ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ສະຫະລັດ ເຕື່ອນວ່າການລົງປະຊາມະຕິ ອາດຈະ ບໍ່ເປັນທີ່ 'ເຊື່ອຖືໄດ້'


ພວກສະໜັບສະໜູນ ສະແດງການຮ້ອງລຳທຳເພງ ໃນຂະນະທີ່ ປະທານາທິບໍດີ ຊູດານ ທ່ານ Omar al-Bashir ກ່າວຄຳປາໄສ ຕໍ່ຝຸງຊົນ ໃນລະຫວ່າງ ການໂຮມຊຸມນຸມ ເພື່ອໂຄສະນາສ້າງສັນຕິພາບໃນເມືອງ Zalingei ຢູ່ທີ່ Darfur, ວັນທີ 3 ເມສາ 2016.
ພວກສະໜັບສະໜູນ ສະແດງການຮ້ອງລຳທຳເພງ ໃນຂະນະທີ່ ປະທານາທິບໍດີ ຊູດານ ທ່ານ Omar al-Bashir ກ່າວຄຳປາໄສ ຕໍ່ຝຸງຊົນ ໃນລະຫວ່າງ ການໂຮມຊຸມນຸມ ເພື່ອໂຄສະນາສ້າງສັນຕິພາບໃນເມືອງ Zalingei ຢູ່ທີ່ Darfur, ວັນທີ 3 ເມສາ 2016.

ກະຊວງການຕ່າງປະເທດ ສະຫະລັດ ສະແດງ “ຄວາມກັງວົນຢ່າງສູງ” ກ່ຽວກັບການລົງ ປະຊາມະຕິທີ່ສຳຄັນ ຂອງປະເທດຊູດານ ໃນສັບປະດາໜ້ານີ້ ເພື່ອຕັດສິນອະນາຄົດ ທາງ ດ້ານການເມືອງ ຂອງຂົງເຂດ Darfur ທີ່ສົງຄາມປົ່ນປີ້ຍໍ່າຍີນັ້ນ.

ວັນທີ 11 ຫາ 13 ເມສາ ນີ້ ຈະມີການລົງຄະແນນສຽງເພື່ອຕັດສິນວ່າ ຈະເຕົ້າໂຮມ 5 ລັດ ຢູ່ໃນຂົງເຂດດັ່ງກ່າວເຂົ້າກັນຫຼືບໍ່-ອັນເປັນຄວາມຮຽກຮ້ອງຕ້ອງການອັນຍາວນານ ຂອງ ພວກກະບົດ ທີ່ຢາກຈະຄວບຄຸມດ້ວຍຕົນເອງຫຼາຍຂຶ້ນ ຈາກລັດຖະບານ Khartoum.

ຖະແຫລງການສະຫະລັດ ສະບັບນຶ່ງ ຂອງເສົາວານນີ້ ກ່າວວ່າ ຖ້າການລົງຄະແນນສຽງ ແມ່ນຈັດຕັ້ງຂຶ້ນພາຍໃຕ້ການປົກຄອງໃນປັດຈຸບັນ ແລະ ໃນສະພາບການທີ່ມີຢູ່ ມັນກໍຈະ ບໍ່ສາມາດຖືໄດ້ ວ່າເປັນ “ການສະແດງອອກທີ່ເຊື່ອຖືໄດ້” ຂອງຄວາມຕ້ອງການ ຂອງ ພວກ ປ່ອນບັດອອກສຽງ ແລະ ຈະເປັນ “ບ່ອນທຳລາຍ ຂະບວນການສັນຕິພາບ ທີ່ ດຳເນີນການຢູ່ ໃນເວລານີ້” ຢູ່ໃນຂົງເຂດ.

ພວກກະບົດຊົນເຜົ່າກຸ່ມນ້ອຍ ໄດ້ສູ້ລົບກັບກຳລັງລັດຖະບານ ນັບຕັ້ງແຕ່ ປີ 2003 ກ່າວ ວ່າ ການຕໍ່ສູ້ກັນຢ່າງຕໍ່ເນື່ອງ ຈະຂົ່ມຂູ່ພວກທີ່ອາດເປັນຜູ້ທີ່ອອກສຽງ ແລະ ເຮັດໃຫ້ພວກ ເຂົາທໍ້ໃຈທີ່ຈະອອກມາປ່ອນບັດ.

ເຖິງຢ່າງໃດກໍຕາມ ປະທານາທິບໍດີ Omar al-Bashir ຂອງຊູດານ ຜູ້ທີ່ສານອາຍາສາກົນ ຕ້ອງການຕົວ ໃນຂໍ້ກ່າວຫາ ທຳສົງຄາມອາຊະຍາກຳ ກໍສືບຕໍ່ຢືນຢັດວ່າ ສະພາບການ ແມ່ນ ທຸ່ນທ່ຽງພໍທີ່ຈະຈັດຕັ້ງການລົງປະຊາມະຕິໄດ້.

ບັນດານັກວິເຄາະ ກ່າວວ່າ ຜົນທີ່ຈະອອກມາ ແມ່ນຄືວ່າຈະເຂົ້າຂ້າງ ລະບົບ 5 ລັດ ທີ່ມີຢູ່ ໃນປັດຈຸບັນ ຊຶ່ງພວກຕຳນິຕິຕຽນ ກ່າວວ່າ ຈະໃຫ້ການຄວບຄຸມ ພື້ນທີ່ ທີ່ແຍກອອກໄປ ຈາກຂົງເຂດທີ່ລັດຖະບານ Khartoum ຫຼາຍຂຶ້ນ.

ຂໍ້ກ່າວຫາຕ່າງໆ ຕໍ່ ທ່ານ Bashir ແມ່ນມາຈາກບັນຫາຂັດແຍ້ງ ໄລຍະ 13 ປີ ຢູ່ໃນຂົງ ເຂດ Darfur ຊຶ່ງ ອົງການສະຫະປະຊາຊາດ ກ່າວວ່າ ໄດ້ສັງຫານ 300,000 ຄົນ ແລະ ໄດ້ຂັບດັນໃຫ້ ອີກ 2 ລ້ານ 6 ແສນຄົນ ໜີອອກຈາກບ້ານເກີດເມືອງນອນ ຂອງພວກເຂົາເຈົ້າ.

ອ່ານຂ່າວ ເລື່ອງນີ້ ເປັນພາສາອັງກິດ

XS
SM
MD
LG