ແຜ່ນດິນໄຫວສອງເທື່ອ ທີ່ບໍ່ກ່ຽວຂ້ອງກັນ ໄດ້ສ້າງຄວາມສັ່ນສະເທືອນໃຫ້ແກ່ ລັດຄາລິ
ຟໍເນຍ ຢູ່ໃນໄລຍະ 12 ຊົ່ວໂມງກວ່າໆ ຫ່າງກັນ.
ແຜ່ນດິນໄຫວ ທີ່ມີຄວາມແຮງແທກໄດ້ 4.7 ໄດ້ສ້າງຄວາມສັ່ນສະເທືອນໃຫ້ແກ່ຂົງເຂດ
ພູຜາທີ່ສອກຫລີກ ຢູ່ທາງພາກກາງລັດຄາລິຟໍເນຍ 25 ກິໂລແມັດ ທາງພາກຕາເວັນ
ອອກສຽງໃຕ້ ຂອງເມືອງໂຮລິສເຕີ (Hollister) ຢູ່ໃນຕອນບ່າຍວັນອັງຄານວານນີ້.
ແຜ່ນດິນໄຫວຄັ້ງທີສອງທີ່ມີຄວາມແຮງ 4.5 ໄດ້ເກີດຂຶ້ນຢູ່ໃກ້ເມືອງ Pleasant Hill
ທາງພາກຕາເວັນອອກສຽງເໜືອຂອງນະຄອນແຊນແຟຣນຊິສໂກ.
ເຖິງແມ່ນວ່າໄດ້ເກີດຂຶ້ນ ຫ່າງກັນເປັນເວລາສັ້ນໆກໍຕາມ ແຜ່ນດິນໄຫວທັງສອງແມ່ນ
ມີຈຸດກາງທີ່ຫ່າງໄກຈາກກັນຫຼາຍ ທີ່ຈະພົວພັນກັນໄດ້ ອີງຕາມນັກທໍລະນີວິທະຍາ
ທ່ານາງລູຊີ ໂຈນສ໌ ກ່າວຢູ່ໃນທວິດເຕີ.
ແຜ່ນດິນໄຫວທັງສອງເກີດຂຶ້ນພຽງສາມມື້ ກ່ອນວັນຄົບຮອບ 30 ປີ ຂອງນຶ່ງໃນແຜ່ນ
ດິນໄຫວ ທີ່ຮ້າຍແຮງທີ່ສຸດໃນປະຫວັດສາດ ຢູ່ເຂດອ່າວຫຼື Bay Area ຂອງນະຄອນ
ແຊນແຟຣນຊິສໂກ. ໃນປີ 1989 ແຜ່ນດິນໄຫວ ທີ່ມີຄວາມແຮງ 6.9 ໃນເຂດໂລມາ
ປຣິແອັດຕາ (Loma Prieta) ເຮັດໃຫ້ມີຜູ້ເສຍຊີວິດ 69 ຄົນ ແລະໄດ້ຮັບບາດເຈັບ
ຫຼາຍພັນຄົນ.
Two unrelated earthquakes have rattled California in a little more than a 12-hour period.
A magnitude-4.7 earthquake hit a remote mountainous region in central California, 25 kilometers southeast of Hollister, just after noon on Tuesday.
It followed a 4.5 magnitude temblor near Pleasant Hill, northeast of San Francisco, late Monday.
Despite having occurred within a short time of each other, the quakes were centered too far apart to have been related, seismologist Lucy Jones said on Twitter.
Today's M4.8 near Hollister is too far from yesterday's M4.5 to be connected. When we look for patterns between quakes at long distances, we see triggering for ~3x length of the fault. The fault length in a M4.5 is less than 1 km.
— Dr. Lucy Jones (@DrLucyJones) October 15, 2019
The quakes come just three days before the 30th anniversary of one of the deadliest in San Francisco Bay Area history. In 1989, the 6.9-magnitude Loma Prieta earthquake killed 69 people and injured thousands.