ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍ່ມີຮ່ອງຮອຍວ່າ ການຫລັ່ງໄຫລ ເຂົ້າສູ່ຢູໂຣບ ຂອງຊາວ ອົບພະຍົບ ຈະຢຸດຢັ້ງ


ເດັກນ້ອຍອົບພະຍົບຄົນໜຶ່ງ ເອົາຜ້າຢາງຮົ່ມໂຕ ເດີນທາງໄປ ສູ່ Chios ເກາະກຣິສ, ຈາກຝັ່ງທະເລເທິກີ.
ເດັກນ້ອຍອົບພະຍົບຄົນໜຶ່ງ ເອົາຜ້າຢາງຮົ່ມໂຕ ເດີນທາງໄປ ສູ່ Chios ເກາະກຣິສ, ຈາກຝັ່ງທະເລເທິກີ.

ກອງ​ທຶນສຳລັບເດັກນ້ອຍຂອງອົງການສະຫະ​ປະຊາ​ຊາດ ບໍ່
ມອງ​ເຫັນວ່າ​ມີ​ຮ່ອງ​ຮອຍໃດໆ​ ວ່າການ​ຫລັ່ງ​ໄຫລ​ເຂົ້າ​ໄປ​ຂອງ​
ຊາວ​ອົບ​ພະຍົບ ຈະມີ​ການ​ຊັກ​ຊ້າ​ລົງ​ເລີຍ. ອົງການ​ກອງ​ທຶນ​
ເດັກ(UNICELF) ກ່າວ​ວ່າ ຈຳນວນຊາວ​ອົບ​ພະຍົບ ທີ່​ເດີນ
ທາງດ້ວຍ​ອັນຕະລາຍ ຂ້າມ​ທະ​ເລ Mediterranean ກຳລັງມີ​
ສູງ​ຂື້ນ ​ເຖິງ​ແມ່ນ​ສະ​ພາບ​ດິນ​ຟ້າ​ອາກາດ​ຈະ​ຮ້າຍ​ແຮງກໍຕາມ.
Lisa Schleinນັກ​ຂ່າວ ວີ​ໂອ​ເອ ລາຍ​ງານ​ມາຈາກ ນະຄອນ Geneva ຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີ​ທ່ານ.

ຫົວ​ໜ້າ​ຫ້ອງ​ການ​ກອງທຶນ​ເດັກນ້ອຍອົບ​ພະຍົບສະຫະ​ປະຊາ​ຊາດ​ ​ແລະ

​ວິ​ກິດ​ການ​ຍົກຍ້າຍຄົນເຂົ້າເມືອງ ​ໃນ​ຢູ​ໂຣບ ທ່ານ​ນນາງ Marie-Pierre Poirier ຫາ​ກໍ່​ກັບ​ມາຈາກ​ການ​ປະຕິ​ບັດງານ​ເປັນ​ເວລາ​ໜຶ່ງ​ອາທິດ ໄດ້​ຕິດຕາມເບິ່ງການ​ຫລັ່ງ​ໄຫລຂອງ
ຊາວ​ອົບ​ພະຍົບ ຢູ່​ຕາມ​ເສັ້ນທາງ​ອັນ​ທີ່​ຮ້ອງ​ວ່າ Balkan ນັ້ນ. ທ່ານ​ນາງ ​ໄດ້​ຕິດຕາມເບິ່ງ​
ພວກ​ອົບ​ພະຍົບ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ

ຍົກຍ້າຍ​ອອກ​ຈາກ​ອະ​ດີດ ສາທາລະນະ Yugosolav ຂອງ Macedonia ທີ່​ມີ​ຊາຍ​ແດນ​
ຕິດ​ກັບ Greece ​ໄປ​ຫາ Serbia ​ແລະ Croatia ນັ້ນ.

ທ່ານ​ນາງ​ໄດ້​ອະທິບາຍເຖິງການ​ເດີນທາງ ທີ່​ຍາກ​ລຳບາກ​ ອິ​ດ​ເໝື່ອຍ ​ແລະ​ໜ້າຢ້ານ​ກົວ
​ໂດຍ​ສະ​ເພາະ​ແມ່ນສຳລັບ​ພວກ​ເດັກນ້ອຍ. ທ່ານ​ນາງ​ກ່າວ​ວ່າ ຜູ້​ຄົນ​ຢູ່​ຕາມ​ເສັ້ນທາງ​ໄດ້
​ກ່າວ​ຕໍ່​ທ່ານ​ນາງ​ວ່າ ​ເຂົາ​ເຈົ້າ​ພາກັນ​ສ່ຽງ​ຊີວິດ​ຢູ່​ໃນ​ທະ​ເລ​ທີ່​ຮ້າຍ​ແຮງ ​ໃນ​ການ​ໄປສູ່​ຢູ
ໂຣບ ​ເພາະວ່າ​ລາຄາ​ໄດ້​ຫລຸດ​ລົງ.​

