ອຸນຫະພູມທີ່ຕົກຕ່ຳເຊິ່ງບໍ່ຄ່ອຍເກີດຂຶ້ນ ໄດ້ເຮັດໃຫ້ປະຊາຊົນຫຼາຍ ພັນຄົນເສຍ ຊີວິດໃນ ເກາະໄຕ້ຫວັນ, ເຊິ່ງຫຼາຍຄົນອາໄສຢູ່ໃນນະ ຄອນຫຼວງ ໄທເປ, ແລະ ເຂດອ້ອມແອ້ມ.
ບັນດາເຈົ້າໜ້າທີ່ກ່າວວ່າ ຜູ້ທີ່ໄດ້ຮັບເຄາະຮ້າຍແມ່ນປະຊາຊົນທີ່ມີ ອາຍຸສູງເຊິ່ງ ເສຍຊີວິດຍ້ອນອຸນຫະພູມທີ່ຫຼຸດລົງເຖິງ 4 ອົງສາແຊລ ຊຽສ ໃນວັນອາທິດ ວານນີ້, ພ້ອມກັບບັນຫາກ່ຽວກັບຫົວໃຈ ແລະ ອຸນຫະພູມຕ່ຳທີ່ໄດ້ບັນທຶກ ໄວ້ໃນສາເຫດ ຂອງການຕາຍນັ້ນ.
ສະພາບອາກາດລະດູໜາວທີ່ຜິດປົກກະຕິ ເຊິ່ງໄດ້ສົ່ງຜົນກະທົບຕໍ່ ໄຕ້ຫວັນ ກໍຍັງ ໄດ້ສ້າງ ຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນໃນເກາະທີ່ປົກຄອງຕົນເອງຂອງພາກ ພື້ນເອເຊຍປາຊີຟິກ ທີ່ຢູ່ໃກ້ຄຽງ, ເຊິ່ງອຸນຫະພູມໄດ້ຕົກລົງໃນລະດັບທີ່ຕ່ຳເປັນສະ ຖິຕິ ໃນສະຖານທີ່ໆມີຄວາມ ຄຸ້ນເຄີຍກັບອາກາດທີ່ອົບອຸ່ນກວ່າ.
ໃນເກາະຮົງກົງ, ປະຊາຊົນຫຼາຍຮ້ອຍຄົນຕ້ອງໄດ້ຖືກກູ້ໄພ ຈາກເຂດທີ່ສູງສຸດ ຂອງເກາະ ຫຼັງ ຈາກຝົນໄດ້ເຮັດໃຫ້ຖະໜົນກາຍເປັນນ້ຳກ້ອນ ແລະ ເກືອບເຮັດ ໃຫ້ສັນຈອນໄປມາບໍ່ໄດ້.