ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະດູໄຂ້ຫວັດໃຫຽ່ໃນ ສະຫະລັດ ຮ້າຍແຮງກວ່າປົກກະຕິ


ເດັກຊາຍຄົນນຶ່ງສັກຢາກັນໄຂ້ຫວັດໃຫຽ່ ທີ່ຄລີນິກ ຮັກສາ
ສຸຂະພາບແຫ່ງນຶ່ງ ໃນນະຄອນ ບັອສຕັນ, ລັດແມັສຊາຈູເຊັດສ໌. 12 ມັງກອນ, 2013.
ເດັກຊາຍຄົນນຶ່ງສັກຢາກັນໄຂ້ຫວັດໃຫຽ່ ທີ່ຄລີນິກ ຮັກສາ ສຸຂະພາບແຫ່ງນຶ່ງ ໃນນະຄອນ ບັອສຕັນ, ລັດແມັສຊາຈູເຊັດສ໌. 12 ມັງກອນ, 2013.

ບັນດາຜູ້ຊ່ຽວຊານດ້ານສາທາລະນະສຸກກ່າວວ່າ ລະດູໄຂ້ຫວັດ ໃນສະຫະລັດ ໄດ້ຮ້າຍ
ແຮງຂຶ້ນກວ່າປົກກະຕິ, ດ້ວຍຈຳນວນປະຊາຊົນຖືກລາຍງານວ່າມີການເປັນໄຂ້ຫວັດ
ຕໍ່ບັນດາແພດໝໍ ເພີ່ມຂຶ້ນປະມານສອງເທົ່າ, ທຽບໃສ່ໄລຍະດຽວກັນເມື່ອປີກາຍນີ້.

ສູງກາງເພື່ອການຄວບຄຸມພະຍາດ ຫຼື CDC ໄດ້ລາຍງານວ່າ ໃນສັບປະດາທີ່ສຸດລົງ
ໃນວັນທີ 23 ທັນວານັ້ນ, 36 ລັດ ໄດ້ຖືກລາຍງານວ່າ ມີການແຜ່ລາມຂອງໄຂ້ຫວັດ.
ປະຊາຊົນເກືອບ 2,500 ຄົນ ໄດ້ຖືກສົ່ງເຂົ້າໂຮງໝໍ ສຳລັບອາການທີ່ກ່ຽວຂ້ອງກັບໄຂ້
ຫວັດ. ອົງການ CDC ໄດ້ລາຍງານວ່າ ເດັກນ້ອຍ 13 ຄົນໄດ້ເສຍຊີວິດຍ້ອນໄວຣັສ
ໃນລະດູໄຂຫວັດປັດຈຸບັນນີ້, ເຊິ່ງໄດ້ເລີ່ມຂຶ້ນ ໃນເດືອນຕຸລາ ທີ່ຜ່ານມາ.

ອົງການ CDC ໄດ້ກ່າວວ່າ ໃນທົ່ວປະເທດຜູ້ປົກຄອງປະມານ 5 ເປີເຊັນ ໄດ້ໄປພົບ
ແພດໝໍ ສຳລັບອາການທີ່ຄ້າຍຄືໄຂ້ຫວັດ ໃນສັບປະ ດາຂອງວັນທີ 23 ທັນວານັ້ນ,
ທຽບໃສ່ 2.2 ເປີເຊັນຂອງບັນດາ ຜູ້ປົກຄອງ ທີ່ໄດ້ເຮັດແບບດຽວກັນ ໃນລະຫວ່າງສັບ
ປະດາທີ່ຄືກັນນັ້ນ ໃນປີ 2016.

ໂຮງໝໍແຫ່ງຕ່າງໆໃນລັດຄາລິຟໍເນຍ ແມ່ນມີຄົນຫຼາຍຢ່າງ ເປັນພິເສດ, ພ້ອມກັບຮ້ານ
ຂາຍຢາທັງຫຼາຍໝົດຢາປິ່ນປົວໄຂ້ຫວັດ. ບັນດາເຈົ້າໜ້າທີ່ໄດ້້ກ່າວຕໍ່ໜັງສືພິມ ລັອສ໌
ແອນເຈີລິສ໌ ໄທມສ໌ ວ່າ ໃນວັນສຸກທີ່ຜ່ານມາ ປະຊາຊົນ 27 ຄົນອາຍຸຕໍ່າກວ່າ 65 ປີ
ໄດ້ເສຍຊີວິດ ຈາກໄຂ້ຫວັດ ໃນລັດຄາລິຟໍເນຍ ນັບຕັ້ງແຕ່ເດືອນຕຸລາທີ່ຜ່ານມາ, ເຊິ່ງ
ປີກາຍນີ້ມີພຽງ 3 ຄົນເທົ່ານັ້ນທີ່ໄດ້ເສຍຊີວິດໃນໄລຍະເວລາດຽວກັນນີ້.

ບັນດາເຈົ້າໜ້າທີ່ການແພດກ່າວວ່າ ການແຜ່ລາມຂອງໄຂ້ຫວັດ ໃນປີນີ້ ອາດເພີ່ມຂຶ້ນ
ສູງສຸດພຽງໃນຕົ້ນລະດູການເທົ່ານັ້ນ. ໃນເດືອນກຸມພາປີກາຍນີ້, ການຕາຍຈາກໄຂ້
ຫວັດໄດ້ເພີ່ມຈາກ 3 ຄົນທີ່ຖືກລາຍງານໃນເດືອນທັນວາ ເປັນ 68 ໃນເດືອນກຸມພາ.

ບັນດາຜູ້ຊ່ຽວຊານກ່າວວ່າ ມັນອາດເປັນໄປໄດ້ເຊັ່ນກັນວ່າ ການແຜ່ລະບາດ ທີ່ສຳຄັນ
ຂອງປີນີ້, ຮູ້ຈັກກັນວ່າແມ່ນ H3N2 ນັ້ນ, ແມ່ນທົນທານຕໍ່ການປິ່ນປົວກວ່າ ບາງປະ
ເພດອື່ນໆ. ບັນດາເຈົ້າໜ້າທີ່ສາທາລະນະສຸກກ່າວວ່າ ປະຊາຊົນອາດເປັນໄຂ້ເພີ່ມຂຶ້ນ
ຍ້ອນຢາວັກຊີນ ແມ່ນບໍ່ມີປະສິດທິພາບຕໍ່ໄຂ້ຫວັດ H3N2 ຫຼາຍປານໃດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG