ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດອາເມລິກາ ໄດ້ມອບຄອມພິວເຕີ້ ໃຫ້ກັບ ສປປ ລາວ ເພື່ອສະໜັບສະໜູນການເປັນປະທານກອງປະຊຸມອາຊຽນ


ເອກອັກຄະລັດຖະທູດສະຫະລັດ ປະຈຳ ສປປ ລາວ, ທ່ານນາງ ແຮັດເຕີ ວາເຣຍອາວາ ມອບຄອມພິວເຕີໃຫ້ ທ່ານຈະຕຸລົງ ບົວສີສະຫວັດ, ຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດ
ເອກອັກຄະລັດຖະທູດສະຫະລັດ ປະຈຳ ສປປ ລາວ, ທ່ານນາງ ແຮັດເຕີ ວາເຣຍອາວາ ມອບຄອມພິວເຕີໃຫ້ ທ່ານຈະຕຸລົງ ບົວສີສະຫວັດ, ຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດ

ລັດຖະບານສະຫະລັດ ໄດ້ມອບຄອມ ພິວເຕີຈຳນວນ 50 ໜ່ວຍ, ມູນຄ່າຫຼາຍກວ່າ 145,000 ໂດລາ ໃຫ້ກະ ຊວງການຕ່າງປະເທດ ເພື່ອຊຸກຍູ້ສົ່ງເສີມການເປັນປະທານອາຊຽນຂອງ ສປປ ລາວ, ໃນພິທີທີ່​ຖືກ​ຈັດ​ຂຶ້ນ​ເມື່ອ​ວັນທີ 6 ພຶດສະພາ ທີ່​ຜ່ານ​ມາ.

ເອກອັກຄະລັດຖະທູດສະຫະລັດ ປະຈຳ ສປປ ລາວ, ທ່ານນາງ ແຮັດເຕີ ວາເຣຍອາວາ ໄດ້ມອບຄອມພິວເຕີໃຫ້ກັບ ທ່ານ ຈະຕຸລົງ ບົວສີສະຫວັດ, ຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດ.

“ສະຫະລັດ ໄດ້ຮັບຮູ້ເຖິງຄວາມຍິ່ງໃຫຍ່ຂອງວາລະກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມຕ່າງໆທີ່ ສປປ ລາວ ຈະຈັດຂຶ້ນພາຍໃນປີ 2024 ນີ້” ກ່າວໂດຍ ທ່ານທູດ ວາເຣຍອາວາ. “ພວກເຮົາປະທັບໃຈຫຼາຍທີ່ໄດ້ໂອກາດເຮັດວຽກຮ່ວມກັບບັນດາປະເທດຄູ່ ເຈລະຈາຂອງອາຊຽນ ແລະ ແຂກຮັບເຊີນອື່ນໆ, ມີສ່ວນຮ່ວມຊ່ວຍ ສປປ ລາວໃນຄວາມພະຍາຍາມເປັນປະທານອາຊຽນ ໂດຍມຸ້ງເນັ້ນໃສ່ໃນຫົວຂໍ້ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງຂອງອາຊຽນ” ໃຫ້ກັບບັນ ດາປະເທດສະມາຊິກອາຊຽນ.

ສະຫະລັດ ໄດ້ມີຄວາມມຸ້ງໝັ້ນຕໍ່ສູນກາງອາຊຽນ, ອິນໂດ-ປາຊີຟິກ ທີ່ເສລີ ແລະ ເປີດກວ້າງ, ແລະ ໄດ້ສະໜັບສະໜູນດ້ານຄວາມປອດໄພ ແລະ ຄວາມຈະເລີນຮຸ່ງເຮືອງຂອງບັນດາປະເທດຄູ່ຮ່ວມມື.

ການມອບອຸປະກອນໃນຄັ້ງນີ້ແມ່ນເປັນສ່ວນໜຶ່ງຂອງຄວາມໝາຍໝັ້ນອັນຍາວ ນານ ແລະ ລັດຖະບານສະຫະລັດ ຍັງຈະສືບຕໍ່​ດຳ​ເນີນ​ການ​ເຈ​ລະ​ຈາ​ໃໝ່​ ແລະ​ ຊຸກ​ຍູ້​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງຢູ່​ພາກ​ພື້ນ​ທີ່​ສຳ​ຄັນແຫ່ງ​ນີ້. ສະຫະລັດ ໄດ້ຢືນຢູ່ ຮ່ວມກັບອາຊຽນເພື່ອຊຸກຍູ້ສົ່ງເສີມສິດທິມະນຸດ, ລະບຽບກົດໝາຍ ແລະ ການປົກຄອງທີ່ດີ.

ອ່ານຂ່າວເປັນພາສາອັງກິດຂ້າງລຸ່ມນີ້:

VIENTIANE, LAO PDR – The U.S. Government provided 50 laptops worth more than $145,000 to the Lao Ministry of Foreign Affairs in support of Laos’s ASEAN chair year during a ceremony on May 6, 2024.

U.S. Ambassador to Lao PDR, Heather Variava, presented the laptops to Chatoulong Bouasisavath, Director General ASEAN Department, Ministry of Foreign Affairs.

“The United States recognizes the extensive ASEAN schedule of summits and meetings the Lao PDR is organizing throughout 2024,” said Ambassador Variava. “We appreciate the opportunity to work alongside ASEAN’s dialogue partners and other invited guests, contributing to Lao PDR’s efforts for a successful Chair Year focused on the theme of “Enhancing Connectivity and Resilience” for all ASEAN member states.”

The United States is committed to ASEAN centrality, a free and open Indo-Pacific, and to supporting the security and prosperity of our partners. This donation is part of that long-standing commitment, and the U.S. Government will continue to pursue new avenues of dialogue and drive inclusive prosperity in this critical region. The United States stands resolutely with ASEAN to promote respect for human rights, the rule of law, and good governance.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG