ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ສະຫະລັດ ກ່າວຫາ ເທີກີ ຊຸກຍູ້ ອຸດົມການ ອິສລາມ ຫົວຮຸນແຮງ


ທ່ານນາຍພົນ ເອຊ ອາຣ໌ ແມັກແມສເຕີ ສະແດງທ່າທີ ໃນຂະນະ
ທີ່ທ່ານຕອບຄຳຖາມ ຕໍ່ພວກນັກຂ່າວໃນກອງປະຊຸມຖະແຫຼງ
ຂ່າວ, 2 ພະຈິກ 2017.
ທ່ານນາຍພົນ ເອຊ ອາຣ໌ ແມັກແມສເຕີ ສະແດງທ່າທີ ໃນຂະນະ ທີ່ທ່ານຕອບຄຳຖາມ ຕໍ່ພວກນັກຂ່າວໃນກອງປະຊຸມຖະແຫຼງ ຂ່າວ, 2 ພະຈິກ 2017.

ສາຍພົວພັນທີ່ໄດ້ເຄັ່ງຕຶງຢູ່ແລ້ວ ລະຫວ່າງສະຫະລັດແລະເທີກີ ເບິ່ງຄືວ່າ ຈະຍິ່ງເຄັ່ງຕຶງ
ຂຶ້ນຕື່ມ ຫຼັງຈາກທີ່ເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານປະທານາທິບໍດີທຣຳໄດ້ກ່າວຫາ
ເທີກີວ່າ ເປັນຜູ້ກະຈາຍໃນອັນທີ່ທ່ານເອີ້ນວ່າ ອຸດົມການຫົວຮຸນແຮງ ອິສລາມ ໄປຍັງ
ທົ່ວໂລກ.

ທ່ານນາຍພົນ ເອຊ ອາຣ໌ ແມັກແມສເຕີ (H. R. McMaster) ທີ່ປຶກສາດ້ານ
ຄວາມປອດໄພແຫ່ງຊາດຂອງປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ
ໄດ້ກ່າວໃນວັນອັງຄານຜ່ານມານີ້ວ່າ ເທີກີໄດ້ເຂົ້າຮ່ວມກາຕາຣ໌ ໃນຖານະທີ່ເປັນ ແຫຼ່ງເງິນທຶນທີ່ສຳຄັນ ທີ່ຊ່ອຍໃນການແຜ່ຜາຍອຸດົມການຫົວຮຸນແຮງຈັດ.

ທ່ານແມັກແມສເຕີໄດ້ກ່າວ ໃນລະຫວ່າງການປາກົດຕົວທີ່ນະຄອນຫຼວງວໍຊິງຕັນ ໃນວັນອັງຄານຜ່ານມານີ້ວ່າ “ພວກເຮົາວ່າມີການເຂົ້າໄປພົວພັນຢ່າງໃຫຍ່ຂອງ
ເທີກີໃນທຸກໆແຫ່ງ ນັບແຕ່ອາຟຣິກາຕາເວັນຕົກໄປຈົນໄປເຖິງເອເຊຍອາຄະເນ.”
ທ່ານຍັງໄດ້ກ່າວເພີ່ມຕື່ມວ່າ “ເຂດບອລກັນສ໌ ແມ່ນເປັນເຂດທີ່ມີຄວາມເປັນ
ຫ່ວງທີ່ສຸດ ໃນປັດຈຸບັນນີ້.”

ທ່ານແມັກແມສເຕີ ເກືອບຈະເຖິງຂັ້ນກ່າວຫາອັງກາຣາວ່າ ໃຫ້ເງິນສະໜັບສະໜູນ​ແກ່ກຸ່ມກໍ່ການຮ້າຍທັງຫຼາຍ. ແຕ່ກັບສະແດງຄວາມເປັນຫ່ວງວ່າ ເທີກີ ແມ່ນໄດ້
ເດີນຕາມຮອຍຂອງຊາອຸດີ ອາຣາເບຍ ໃນຊຸມປີ 1970 ແລະໃນຫວ່າງມໍ່ໆມານີ້
ກາຕາຣ໌ ໂດຍໃຫ້ທຶນສະໜັບສະໜູນແກ່ກຸ່ມຕ່າງໆ ທີ່ຊ່ວຍສ້າງເງື່ອນໄຂເອື້ອອຳ
ນວຍໃຫ້ກຸ່ມກໍ່ການຮ້າຍຈະເລີນງອກງາມ.

“ພວກເຮົາ ບໍ່ໄດ້ສົນໃຈພຽງພໍ ຕໍ່ອຸດົມການທີ່ຮຸນແຮງ ທີ່ໄດ້ລຸ້ດໜ້າ ຜ່ານທາງຜ້າ
ຄຸມໜ້າ ຫຼືໂບດແລະໃນອັນທີ່ເອີ້ນວ່າການກຸສົນ ທີ່ກວ້າງຂຶ້ນຫຼາຍນັ້ນ,
” ຊຶ່ງທ່ານກ່າວໄວ້.

ກອງກຳລັງ YPG ຂອງຊາວເຄີດ ແລ່ນຂ້າມຖະໜົນໃນເມືອງຣັກກາ, ຊີເຣຍ, 3 ກໍລະກົດ 2017.
ກອງກຳລັງ YPG ຂອງຊາວເຄີດ ແລ່ນຂ້າມຖະໜົນໃນເມືອງຣັກກາ, ຊີເຣຍ, 3 ກໍລະກົດ 2017.

ກະຊວງການຕ່າງປະເທດຂອງເທີກີ ໄດ້ກ່າວຕ້ອງຕິການໃຫ້ຄວາມເຫັນຂອງທ່ານ
ແມັກແມສເຕີ ໃນວັນພຸດວານນີ້ ໂດຍເອີ້ນຄວາມເຫັນພວກນັ້ນວ່າ “ຕົກໃຈ, ບໍ່ມີພື້ນຖານ ແລະເປັນທີ່ຮັບເອົາບໍ່ໄດ້.”

ກະຊວງການຕ່າງປະເທດເທີກີກ່າວຢູ່ໃນຖະແຫຼງການວ່າ “ພວກເຮົາຄາດວ່າ ສະ ຫະລັດ ຊຶ່ງພວກເຮົາຍັງຖືວ່າເປັນເພື່ອນ ແລະພັນທະມິດຂອງພວກເຮົາຢູ່, ການທີ່ໄດ້ສະແດງ
ອອກຊຶ່ງທ່າທີແບບດຽວກັນຕໍ່ປະເທດຂອງພວກເຮົາ, ທີ່ຈະຍຸຕິທຸກໆຮູບແບບຂອງການ
ຮ່ວມມື ກັບກຸ່ມກໍ່ການຮ້າຍຕ່າງໆ ເຊັ່ນກຸ່ມ ວາຍພີຈີ (YPG) ແລະໃຫ້ການສະໜັບ
ສະໜຸນທີ່ເປັນຮູບປະທຳ ແລະມີປະສິດທິຜົນ ໃນການຕໍ່ສູ້ຂອງພວກເຮົາທີ່ດຳເນີນຢູ່ນັ້ນ ເພື່ອຕໍ່ຕ້ານພວກກໍ່ການຮ້າຍ ແລະກຸ່ມຫົວຮຸນແຮງຈັດ,”

ສາຍພົວພັນລະຫວ່າງສະຫະລັດ ແລະເທີກີ ໄດ້ເຄັ່ງຕຶງຂຶ້ນ ສ່ວນນຶ່ງ ກໍຍ້ອນວ່າ
ວໍຊີງຕັນສະໜັບສະໜຸນກຸ່ມວາຍພີຈີ ຊຶ່ງແມ່ນກຸ່ມທະຫານບ້ານຊາວເຄີດ ທີ່ໄດ້ຊ່ອຍ
ຕໍ່ສູ້ກັບກຸ່ມລັດອິສລາມໃນຊີເຣຍ. ອັງກາຣາ ກ່າວວ່າ ກຸ່ມວາຍພີຈີ ແມ່ນມີ ຄວາມສຳພັນ
ກັບພັກແຮງງານຊາວເຄີດ ຫຼື ພີເຄເຄ ທີ່ພວມກໍ່ກະບົດຢູ່ໃນເທີກີ. ອັງກາຣາ ພ້ອມທັງ
ສະຫະພາບຢູໂຣບແລະສະຫະລັດ ໄດ້ຈັດໃຫ້ກຸ່ມພີເຄເຄ ເປັນກຸ່ມກໍ່ການຮ້າຍ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG