ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາເມຣິກາ ມອບການຊ່ວຍເຫຼືອມູນຄ່າ 75,000 ໂດລາ ໃຫ້ແກ່ສປປ ລາວ ເພື່ອຮັບມືກັບພະຍາດມາລາເລຍ


ທ່ານ ເຄວິນ ສະມິດ, ຮັກສາການຜູ້ຕາງໜ້າອົງການ USAID, ໄດ້ມອບມຸ້ງເຄືອບຢາ ແລະ ຢາຕ້ານພະຍາດມາລາເລຍ ໃຫ້ແກ່ ທ່ານ ດຣ. ພອນປະດິດ ຊ່າງໄຊຍະລາດ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ເຊິ່ງພິທີມອບ-ຮັບໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນວັນທີ 24 ມິຖຸນາ.
ທ່ານ ເຄວິນ ສະມິດ, ຮັກສາການຜູ້ຕາງໜ້າອົງການ USAID, ໄດ້ມອບມຸ້ງເຄືອບຢາ ແລະ ຢາຕ້ານພະຍາດມາລາເລຍ ໃຫ້ແກ່ ທ່ານ ດຣ. ພອນປະດິດ ຊ່າງໄຊຍະລາດ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ເຊິ່ງພິທີມອບ-ຮັບໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນວັນທີ 24 ມິຖຸນາ.

ອົງການພັດທະນາສາກົນປະເທດສະຫະລັດອາເມຣິກາ ຫຼຶ USAID ໄດ້ມອບມຸ້ງເຄືອບຢາ ຈໍານວນ 30,000 ດາງ ແລະ ຢາຕ້ານພະຍາດມາລາເລຍ 150,000 ເມັດ ລວມມູນຄ່າ 75,000 ໂດລາສະຫະລັດ ໃຫ້ແກ່ກະຊວງສາທາລະນະສຸກ.

ທ່ານ ເຄວິນ ສະມິດ, ຮັກສາການຜູ້ຕາງໜ້າອົງການ USAID, ໄດ້ມອບອຸປະກອນດັ່ງກ່າວໃຫ້ແກ່ ທ່ານ ດຣ. ພອນປະດິດ ຊ່າງໄຊຍະລາດ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ເຊິ່ງພິທີມອບ-ຮັບໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນວັນທີ 24 ມິຖຸນາ ທີ່ຜ່ານມາ. ການຊ່ວຍເຫຼືອດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກອົງການ USAID ໂດຍຜ່ານ ໂຄງການລິເລີ່ມມາລາເລຍຂອງປະທານາທິບໍດີສະຫະລັດອາເມຣິກາ ຫຼື President’s Malaria Initiative (USAID/PMI). ມຸ້ງເຫຼົ່ານີ້ຈະໄດ້ຖືກແຈກຢາຍໃຫ້ແກ່ປະຊາຊົນໃນເຂດຫ່າງໄກສອກຫຼີກ, ໂດຍສະເພາະແມ່ນບ່ອນທີ່ຍັງພົບຜູ້ຕິດເຊື້ອມາລາເລຍສູງ. ຢາຕ້ານມະລາເລຍແມ່ນຈະຖືກແຈກຢາກໄປຕາມໂຮງໝໍຕ່າງໆ.

ໂດຍການສະໜັບສະໜູນຈາກ ສະຫະລັດອາເມຣິກາ, ອຸປະກອນເຫຼົ່ານີ້ຈະປະກອບສ່ວນໃຫ້ແກ່ໂຄງການ ຂອງກະຊວງສາທານະສຸກ ເພື່ອຮັບມືກັບພະຍາດມາລາເລຍ ແລະ ເພື່ອການລົບລ້າງການແຜ່ລະບາດຂອງພະຍາດມາລາເລຍພາຍໃນປີ 2030.

ທ່ານ ດຣ. ເຄວິນ ກ່າວວ່າ: ການສະໜັບສະໜູນທາງດ້ານສາທາລະນະສຸກຂອງພວກເຮົາແມ່ນສ່ວນສຳຄັນພາຍໃຕ້ກອບການຮ່ວມມືແບບກວມລວມລະຫວ່າງ ສ. ອາເມຣິກາ ແລະ ສປປ ລາວ. ສ. ອາເມຣິກາ ຮູ້ສຶກພູມໃຈທີ່ໄດ້ສືບຕໍ່ຮ່ວມມືກັບລັດຖະບານສປປລາວ ແລະ ຄູ່ຮ່ວມມືວຽກງານສາທະລະນະສຸກ ໂດຍການປະກອບສ່ວນອຸປະກອນຮັກສາຊີວິດ ເພື່ອລົບລ້າງການແຜ່ລະບາດຂອງມາລາເລຍພາບໃນປີ 2030.

ພິທີມອບຮັບໃນຄັ້ງນີ້ ແມ່ນພຽງນຶ່ງໃນບັນດາຕົວຢ່າງການຊ່ວຍເຫຼືອລ້າຂອງສະຫະລັດອາເມຣິກາໃຫ້ແກ່ລັດຖະບານລາວ ໃນການ ຮັບມືກັບບັນດາພະຍາດມາລາເລຍ. ໃນໄລຍະ 12ປີ ທີ່ຜ່ານ ອົງການ USAID ໃຫ້ການຊ່ວຍເຫຼືອທາງວິຊາການ, ອຸປະກອນການແພດ ແລະ ໄດ້ມອບມຸ້ງເຄືອບຢາ ທັງໝົດ ຫຼາຍກ່ວາ 1,000,000 ດາງ, ຊຸດບົ່ງມະຕິພະຍາດຂັ້ນພື້ນຖານ ເກືອບ 1ລ້ານ ຊຸດ ແລະ ຢາຕ້ານມາລາເລຍ ລວມມູນຄ່າທັງໝົດ ປະມານ 5.4 ລ້ານໂດລາສະຫະລັດ.

ການສະໜັບສະໜູນວຽກງານພັດທະນາຂອງອົງການ USAID ໄດ້ຈັດຕັ້ງປະຕິບັດມາເປັນເວລາຫຼາຍກ່ວາ 1 ທົດສະວັດ. ການບໍລິຈາກແມ່ນນຶ່ງໃນເປົ້າໝາຍຂອງອົງການ USAID ໃນການປັບປຸງຂົງເຂດສາທາລະນະສຸກ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ. ນອກຈາກນີ້, ອົງການ USAID ຍັງໄດ້ຮ່ວມມືກັບສປປລາວໃນການຮັບມືກັບພະຍາດລະບາດ, ປັບປຸງວຽກງານແມ່ ແລະ ເດັກ ແລະ ໂພຊະນາການ ລວມໄປເຖິງການສະໜັບສະໜູນໃຫ້ແກ່ຜູ້ທີ່ມີຄວາມພິການສາມາດດຳລົງຊີວິດເຕັມສັກກະຍະພາບ.

ອ່ານຂ່າວເປັນພາສາອັງກິດຂ້າງລຸ່ມນີ້:

The U.S. Agency for International Development (USAID) presented 30,000 long-lasting insecticide-treated bed nets and 150,000 tablets of the anti-malarial drug “Primaquine 7.5mg,” with a total value of USD $75,000, to the Lao Ministry of Health.

USAID’s Acting Country Representative to Lao PDR, Dr. Kevin Smith gave the materials to the Director General of the Department of Communicable Disease Control, Dr. Phonepadith Sangsayyalath at a ceremony in Vientiane on May 24, 2024. The bed nets, funded by USAID through the U.S. President’s Malaria Initiative (PMI), will be distributed by the Lao PDR government to vulnerable families and communities most at-risk of malaria and in the greatest need of treatment. The anti-malarial drugs will be distributed to hospitals and health centers.

These donations from the United States will contribute to the Ministry of Health’s National Malaria Control Program in the fight against malaria and are part of the United States’ ongoing support to Laos in achieving its malaria elimination goal by 2030.

Presenting the donations at the handover ceremony, Dr. Smith stated, “Our health assistance is a central part of the U.S.-Lao Comprehensive Partnership. The United States is proud to continue working with the Lao PDR government and our public health partners through this contribution of life saving supplies to eliminate malaria by 2030.”

This handover is the most recent example of U.S. support to Lao PDR in combating malaria. Together with these donations, over the past 12 years USAID has provided technical assistance, supplied equipment, and distributed more than 1 million mosquito nets, nearly 1 million malaria diagnostic test kits, and anti-malarial drugs bringing the combined total amount of commodities at USD $5.4 million.

USAID’s current development assistance to Lao PDR spans more than a decade. This donation goes hand-in-hand with USAID’s focus on improving the health and livelihoods of the people of Lao PDR. Additionally, USAID has partnered with Lao PDR to fight various infectious diseases, improve maternal and child health and nutrition, and enable persons with disabilities to live to their full potential.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG