້ນກັບພັກໃດ ມາບັດນີ້ ກໍຈະອຽງ
ໄປໃນທາງຂອງ ພັກເດໂມແຄຣັດ ແລະອັນນັ້ນ ກໍຈະເປັນບັນຫາ.”

ແລະເປັນຍ້ອນຫຍັງ ຈຶ່ງມີການປ່ຽນແປງ?

ທ່ານ ສຕີລ ກ່າວວ່າ “ອັນນີ້ ແມ່ນກ່ຽວກັບທ່ານປະທານາທິບໍດີ. ມັນເປັນເລື້ອງ
ສ່ວນຕົວ. ເພາະວ່າ ທ່ານປະທານາທິບໍດີ ໄດ້ເຮັດໃຫ້ມັນເປັນເລື້ອງສ່ວນຕົວ. ເພາະ
ວ່າ ມັນເປັນວິທີ ທີ່ທ່ານເຮັດສິ່ງຕ່າງໆ. ມັນເປັນເລື້ອງກ່ຽວກັບທ່ານທັງ ໝົດ. ຄັນວ່າ
ທ່ານຢາກໃຫ້ມັນເປັນເລື້ອງຂອງທ່ານບໍ? ຄັນຊັ້ນ ບັດນີ້ຜູ້ສະໝັກ ໝົດທຸກຄົນ ຢູ່ໃນ
ບັດເລືອກຕັ້ງ ກໍຈະຕ້ອງຮັບຜິດຊອບ ກ່ຽວ​ກັບການປະພຶດຂອງຕົນ.”


ການປະຕິເສດຕໍ່ການສະໜັບສະໜູນ ຈາກບັນດາພັນທະມິດທີ່ມີມາຍາວນານ ໃນທົ່ວ
ໂລກ ເຮັດໃຫ້ ທ່ານ ດັດຈ໌ ຣຸປເປີສເບີເກີຣ ສະມາຊິກສະພາຕ່ຳ ສັງ ກັດພັກເດໂມແຄຣັດ
ຈາກລັດແມຣີແລນ ມີຄວາມເປັນຫ່ວງ.

ທ່ານ ຣຸປເປີສເບີເກີຣ ກ່າວວ່າ “ພວກເຮົາສູນເສຍສາຍສຳພັນກັບໂລກ ໂດຍສະເພາະ
ແມ່ນຢູໂຣບ. ພວກເຮົາໄດ້ຖືກຮັບຮູ້ວ່າເປັນປະເທດອັນດັບນຶ່ງ. ສວນປະເທດອື່ນໆ
ຈະມາຫາພວກເຮົາ ເພື່ອເຮັດທຸລະກິດ ເພື່ອການປົກປ້ອງ ເພື່ອຄວາມໝັ້ນຄົງແຫ່ງ
ຊາດ ເພື່ອການສະໜັບສະໜູນດ້ານການທະຫານ. ແລະສິ່ງເຫຼົ່ານັ້ນ ກຳລັງຕົກໄປ
ຍ້ອນນະໂຍບາຍບາງສິ່ງບາງຢ່າງ ຂອງສະຫະລັດ.”

ຄວາມເປັນຫ່ວງທັງຫຼາຍ ກ່ຽວກັບ ເລື້ອງຄົນເຂົ້າເມືອງ ແມ່ນຢູ່ໃນຈິດໃຈ ຂອງ ຊາວ
ອາເມຣິກັນ ລາຕິນ ຫຼາຍໆຄົນ ອີງຕາມ ທ່ານ ກີລເບີຣໂຕ ຄາເບຣຣາ ນັກຂ່າວຂອງ
ວີໂອເອ.

ທ່ານ ຄາເບຣຣາ ນັກຂ່າວວີໂອເອ ພະແນກພາສາສະເປນ ກ່າວວ່າ “ປະທາ ນາທິບໍດີ
ທຣຳ ໄດ້ສັນຍາວ່າ ຈະສ້າງກຳແພງ ແລະ ທ່ານ ໄດ້ກ່າວວ່າ ເມັກຊິໂກ ຈະເປັນຜູ້
ຈ່າຍຄ່າສ້າງມັນ. ອັນນັ້ນ ເປັນທີ່ຈະແຈ້ງແລ້ວວ່າ ບໍ່ໄດ້ເກີດ ຂຶ້ນເລີຍ. ຖ້າຫາກພັກ
ເດໂມແຄຣັດ ໄດ້ມາຊຶ່ງການຄວບຄຸມ ຢ່າງໜ້ອຍໃນສະພານຶ່ງ ໂອກາດຂອງກຳແພງ
ຈະຖືກສ້າງຂຶ້ນນັ້ນ ແມ່ນບາງທີ ຈະຕ່ຳກວ່າທີ່ ເປັນຢູ່ໃນປັດຈຸບັນນີ້.”

ການຢັ່ງຫາງສຽງຂອງອົງການພິວ ໄດ້ພົບເຫັນວ່າ ຄວາມກະຕືລືລົ້ນຂອງຜູ້ປ່ອນບັດນັ້ນ
ເມື່ອທ່ຽບໃສ່ການເລືອກຕັ້ງກາງສະໄໝໃດໆ ແມ່ນມີລະດັບສູງສຸດ ໃນຫຼາຍກວ່າສອງ
ທົດສະວັດຜ່ານມາ.

ແຕ່ການສຶກສາຄົ້ນຄວ້າດັ່ງກ່າວ ສະແດງໃຫ້ເຫັນວ່າ ຄວາມກະຕືລືລົ້ນຂອງຜູ້ປ່ອນບັດ
ນັ້ນ ແມ່ນສູງກວ່າ ພາຍໃນກຸ່ມພວກຄົນ ຜູ້ທີ່ສະໜັບສະໜູນ ບັນດາຜູ້ສະໝັກ ຈາກພັກ
ເດໂມແຄຣັດ ມີ 67 ເປີເຊັນ ເມື່ອທຽບກັບ 59 ເປີເຊັນ ພາຍໃນພວກຜູ້ປ່ອນບັດ ທີ່ສະໜັບ
ສະໜູນ ບັນດາຜູ້ສະໝັກ ຈາກພັກຣີພັບບລີກັນ.

People in the United States and around the world are closely following the U.S. congressional midterm elections scheduled for November 6. Many observers see the polls as a referendum not only on President Donald Trump, but also America's new relationship with the world. VOA's Robert Raffaele has more.

Thebattle for political control of Congress has galvanized many American voters,according to the Pew Research Center ((polling firm)).

Nearly three-quarters of registered voters say they are focused on whether Republicans maintain control of both the House of Representatives and the Senate.

Democrats must gain 23 seats to claim a majority in the House.

A net gain of two seats gives them control in the Senate.

Pew's study found a majority (nearly 60 percent)of registered voters say their vote will be influenced by their opinion of President Trump.

Overall, 37 percent say their vote will be a vote "against" him, with 23 percent symbolically voting "for" him.

The remainder said their impressions of Trump won't influence their decision.

On VOA's Plugged in With Greta Van Susteren, political experts told Jim Malone Trump's blunt style is the key factor.

Former Republican National Committee chairman Michael Steele.

(MICHAEL STEELE / FORMER REPUBLICAN NATIONAL COMMITTEE CHAIRMAN)
"Independent voters who typically swing toward Republicans in these elections- that's how Republicans typically hold majorities or gain their majorities, particularly in areas where Democrats seem to be strong, those independent voters are now swinging toward the Democratic Party, and that is the problem.

And why the shift?

(MICHAEL STEELE / FORMER REPUBLICAN NATIONAL COMMITTEE CHAIRMAN)
"This is about the president. It's personal. Because the president has made it personal. Because that's how he does things. It's all about him. Well, fine you want it to be about you?Well now every candidate on the ballot has to account for your behavior."

Declining support from longtime global allies worries Democrat Dutch Ruppersberger, a U.S. Congressman from Maryland.

(REP. DUTCH RUPPERSBERGER / DEMOCRAT )
"We're losing our relationships with the world, especially Europe. We were considered to be the premiere country. Other countries would come to us for business, for protection, for national security, for military (support). And that's falling away because of some of the (U.S.) policies."

Concerns about immigration are on the minds of many in Latin America, according to VOA's Gilberto Cabrera.

(GILBERTO CABRERA, VOA SPANISH BRANCH)
"President Trump promised to build a wall and he said Mexico would pay for it. That clearly never happened. // If the Democrats were to take control of at least one of the houses of Congress /// the chances of the wall being built are probably even less than they are now."

The Pew poll found that voter enthusiasm is at the highest level of any midterm election in more than two decades.

But the study shows voter enthusiasm is higher among those who favor Democratic candidates - 67%- , compared to 59% among voters who favor Republican candidates.

Robert Raffaele, VOA News.

XS
SM
MD
LG