ານນາງກ່າວວ່າ “​ມັນເປັນຄືວ່າເປັນຄົນລັກລອບທີ່ຜິດກົດໝາຍ ເພາະ​ວ່າ ດິນ​ຟ້າ​ອາກາດແມ່ນ​ຮ້າຍ​ແຮງຫຼາຍ ​ແລະ​ອາດ​ເປັນ​ໄປ​ໄດ້​ທີ່ວ່າຈະມີຄວາມ​ຍາກລຳບາກ​

ເພີ້​ມຂື້ນ ​ຊ່ຶງຈະເຮັດ​ໃຫ້​ມີການ​ຫລຸ​ດລາຄາໃຫ້​ແກ່ທຸກ​ຄົນ ​ຊ່ຶງຈະເຮັດ​ໃຫ້​ໂຕ​ເລກ​ຜູ້
ໂຕນ
ໜີສູງຂື້ນ​."

ມີລາຍ​ງານ​ວ່າຄ່າຈ້າງ​ ໄດ້​ຫລຸດລົງ​ຈາກ 5,000 ​ໂດ​ລາ​ ທີ່ສູງ​ສຸດ ລົງມາ​ພຽງ 1,000 ​ໂດ
​ລາ ຕໍ່​ຄອບຄົວ​ໜຶ່ງ. ​ເນື່ອງ​ຈາກ​ອັດຕາ​ຫລຸດ​ລາຄາ ມີ​ການ​ຕໍ່​ລອງລົງມາ ​ເພາະສະ​ນັ້ນການ
​ຫລັ່ງ​ໄຫລ​ຂອງ​ອົບ​ພະຍົບ​ເຂົ້າ​ສູ່​ຢູ​ໂຮບ ຈຶ່ງປາກົດ​ວ່າ​ເປັນ​ທີ່​ຢຸດ​ຢັ້ງ​ບໍ່​ໄດ້ ຢ່າງ​ໜ້ອຍ​ໃນ​
ປັດຈຸບັນ​ນີ້.

ບັນດາ​ເຈົ້າໜ້າ​ທີ່ Macedonian ກ່າວ​ວ່າ ຈຳນວນ​ຄົນ​ທີ່​ເຂົາ​ເຈົ້າ​ຕ້ອງ​ລົງທະບຽນ​ໃນ
​ເດືອນຕຸລາ ແມ່ນເປັນ​ສອງ​ເທົ່າ​ຂອງ​ເດືອນ​ກັນຍາ. ທ່ານນາງ Poirier ກ່າ​ວ​ເພີ້​ມວ່າ ຍັງ​ມີ​
ການ​ເພີ້​ມ​ຕື່ມ​ໃນ​ພາກສ່ວນ​ຂອງພວກ​ຜູ້ຍິງ ​ແລະ​ເດັກນ້ອຍ ຢູ່​ໃນຈຳນວນ​ພົນລະ​ເມືອງ​ທີ່
​ພາກັນເຄື່ອນ​ຍ້າຍອອກໄປ. ທ່ານນາງເວົ້າຕໍ່ໄປວ່າ

“ພວກ​ເຮົາ​ເວົ້າເຖິງ​ໜຶ່ງ​ສ່ວນ​ສາມ. ຂໍ້​ມູນ​ສຳ​ລັບ​ເດືອນ​ຕຸລາ ທີ່​ໄດ້​ລົງ​ທະບຽນ​ໂດຍ​ບັນດາເຈົ້າ​ໜ້າ​ທີ່​ຢູ່​ເມືອງ Gevgelija ມີ 44 ​ເປີ​ເຊັນ. ​ໃນ​ເດືອນກັນຍາ ​ແມ່ນມີ​ຢູ່ 36
ເປີ​ເຊັນ.ພວ​ກ​ເຮົາ​ຍັງ​ໄດ້​ຕິດ​ຕາມ​ໂຕ​ເລກ​ຂອງ​ພວກ​ເດັກນ້ອຍ​ໃນ​ເດືອນ​ມິຖຸນາ ຖ້າ​
ຫາກ​ພວກ​ເຮົາ​ກັບ​ຄືນໄປເບິ່ງຄືນ​ເຮົາຈະເຫັນວ່າ ໜຶ່ງ​ໃນ​ຈຳນວນ 10 ຄົນ​ທີ່​ໄດ້​ລົງ ທະບຽນແມ່ນ​ເດັກນ້ອຍ. ຂໍ້​ມູນສຳ​ລັບ​ເດືອນ​ຕຸລາ​ແມ່ນ​ໜຶ່ງ​ຢູ່​ໃນ​ສາມ.

ທ່ານ​ນາງ Poirier ຮ້​ອງວ່າ ວິ​ກິດ​ການເດັກນ້ອຍ. ທ່ານ​ນາງ​ໃຫ້ຂໍ້ສັງເກດ​ວ່າ ພວກ​ເດັກ
ນ້ອຍ 190,000 ​ຄົນ ​ໃນນັ້ນ​ແມ່ນມີເດັກນ້​ອຍ 700 ຄົນໃນແຕ່ລະ​ມື້ ທີ່​ຊອກຫາ​ການ​ລີ້​ໄພ​
ໃນ​ຢູ​ໂຣບທີ່​ມີ​ໃນ​ປີ​ນີ້.

ທ່ານ​ນາງ​ກ່າວ​ວ່າ ອາດ​ມີຮ່ອງ​ຮອຍ​ເສັ້ນທາງ​ໃໝ່​ໄປ​ສູ່​ຢູ​ໂຣບທີ່​ໂພ່ຂື້ນ​ມາ. ທ່ານ​ນາງ​ກ່າວ
​ວ່າ ການ​ເພີ່້​ມຈຳນວນ​ຄົນ​ໃນ Turkey ແມ່ນບໍ່​ໄດ້​ຜ່ານ​ການ​ຂ້າມ​ນໍ້າ. ​ແທນ​ທີ່ຈະເປັນແນວ
ນັ້ນ ​ເຂົາ​ເຈົ້າ​ເຂົ້າ​ຜ່ານ ນະຄອນ Istanbul ​ໂດຍ​ທາງ​ລົດ​ໃນໜ້່າດິນ​ໄປ​ສູ່ ປະ​ເທດ
Bulgaria.

​ແຕ່​ວ່າ ທ່ານ​ນາງ ​ເຕືອນວ່າ ​ຊາວ​ອົບ​ພະຍົບຈະ​ບໍ່​ຖືກ​ຕ້ອນຮັບ​ຢ່າງ​ອົບ​ອຸ່່ນ​ຢູ່​ທີ່​ນັ້ນ. ທ່ານ
​ນາງ​ກ່າວ​ວ່າ ມີລາຍ​ງາ​ນເວົ້າວ່າ​ ຊາ​ວອົບ​ພະຍົບ ​ໄດ້ຖືກ​ນຳ​ໄປ​ຄຸມຂັງ ​ແລະ​ຕຳຫລວດ
Bulgary ກໍ​ໄດ້ເອົາບົດບາດໜັກກັບພວກເຂົາເຈົ້າ.

The U.N. Children’s Fund said it sees no sign that migrant flows into Europe are slowing down, and said the number of refugees making the perilous journey across the Mediterranean Sea is increasing despite worsening weather conditions.

Marie-Pierre Poirier, UNICEF refugee and migrant crisis chief in Europe, spent a week tracking the migrant flow along the so-called Balkan route.

Poirier said she followed the migrants as they moved from the former Yugoslav republic of Macedonia, at the border with Greece, to Serbia and Croatia.

She described the journey as utterly exhausting and fearful, especially for the children, adding people along the route told her they were risking their lives in choppy seas to come to Europe because smugglers' prices had been reduced.

“It looked like smugglers, because of rough weather and possibly more difficulties, are giving a discount to anybody so as to keep the numbers up," Poirier said.

Smugglers' prices fall

Prices reportedly have fallen from a high of $5,000 to a little over $1,000 for a family. As a consequence of these bargain rates, the migrant flows to Europe appears to be unstoppable — at least for now.

Macedonian authorities said the number of people they have registered in October is double that of September. Poirier added there also has been an increase in the proportion of women and children among the population on the move.

“We were talking of one-third. The data for October as registered by the authorities in Gevgelija (Macedonia) is 44 percent. In September, it was 36. ... We are also tracking the number of children. … In June, if we go back, one of 10 of the people registered was a child. The data for October is one in three," she said.

Poirier called the migration a crisis for children. She noted 190,000 children — 700 children every day -- have sought asylum in Europe so far this year.

She said there are signs new routes to Europe are emerging. She said an increasing number of people in Turkey are not going across the water. Instead, they are going through Istanbul on the land road to Bulgaria.

But, Poirier warned migrants are unlikely to receive a warm welcome there. She said migrants reportedly are being put in detention and the Bulgarian police are taking a harsh position.

XS
SM
MD
LG