ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ໃນວັນພະຫັດວານນີ້ “ໄດ້ທຳການ
ປະນາມຢ່າງແຮງ” ຕໍ່ການທົດລອງລູກ ສອນໄຟຂີປະນາວຸດຂອງເກົາຫລີເໜືອເມື່ອ
ໄວໆມານີ້ໂດຍຖິ້ມໂທດໃສ່ພຽງຢາງວ່າ “ເປັນຜູ້ເພີ່ມຄວາມເຄັງຕຶງຢູ່ໃນຂົງເຂດແລະ
ໄກອອກໄປກວ່ານັ້ນ.”
ໃນວັນເສົາແລ້ວນີ້ ເກົາຫຼີເໜືອໄດ້ພະຍາຍາມ ແຕ່ບໍ່ປະສົບຜົນສຳເລັດ ໃນການຍິງ
ລູກສອນໄຟລູກນຶ່ງ ຈາກຖານທັບເຮືອດຳນ້ຳ ທີ່ເມືອງຊິນໂປ ທາງຝັ່ງທະເລ ກ້ຳຕາ
ເວັນອອກຂອງຕົນ ໃນການທົດລອງລູກສອນໄຟ ເທື່ອຫລ້າສຸດ ທີ່ມີມາ ເປັນລຳດັບ
ອັນເປັນການລະເມີດການລົງໂທດຂອງສະຫະລັດປະຊາຊາດຕໍ່ເກົາຫຼີເໜືອນັ້ນ.
ໃນຖະແຫລງການ ຢ່າງເປັນເອກກະສັນນັ້ນ ບັນດາປະເທດສະມາຊິກຂອງສະພາ
ຄວາມໝັ້ນຄົງ ໄດ້ສະແດງ “ຄວາມເປັນຫ່ວງທີ່ສຸດ” ກ່ຽວກັບ “ການກະທຳທີ່ສ້າງ
ຄວາມບໍ່ທຸ່ນທ່ຽງ ພ້ອມທັງເປັນການລະເມີດ ຢ່າງເປີດແປນ ແລະທ້າທາຍ” ຂອງ
ພຽງຢາງ ຕໍ່ການລົງໂທດຂອງສະຫະປະຊາຊາດ.
ຖະແຫຼງການກ່າວຕໍ່ໄປວ່າ “ບັນດາປະເທດສະມາຊິກ ຂອງສະພາຄວາໝັ້ນຄົງມີ
ຄວາມເຫັນພ້ອມນຳກັນວ່າຈະສືບຕໍ່ຕິດຕາມເບິ່ງສະຖານະການຢ່າງໃກ້ຊິດ ແລະ
ເອົາມາດຕະການທີ່ສຳຄັນຕື່ມ ຮວມທັງການລົງໂທດທີ່ສອດຄ່ອງກັບການຕັດສິນ
ໃຈຂອງທາງສະພາທີ່ໄດ້ສະແດງອອກກ່ອນໜ້ານີ້.”
ນອກນັ້ນ ຖະແຫຼງການຍັງໄດ້ສະແດງຄວາມຍິນດີ ໃນການດຳເນີນຄວາມພະຍາ
ຍາມຂອງນາໆຊາດ ເພື່ອຊອກຫາ “ການແກ້ໄຂແບບສັນຕິ ແລະຮອບດ້ານ ໂດຍ
ຜ່ານການເຈລະຈາ.”
ຖະແຫຼງການ ຂອງສະພາຄວາມໝັ້ນຄົງ ມີຂຶ້ນໃນຂະນະທີ່ລັດຖະບານສະຫະລັດ
ຂອງປະທານາທິບໍດີດໍໂນລ ທຣຳໄດ້ໃຫ້ສັນຍານວ່າ ຕົນໃກ້ຈະໝົດຄວາມອົດທົນ
ກັບເກົາຫຼີເໜືອແລ້ວທີ່ຍັງສືບຕໍ່ພັດທະນາໂຄງການອາວຸດນິວເຄລຍແລະລູກສອນ
ໄຟຂີປະນາວຸດ.
ໃນລະຫວ່າງ ການໄປຢ້ຽມຢາມຊາຍແດນເກົາຫຼີເໜືອ ໃນອາທິດນີ້ ຮອງປະທານາ
ທິບໍດີ Mike Pence ໄດ້ປະກາດວ່າ ຍຸດທະສາດແຫ່ງຄວາມອົດທົນຂອງວໍຊິງຕັນ
ຕໍ່ເກົາຫຼີເໜືອນັ້ນ ແມ່ນສິ້ສຸດລົງແລ້ວ.