ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ສັ່ງ​ໃຫ້​ກຽມ ​ສະ​ຫຼອງ​ ວັນ​ເອ​ກະ​ລາດ ສ​ຫລ ວັນ​ທີ 4 ກໍ​ລະ​ກົດ ປີນີ້ ຢູ່​ວໍ​ຊິ​ງ​ຕັນ ແຕກ​ຕ່າງ​ ກັບປີ​ກ່ອນໆ​ ຫລາຍ


ພາບສ້າງ​ຂຶ້ນ​ກ່ຽວ​ກັບ​ການ​ສະ​ຫລອງວັນ​ປະ​ກາດ​ເອ​ກະ​ລາດ​ຂອງ​ສະ​ຫະ​ລັດ ຕາມ​ຄຳ​ສັ່ງ​ຂອງ ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ໃນປີນີ້ ທີ່​ນະ​ຄອນ​ຫລວງວໍ​ຊິງ​ຕັນ
ພາບສ້າງ​ຂຶ້ນ​ກ່ຽວ​ກັບ​ການ​ສະ​ຫລອງວັນ​ປະ​ກາດ​ເອ​ກະ​ລາດ​ຂອງ​ສະ​ຫະ​ລັດ ຕາມ​ຄຳ​ສັ່ງ​ຂອງ ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ໃນປີນີ້ ທີ່​ນະ​ຄອນ​ຫລວງວໍ​ຊິງ​ຕັນ

ວໍ​ຊິງ​ຕັນ​ກຳ​ລັງ​ຮີບ​ເຮັ່ງ​ກະກຽມງານສະ​ເຫລີມ​ສະ​ຫລອງວັນ​ເອ​ກະ​ລາດ​ປະ​ຈຳ​ປີ ຂອງ​ຊາດ ​ທີ່ຮັບ​ຈາກ​ອັງ​ກິດ ອີກ​ຄັ້ງ​ນຶ່ງ. ການ​ສະ​ຫລອງບຸນ​ວັນ​ທີ 4 ກໍ​ລະ​ກົດ ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ພະ​ຫັດ​ມື້​ອື່ນນີ້ ຢູ່​ສະ​ໜາມ​ຫລວງແຫ່ງ​ຊາດ ແມ່ນ​ຈະແຕກ​ຕ່າງ​ໄປ​ຈາກງານ​ທີ່​ເຄີຍເຮັດ​ເປັນ​ປະ​ເພ​ນີມາຢູ່ຫລາຍ​ແບບ. ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ, ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ຕັດ​ສິນ​ໃຈ​ ທີ່​ຈະ​ກ່າວ​ຄຳ​ປາ​ໄສ ​ຢູ່ເທິງ ແທ່ນ​ບັນ​ໄດ​ຂຶ້ນ​ໄປອະ​ນຸ​ສອນສະ​ຖານຂອງ​ປະ​ທາ​ນາ​ທິ​ບໍ​ດີລິນ​ຄອນ ແລະ​ໄດ້​ສັ່ງ​ໃຫ້​ລົດ​ຖັງ ​ມາ​ປະ​ຈຳ​ຢູ່​ທີ່ນັ້ນ ພ້ອມ​ທັງ​ເຮືອ​ບິນລົບ​ອາຍ​ພົ່ນ ໃຫ້​ບິນ​ເຫວີ່ນ​ຢູ່​ເທິງ​ທ້ອງ​ຟ້າ. ຊາວ​ອາ​ເມ​ຣິ​ກັນ​ບາງ​ຄົນມີ​ຄວາມ​ຍິນ​ດີ​ ນຳລາຍ​ການ​ສະ​ຫລອງ​ງານ​ເຫລົ່າ​ນີ້ ແລະ​ກິດ​ຈະ​ກຳ​ອັນອື່ນ​ທີ່​ເຮັດ​ເພີ້ມຈາກນັ້ນ ແຕ່​ວ່າ ຄົນ​ອື່ນ​ໆ ແມ່ນ​ກຳ​ລັງ​ກ່າວ​ຫາ​ປະ​ທາ​ນາ​ທິ​ບໍ​ດີ​ວ່າ ຫັນ​ເອົາ​ການ​ສະ​ເຫລີມ​ສະ​ຫລອງວັນ​ບຸນທາງ​ການ​ເມືອງ ໄປ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ໂຄ​ສະ​ນາ​ຫາ​ສຽງ​ ສຳ​ລັບ​ການ​ເລືອກ​ຕັ້ງ ​ປີ 2020 ຂອງ​ເພິ່ນ. Zlatica Hoke ນັກ​ຂ່າວ​ວີ​ໂອ​ເອ​ມີ​ລາຍ​ງານ​ເພີ້ມ​ກ່ຽວ​ກັບ​ເລື້ອງນີ້, ຊຶ່ງ ​ບົ​ວ​ສະ​ຫວັນ​ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ການ​ມີລົດ​ຖັງ​, ລົດ​ຫຸ້ມ​ເກາະ​ທີ່​ໃຊ້​ໃນ​ສະ​ໜາມ​ລົບ ແລະ​ການ​ບິນ​ເຫວີ່ນ​ຂອງເຮືອ​ບິນລົບ​ອາຍ​ພົ່ນຢູ່​ເທິງ​ທ້ອງ​ຟ້າ ບໍ່​ແມ່ນ​ສິ່ງ​ທີ່​ຄ່ອຍ​ໄດ້​ເຫັນຢູ່​ໃນ​ການ​ສະ​ຫຼອງງານ ບຸນວັນ​ທີ 4 ກໍ​ລະ​ກົດ ຂອງ​ສະ​ຫະ​ລັດ. ການ​ກ່າວ​ຄຳ​ປາ​ໄສ ​ຂອງ​ປະ​ທາ​ນາ​ທິ​ບໍ​ດີເນື່ອງ​ໃນ​ໂອ​ກາດດັ່ງ​ກ່າວກໍ​ເປັນ​ເລື້ອງ​ທີ່ບໍ່​ຄ່ອຍ​ມີເຊັ່ນ​ກັນ. ແຕ່​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ໄດ້ຕັດ​ສິນ​ໃຈຢ່າງ​ແນ້ວ​ແນ່​ ວ່າ​ຈະ​ເຮັດ​ໃຫ້​ການ​ສະ​ຫລອງ ວັນ​ດັ່ງ​ກ່າວ "ບໍ່​ຄື​ໃຜ​ໝົດ" ແລະ​ເວົ້າ​ວ່າ ທ່ານ​ຢາກ​ຈະ​ໃຫ້ມັນ​ເປັນ​ກຽດ​ແກ່​ທະ​ຫານ​ສະ​ຫະ​ລັດ. ພວກ​ທີ່​ຕຳ​ໜິ​ທ່ານ​ກ່າວ​ຫາ​ທ່ານ​ວ່າ ສວຍ​ໃຊ້​ວັນ​ບຸນ ​ທີ່ຕາມ​ປະ​ເພ​ນີແລ້ວ ແມ່ນ​ທ້ອນ​ໂຮມ​ເອົາ​ຄວາມ​ສາ​ມັກ​ຄີ​ຂອງ​ຄົນ​ອາ​ເມ​ຣິ​ກັນ​ທີ່​ມາ​ຈາກ​ທຸກ​ຊົນ​ຊາດຊົນ​ເຜົ່າ ແລະ​ຊັ້ນ​ຄົນ. ບາງ​ຄົນ​ກໍ​ມີ​ຄວາມ​ຍິນ​ດີ​ທີ່​ຈະ​ມີ​ໂອ​ກາດ​ໄດ້​ເຫັນ​ປະ​ທາ​ນາ​ທິ​ບໍ​ດີ.

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ເລື້ອງນີ້​ເພີ້ມເປັນ​ພາ​ສາ​ອັງ​ກິດ

Washington Gears Up For Extra Eventful Independence Day
please wait

No media source currently available

0:00 0:02:07 0:00

ທ້າວ ຈອນ ໄວ​ເກີ (John Weigle), ນັກ​ທ່ອງ​ທ່ຽວ​ຈາກ​ເມືອງອາ​ບີ​ແລນ (Abilene), ລັດ​ແຄັນ​ຊັ​ສ ເວົ້າ​ວ່າ:
"ຂ້າ​ພະ​ເຈົ້າ​ຄິດ​ວ່າ ທ່ານ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ແລະ​ທ່ານ​ມີ​ໜ້າ​ທີ່​ໃນ​ການ​ລົມ ກັບ​ປະ​ຊາ​ຊົນ. ຖ້າ​ຫາກ​ອັນນັ້ນເປັນ​ສິ່ງ​ທີ່ທ່ານຢາກ​ເຮັດ ແລະ​ທ່ານ​ຢາກ​ເຮັດຢູ່​ເທິງ​ແທ່ນ​ບັນໄດ​ຂອງ​ອະ​ນຸ​ສອນ​ສະ​ຖານຂອງ​ປະ​ທາ​ນາ​ທິ​ບໍ​ດີລິນ​ຄອນ, ຂ້ອຍ​ກໍ​ເຫັນ​ດີ​ນຳທັງ​ນັ້ນ​ຫລະ."

ທ່ານທ​ຣຳ ມີ​ຄວາມ​ຮູ້​ສຶກ​ປະ​ທັບ​ໃຈ​ຢ່າງ​ເປີດ​ເຜີຍ​ຕໍ່​ການ​ເດີນ​ສວນ​ສະ​ໜາມ​ຂອງ​ທະ​ຫານ​ໃນ​ງານສ​ະ​ຫລອງບຸນ​ວັນ​ຊາດ​ຂອງ​ຝ​ຣັ່ງ ຫລື Bastille Day ທີ່​ທ່ານ​ໄດ້ໄປ​ຮ່ວມ​ໃນ​ປີ 2017 ຢູ່​ນະ​ຄອນ​ປາ​ຣີນັ້ນ ແລະ​ທ່ານ​ເວົ້າ​ວ່າ ທ່ານ​ກໍ​ຢາກໃຫ້​ມີ​ຄື​ແນວນັ້ນຢູ່​ວໍ​ຊິງ​ຕັນ. ຢູ່​ໃນ​ກອງ​ປະ​ຊຸມຂອງກຸ່ມ 20 ​ປະ​ເທດ ຫລື G-20 ຢູ່​ໃນ​ຍີ່​ປຸ່ນ ​ໃນ​ອາ​ທິດ​ແລ້ວນີ້ ປະ​ທາ​ນາ​ທິ​ບໍ​ດີວ​ລາ​ດິ​ເມຍ ປູ​ຕິນ (Vladimir Putin) ຂອງ​ຣັດ​ເຊຍ​ກໍ​ໄດ້​ເຊື້ອ​ເຊີນ​ທ່ານ​ໄປ​ຮ່ວມຊົມ​ການ​ເດີນ​ສວນ​ສະ​ໜາມ ໃນ​ງາ​ນ​ສະ​ເຫລີມ​ສະ​ຫລອງ​ວັນໄຊຊະ​ນະສົງ​ຄາມ​ໂລກຄັ້ງ​ທີ 2 ປະ​ຈຳ​ປີ 2020 ຢູ່​ຈະ​ຕຸ​ລັດ​ແດງ​ຂອງ​ນະ​ຄອນ​ຫລວງ​ມົ​ສ​ກູ. ທີ່​ປຶກ​ສາ​ຂອງ​ທ່ານປູ​ຕິນ, ທ່ານ ຢູ​ຣີ ອຸ​ຊາກ​ອັ​ຟ (Yuri Ushakov) ເວົ້າ​ວ່າ ທ່ານທ​ຣຳ​ໃຫ້​ຄວາມ​ສົນ​ໃຈ​ຕໍ່​ຂໍ້​ສະ​ເໜີນັ້ນ​ຫລາຍ.

ທ່ານ ຢູ​ຣີ ອຸ​ຊາກ​ອັ​ຟ (Yuri Ushakov) ກ່າວ​ດັ່ງ​ນີ້:
"ພວກ​ເຮົາ​ໄດ້​ເຊື້ອ​ເຊີນ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດໃຫ້​ໄປ​ຢ້ຽມ​ຢາມ​ພວກ​ເຮົາ ເພື່ອ​ສະ​ຫລອງວັນ​ຄົບ​ຮອບ 75 ປີ ແຫ່ງໄຊ​ຊະ​ນະ​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ໃນ​ວັນ​ທີ 9 ພຶດ​ສະ​ພາ​ໃນ​ປີ​ໜ້ານີ້. ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດໄດ້​ໃຫ້​ການ​ຕອບ​ຮັບ​ໃນ​ທາງ​ທີ່​ດີ​ຫລາຍ."

ຊາວ​ອາ​ເມ​ຣິກັນບາງ​ຄົນ ພາ​ກັນ​ສົນ​ໃຈ​ຢາກ​ຮູ້​ຄ່າ​ໃຊ້​ຈ່າຍ​ໃນ​ກາ​ນນຳ​ເອົາ​ທະ​ຫານ​ມາ​ສະ​ແດງ ທີ່​ຊາວ​ອາ​ເມ​ຣິ​ກັນ​ຈ່າຍ​ພາ​ສີ​ຕ້ອງ​ໄດ້​ແບບ​ຫາບນັ້ນ ແລະ​ພາ​ກັນບໍ່​ພໍ​ໃຈ​ຕໍ່​ຄວາມ​ນິ​ຍົມ​ຂອງ​ທ່ານ​ທ​ຣຳ ທີ່​ຢາກ​ຈະ​ສະ​ແດງ​ຄວາມ​ກ້າ​ເກັ່ງ​ຂອງ​ກອງ​ທັບ.

ພວກ​ຄັດ​ຄ້ານ​ຕໍ່​ການ​ຈັດ​ງານ​ແບບນັ້ນ ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເອົາ​ໝາກ​ປຸມ​ເປົ້າ ໃຫຍ່ທີ່​ສະ​ແດງ​ວ່າ "ທ່ານ​ທ​ຣຳ​ເປັນ​ເດັກ​ນ້ອຍ", ຄື​ກັນ​ກັບອັນ​ທີ່​ສະ​ແດງ​ຢູ່​ໃນ​ຕອນ​ທີ່​ທ່ານທ​ຣຳ ​ໄປ​ຢ້ຽມ​ຢາມ​ນະ​ຄອນ​ລອນດອນນັ້ນ ເຂົ້າ​ໄປ​ໃນ​ສະ​ໜາມ​ຫລວງ. ພວກ​ນັກ​ທ່ອງ​ທ່ຽວ​ໃນ​ນະ​ຄອນ​ວໍ​ຊິງ​ຕັນ​ອາດ​ຈະ​ໄດ້​ຮັບ​ຄວາມ​ສະ​ໜຸກ​ສະ​ໜານ​ກັບ​ງານເກີນ​ທີ່​ຄາດ​ຫວັງ​ໄວ້.

ທ່າວ​ເຈ​ຊັນ ບາ​ລາດ (Jason Ballard), ນັກ​ທ່ອງ​ທ່ຽວ​ຈາກ​ເມືອງ​ແຄນ​ຊັ​ສ, ລັດ​ມິສ​ຊູ​ຣີ ໃຫ້​ຄຳ​ເຫັນ​ວ່າ:
"ພວກ​ເຮົາ​ມາ​ໜີ້ຢູ່​ໃນ​ການ​ທ່ອງ​ທ່ຽວທີ່​ເດີນ​ທາງ​ດ້ວຍ​ລົດ​ເປັນ​ເວ​ລາ 3 ອາ​ທິດ ຈາກເມືອງ​ແຄນ​ຊັ​ສ, ລັດ​ມິສ​ຊູ​ຣີ. ເທື່ອນີ້​ ພວກ​ເຮົາ​ມາ​ໜີ້ ເພື່ອມາງານ​ສະ​ຫລອງ​ບຸນ​ວັນ​ທີ 4 ກໍ​ລະ​ກົດ ເພື່ອເບິ່ງ​ການ​ຍິງ​ບັ້ງ​ໄຟ​ດອກ."

ການ​ຍິງ​ບັ້ງ​ໄຟ​ດອກ​ໃນ​ວັນ​ທີ 4 ກໍ​ລະ​ກົດຢູ່ນະ​ຄອນ​ຫລວງວໍ​ຊິງ​ຕັນ ເປັນ​ສິ່ງທີ່​ອາ​ລ່າມງາມ​ຕາ​ທີ່​ສຸດ​ຂອງ​ອາ​ເມ​ຣິ​ກາ. ທ່ານ​ທ​ຣຳ​ໃຫ້​ສັນ​ຍາ​ວ່າ ປີນີ້ການ​ຍິງບັ້ງ​ໄຟ​ດອກຈະ “​ຍິ່ງໃຫຍ່ທີ່​ສຸດ​ຢ່າງບໍ່​ເຄີຍ​ມີ​ມາ​ກ່ອນ."

ອ່ານ​ລາຍ​ງານນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ຂ້າງ​ລຸ່ມນີ້

Washington is gearing up for another annual celebration of the nation's independence from Britain. The July 4th celebration this Thursday at the National Mall promises to differ from the traditional event in more than one way. U.S. President Donald Trump has decided to give a speech from the steps of the Lincoln Memorial and has ordered the presence of military tanks and flyovers of fighter jets. Some Americans are welcoming these and other extras, others are accusing the president of turning an apolitical celebration into a part of his 2020 election campaign.

Battle tanks, armored vehicles and flyovers by fighter jets are not common in U.S. 4th July events. Neither is a presidential speech on the occasion. But President Trump is determined to have a celebration "like no other" and says he wants to honor the U.S. military. Critics accuse him of politicizing a holiday that has traditionally united Americans of every ilk. Some people welcome the opportunity to see the president.

John Weigle, tourist from Abilene, Kansas:
"I think it's - he's the president and he has an obligation to talk to the people. If that's what he wants to do and he wants to do it on the steps of the Lincoln Memorial, I'm all for it."

Trump was openly impressed with the Bastille Day military parade he attended in 2017 in Paris and said he wanted one in Washington. During last week's G-20 meeting in Japan, Russian President Vladimir Putin invited him to the 2020 World War Two victory parade in Moscow's Red Square. Putin's aide Yuri Ushakov said Trump took much interest in the proposal.

Yuri Ushakov, aide to Russian president (in Russian) ))
"We have invited the president of the United States to visit us for the 75th anniversary of the victory in World War Two on May 9 next year. The U.S. President reacted very positively."

Some Americans are questioning the cost of military shows for American taxpayers and are frowning at Trump's taste for displays of military prowess.

Opponents have obtained permission to bring to the National Mall a giant "Baby Trump" balloon, like the one displayed during the president's visits to London. Tourists in Washigton may be treated to more entertainment than expected.

Jason Ballard, tourist from Kansas City, Missouri
"We're here on a three week road trip from Kansas City, Missouri. This time we come here for the Fourth of July to see the fireworks."

Washington's July 4th fireworks are America's most spectacular. Trump promises that this year they will be the "biggest ever."

XS
SM
MD
LG