ກອງທັບເຮືອສະຫະລັດທີ່ແລ່ນຜ່ານອ່າວເປີເຊຍໄດ້ຖືກບັງຄັບໃຫ້ຍິງປືນແລະລູກໄຟຂຶ້ນ ເຕືອນຫຼັງຈາກເຮືອໄວຂອງອີຣ່ານໄດ້ແລ່ນເຂົ້າມາໃກ້ໆ ອີງຕາມຄຳຖະແຫຼງຂອງທຳນຽບ ຫ້າແຈ.
ໃນເຫດການທີ່ເກີດຂຶ້ນ ໃນມື້ວັນພຸດຜ່ານມານີ້ ກຳປັ່ນລາດຕະເວນ Squall ໄດ້ຍິງປືນເຕືອນ 3 ລູກລົງໃສ່ນ້ຳໃນທິດທາງຂອງເຮືອໄວອີຣ່ານ ທີ່ພວມແລ່ນເຂົ້າມາໃກ້ໆກຳປັ່ນຂອງສະຫະລັດອີກລຳນຶ່ງ.
ທ່ານ Peter Cook ໂຄສົກຂອງທຳນຽບຫ້າແຈກ່າວຕໍ່ພວກນັກຂ່າວໃນວັນພະຫັດວານ ນີ້ວ່າ ເຮືອໄວຂອງອີຣ່ານ ໄດ້ແລ່ນເຂົ້າມາໃກ້ໆໃນລັດສະໝີ 182 ແມັດຫ່າງຈາກກຳປັ່ນ Tempest ແລະບໍ່ໄດ້ເອົາຫົວຊາຕໍ່ການເຕືອນທາງວິທະຍຸຕິດຕໍ່ລະຫວ່າງກຳປັ່ນຫາກຳປັ່ນແລະການຍິງລູກໄຟເຕືອນ. ແຕ່ໃນທີ່ສຸດເຮືອເຫຼົ່ານັ້ນກໍໄດ້ອ່ວຍໜ້າໜີໄປ.
ທ່ານ Cook ກ່າວວ່າ “ນີ້ແມ່ນເຫດການທີ່ພວກລູກເຮືອເຫັນວ່າບໍ່ມີຄວາມປອດໄພ. ເຫດ ການເຫຼົ່ານີ້ແມ່ນມີຄວາມສ່ຽງໃນການທີ່ຈະເພີ້ມຄວາມເຄັ່ງຕຶງ ແລະພວກເຮົາບໍ່ປະສົງ ທີ່ຈະເພີ້ມທະວີຄວາມເຄັ່ງຕຶງໃດໆ. ກຳປັ່ນຂອງພວກເຮົາແມ່ນໄດ້ປະຕິບັດງານຢູ່ໃນຂົງເຂດດັ່ງກ່າວຂອງໂລກມາໄດ້ຫຼາຍປີແລ້ວ.”
ເຮືອໄວຂອງອີຣ່ານ ທີ່ຮາວີລົບກວນກຳປັ່ນ Tempest ຂອງສະຫະລັດນີ້ ຍັງໄດ້ແລ່ນຕັດໜ້າກຳປັ່ນ Stout ຂອງສະຫະລັດ 3 ເທື່ອດ້ວຍຄວາມໄວສູງ ໃນວັນພຸດວານນີ້ ຢູ່ໃນເຂດນ່ານນ້ຳດຽວກັນ ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ສະຫະລັດ.
ເຫດການດັ່ງກ່າວນີ້ແມ່ນພົວພັນກັບພວກເຮືອໄວຂອງອີຣ່ານ ແລະສ່ວນນຶ່ງຂອງກອງທັບເຮືອທີ 5 ສະຫະລັດ ໃນໄລຍະເວລາຫລາຍໆມື້. ນອກຈາກກຳປັ່ນລາດຕະເວນ Squall ແລະ Tempest ແລ້ວ ກຳປັ່ນລົບອີກ 2 ລຳຂອງສະຫະລັດຄືກຳປັ່ນ Nitze ແລະ Stout ກໍມີສ່ວນຳພົວພັນນຳເຊັ່ນດຽວກັນ.
ທ່ານ William Urban ໂຄສົກກອງທັບເຮືອທີ 5 ຂອງສະຫະລັດ ກ່າວວ່າ ເຮືອໄວຂອງ ອີຣ່ານທີ່ແລ່ນສົ່ງສຽງລົບກວນກຳປັ່ນ Nitze ນັ້ນແມ່ນບໍ່ໄດ້ເອົາຫົວຊາຕໍ່ການສົ່ງວິທະຍຸ ເປົ່າໝາກຫວີດແລະຍິງລູກໄຟເຕືອນຫຼາຍໆຄັ້ງ. ທ່ານກ່າວເຖິງ ການກະທຳຂອງອີຣ່ານ ວ່າ “ບໍ່ປອດໄພ ແລະບໍ່ແມ່ນມືອາຊີບແລະກໍບໍ່ແມ່ນການປະຕິບັດຕາມປົກກະຕິ.”